ເປີດທືນສົມທົບສົ່ງເສີມທຸລະກິດໄລຍະ II

   ກະຊວງອຸດສາຫະກຳ ແລະການຄ້າໄດ້ເປີດພິທີທຶນສົມທົບເພື່ອສົ່ງເສີມທຸລະກິດໄລຍະ II  ພາຍໃຕ້ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ LCT ຊຶ່ງໄດ້ຈັດ ຂຶ້ນວັນທີ 23 ກໍລະກົດ 2019 ທີ່ຫ້ອງປະ ຊຸມກະຊວງອຸດສາຫະກຳ ແລະ ການຄ້າໂດຍການເຂົ້າຮ່ວມຂອງທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າບັນດາທ່ານຕາງໜ້າຄູ່ຮ່ວມພັດທະນາທຸລະກິດຈາກພາກລັດ ແລະເອກະຊົນເຂົ້າ ຮ່ວມ.

  ທ່ານນາງ ເຂັມມະນີ ພົນເສນາ ກ່າວວ່າ: ພິທີເປີດທຶນສົມທົບເພື່ອສົ່ງເສີມທຸລະກິດໄລຍະທີ II ຄັ້ງນີ້ແມ່ນສະໜັບສະໜູນໃຫ້ແກ່ບັນດາຫົວໜ່ວຍທຸລະກິດເຂົ້າເຖິງ ການບໍລິການດ້ານພັດທະນາທຸລະກິດ ໂດຍຜ່ານການສະໜອງທຶນສົມທົບແບບຊ່ວຍລ້າ 50% ທຶນນີ້ແມ່ນແນ່ໃສ່ຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍພາຍໃນຂອງບໍລິສັດໂດຍຜ່ານການປັບປຸງລະບົບການຄຸ້ມຄອງບໍລິຫານ ແລະນຳໃຊ້ນະວັດຕະກຳໃໝ່ເຂົ້າໃນການຜະລິດສິນຄ້າ, ຕະຫຼາດ ແລະຂະຫຍາຍຊ່ອງທາງການຄ້າຂາຍ ເຊັ່ນ: ຜ່ານການຄ້າແບບເອເລັກໂຕນິກ ອື່ນໆ ໂດຍອີງຕາມປະສົບການໄລຍະຜ່ານມາຊຶ່ງ BAF ພາຍໃຕ້ TOF II ໄດ້ສະໜອງທຶນໃຫ້ພາກທຸລະກິດແລ້ວ 208 ບໍລິສັດ ແລະສາມາດຊ່ວຍໃຫ້ບໍລິສັດເຫຼົ່າ ນັ້ນເພີ່ມຍອດຂາຍຂອງຕົນພາຍຫຼັງທີ່ໄດ້ຮັບການຊ່ວຍເຫຼືອນອກນັ້ນການໃຫ້ການຊ່ວຍເຫຼືອລ້າເຂົ້າໃນການລົງທຶນຂອງບໍລິສັດໂດຍສະເພາະດ້ານບໍລິການພັດທະນາທຸລະກິດຈະເປັນຊຸກຍູ້ ແລະການກະຕຸ້ນໃຫ້ບໍລິສັດມາສົນໃຈການບໍລິການພັດທະນາທຸລະກິດຫຼາຍຂຶ້ນກວ່າເກົ່າ, ບໍລິສັດທີ່ ໄດ້ຮັບທຶນຈາກໂຄງການນີ້ສາມາດເປັນ ແບບຢ່າງທີ່ດີໃຫ້ອີກຫຼາຍໆບໍລິສັດທີ່ ອາດຈະມີຄວາມສົນໃຈບໍລິການພັດທະນາທຸລະກິດໂດຍນຳໃຊ້ທຶນຂອງຕົນເອງ.

 ທຶນສົມທົບເພື່ອສົ່ງເສີມທຸລະກິດ BAF ເປັນອົງປະກອບໜຶ່ງແນ່ໃສ່ການປັບ ປຸງຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ LCT ໂດຍການສະໜັບສະໜູນຈາກລັດຖະບານອົດສະຕາລີ,ໄອສແລນ ແລະທະນານຄານໂລກເປັນໂຄງການທີ່ສືບເນື່ອງມາຈາກຜົນສຳເລັດຂອງທຶນສົມທົບເພື່ອສົ່ງເສີມໄລ ຍະ I ທສທ ຢູ່ພາຍໃຕ້ໂຄງການພັດທະ ນາການຄ້າໄລຍະ IITDFII  ສຳລັບ ທສທ II ຈະຖືກຈັດຕັ້ງປະຕິບັດໜ່ວຍງານເອ ກະລາດເປັນບໍລິສັດສາກົນຊື່ວ່າ ອີໂຄລີ ທີ່ມີສັນຍາກັບລັດຖະບານກໍຄືກະຊວງອຸດສາຫະກຳ ແລະການຄ້າຊຶ່ງພະແນກຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງຕ່າງປະເທດ ຫຼື NIU ເປັນຜູ້ຊີ້ນຳລວມ.

  ຈຸດປະສົງແມ່ນຍົກລະດັບຄວາມສາມາດໃນການແຂ່ງຂັນຂອງຫົວໜ່ວຍທຸລະກິດໂດຍສະເພາະແນ່ໃສ່ຂະຫຍາຍຕົວຂອງເສດຖະກິດ ແລະລຶບລ້າງຂະແໜງທຸລະກິດທີ່ເຮັດກ່ຽວກັບການທຳລາຍຊັບພະຍາກອນທຳມະຊາດຜົນສຳເລັດດັ່ງກ່າວນີ້ຈະໄດ້ຮັບຜົນໂດຍຜ່ານບໍລິການຄຳປຶກສາຕາມຄວາມຕ້ອງການສະເພາະ ດ້ານແຕ່ລະຫົວໜ່ວຍທຸລະກິດ ແລະຜ່ານສະໜອງທຶນສົມທົບຊ່ວຍເຫຼືອລ້າໃຫ້ແກ່ພາກທຸລະກິດ.

-------------------------

ຂຽນໂດຍ: ແພງຕາ      

ພາຍບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ