ຄະນະແພດທະຫານອາຊຽນຂອງລາວສຳເລັດຮ່ວມກອງປະຊຸມທີ່ໄທ

 ໃນລະຫວ່າງວັນທີ 15-20 ກໍລະກົດຜ່ານມາ; ຄະນະສູນແພດທະຫານອາຊຽນຂອງລາວຊຶ່ງນໍາໂດຍ ທ່ານ ພັນໂທ ສີທະວົງ ບຸນປຣະສົງ ຮອງຫົວໜ້າກົມເສ ນາຮັກກອງທັບປະຊາຊົນລາວໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມຄັ້ງທີ 4 ຂອງສູນແພດທະຫານອາຊຽນທີ່ຊຽງໃໝ່ປະເທດໄທພາຍໃຕ້ການເປັນປະທານຂອງ ກົມແພດທະຫານບົກຂອງໄທຊຶ່ງມີການເຂົ້າຮ່ວມຂອງຄະນະສູນແພດທະຫານ 10 ປະເທດອາຊຽນ.

  ກອງປະຊຸມໃນຄັ້ງນີ້ໄດ້ແບ່ງອອກເປັນ 2 ພາກສ່ວນໂດຍກອງປະຊຸມຜູ້ປະສານງານສູນແພດທະຫານອາຊຽນ 10 ປະເທດກັບຜູ້ປະສານງານແພດທະຫານຂອງບັນດາປະເທດ-ບວກ (ປະເທດຄູ່ເຈລະຈາຂອງອາຊຽນ) 6 ປະເທດ (ຂາດ 2 ປະເທດ) ຊຶ່ງໄດ້ພິຈາລະນາ ແລະ ຜ່ານເອກະສານກ່ຽວກັບຄູ່ມືການປະຕິ ບັດງານຂອງຜູ້ປະສານງານສູນແພດທະຫານອາຊຽນກັບປະເທດ-ບວກ (ACMM Liaison Officers Man ual) ແລະ ການສ້າງຕັ້ງທິມແພດຮັບມືສຸກ ເສີນຂອງແພດທະຫານອາຊຽນ.

    ໃນຂະນະດຽວກັນນັ້ນ, ກອງປະຊຸມຄະນະອໍານວຍການສູນແພດທະຫານອາຊຽນ 10 ປະເທດກໍ່ໄດ້ສະຫຼຸບວຽກງານການເຄື່ອນໄຫວກິດຈະກໍາຕ່າງໆ ໃນປີ 2018 ຜ່ານມາ, ຜ່ານແຜນການງົບປະມານ ແລະ ກິດຈະກໍາທີ່ຈະເຄື່ອນໄຫວໃນປີ 2019-2020 ແລະ ວິໄສທັດປີ 2025; ຮັບຟັງການລາຍງານຜົນການປະຊຸມຂອງຜູ້ປະສານງານສູນ ແພດທະຫານອາຊຽນ ແລະ ກອງປະຊຸມ ອື່ນໆທີ່ກ່ຽວຂ້ອງ ແລະ ກອງປະຊຸມໂທລະທັດທາງໄກຂອງຄະນະອໍານວຍການສູນແພດທະຫານອາຊຽນຄັ້ງຕໍ່ໄປຈະຈັດຂຶ້ນໃນເດືອນ ກັນຍາ 2019 ແລະ ກອງປະຊຸມຄະນະອໍານວຍການສູນແພດທະຫານອາຊຽນ ປີ 2020 ໂດຍການເປັນປະທານຂອງຄະນະອໍານວຍການສູນແພດທະຫານອາຊຽນຂອງ ສສ ຫວຽດ ນາມ.

ສູນແພດທະຫານອາຊຽນ (ASEAN Center of Military Medecine- ACMM) ໄດ້ສ້າງຂຶ້ນໃນປີ 2016 ທີ່ປະເທດໄທໂດຍເປັນຂໍ້ສະເໜີລິເລີ່ມຂອງກົມແພດທະຫານຂອງ 3 ເຫຼົ່າທັບກະຊວງປ້ອງກັນປະເທດໄທ ແລະ ໄດ້ເຊັນສັດຕະຍາບັນກັນທີ່ກອງປະຊຸມຂອງບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນທີ່ປະເທດມາເລເຊຍ ຊຶ່ງແຕ່ລະປີຜ່ານມາແມ່ນໄດ້ຈັດຂຶ້ນຢູ່ປະເທດໄທ ແລະໃນປີ 2016 ກອງປະຊຸມຄັ້ງທໍາອິດ ໂດຍການເປັນປະທານຂອງກົມເສນາຮັກກອງທັບປະຊາຊົນລາວ; ຄັ້ງທີ 2 (2017) ກົມແພດທະຫານຟິລິບປິນເປັນປະທານ; ຄັ້ງທີ 3 (2018) ກົມແພດທະຫານສິງກະໂປເປັນປະທານ ແລະໃນຄັ້ງຫຼ້າສຸດ (2019) ກົມແພດທະຫານບົກຂອງໄທເປັນປະທານ.

-------------------------

ຂຽນໂດຍ:ຣັດສະໝີ ດວງສັດຈະ

ພາບແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ