ໝູຕາຍເກືອບ 4 ພັນໂຕ ຍ້ອນອະຫິວາໝູ, ສ່ວນບົ້ງສາລີກິນ 77% ຂອງເນື້ອທີ່ປູກ

 ການລະບາດຂອງພະຍາດອະຫິວາໝູອາຟຣິກາ ແລະຝູງບົ້ງສາລີໄດ້ເພີ່ມຂຶ້ນຢ່າງໄວວາ ແລະຕໍ່ເນື່ອງ, ລ້າສຸດຂະແໜງການກ່ຽວຂ້ອງໄດ້ກວດພົບເຊື້ອພະຍາດອະຫິວາໝູຢູ່ 8 ແຂວງໃນທົ່ວປະເທດມີໝູຕິດເຊື້ອ 9.281 ໂຕ, ຕາຍ ແລະ ຂ້າທໍາລາຍ 3.857 ໂຕສ່ວນທີ່ເຫຼືອແມ່ນມີການເຝົ້າລະວັງຢ່າງເຄັ່ງຄັດສໍາລັບຝູງບົ້ງສາລີ ແມ່ນແຜ່ລະບາດ 12 ແຂວງ ກວມເອົາ 77% ຂອງເນື້ອທີ່ປູກ ສາລີຖືກລະບາດ.

  ຕາມການລາຍງານຂອງ ທ່ານ ຄໍາ ບຸນນັດ ໄຊຍະນົນ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ກ່ຽວກັບສະພາບການລະບາດຂອງພະຍາດອະຫິວາໝູອາຟຣິກາ ແລະການລະບາດຂອງຝູງບົ້ງສາລີ ຕໍ່ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນກໍລະກົດໃຫ້ຮູ້ວ່າ: ພະຍາດອະຫິວາໝູອາຟຣິກາເປັນພະຍາດທີ່ມີຄວາມທົນທານຕໍ່ສະພາບແວດລ້ອມມີຊີວິດຢູ່ໄດ້ໃນເງື່ອນໄຂທີ່ມີຄວາມເປັນກົດເປັນດ່າງສູງຄື: Ph 3,9–11,5, ສາມາດມີຊີວິດຢູ່ໄດ້ໃນຊາກສັດແຊ່ແຂງໄດ້ດົນເຖິງ 15 ປີ, ສາມາດຖືເຊື້ອຢູ່ໃນໝູໄດ້ 4 ປີ, ພະຍາດນີ້ຍັງບໍ່ທັນມີຢາປ້ອງກັນ ແລະ ຢາປິ່ນປົວສະເພາະເທື່ອ. ສ່ວນການລະບາດແມ່ນເກີດຂຶ້ນຢູ່ ສປ ຈີນ ໃນປີ 2018 ແລະ 2019 ໄດ້ມີການລະບາດຢູ່ ສສ ຫວຽດນາມ ແລະ ກໍາປູເຈຍມີໝູຕາຍ ແລະ ຖືກຂ້າທໍາລາຍຫຼາຍລ້ານໂຕ. ສະເພາະຢູ່ ສປປ ລາວ ໄດ້ສໍາຫຼວດພົບເຫັນຄັ້ງທໍາອິດໃນວັນທີ 25 ພຶດສະພາ 2019 ຢູ່ເມືອງຕຸ້ມລານ ແຂວງສາລະວັນ ລວມມີ 7 ບ້ານ ຊຶ່ງເປັນການລ້ຽງແບບປ່ອຍມີໝູ ທັງໝົດ 2.616 ໂຕ ໃນນັ້ນຕາຍ 1.183 ໂຕ ແລະ ຖືກຂ້າທໍາລາຍ1.433ໂຕ.

  ມາຮອດວັນທີ 17 ກໍລະກົດ 2019 ໄດ້ກວດພົບການລະບາດທັງໝົດ 8 ແຂວງຄື: ນະຄອນຫຼວງວຽງຈັນ ກວດພົບຢູ່ 3 ຈຸດຄື: ບ້ານນາສ້ຽວເມືອງ ນາຊາຍທອງ, ບ້ານຈັນສະຫວ່າງ ເມືອງສີໂຄຕະບອງ ແລະ ບ້ານຊໍາເກດ ເມືອງໄຊທານີ ລວມມີໝູທັງໝົດ 546 ໂຕ, ຕາຍ 188 ໂຕ, ຖືກຂ້າທໍາລາຍ 358 ໂຕ; ສ່ວນແຂວງສະ ຫວັນນະເຂດ ກວດພົບໝູຕິດເຊື້ອຢູ່ເມືອງທ່າປາງທອງກວມເອົາ 4 ບ້ານ ມີໝູທັງໝົດ 3.338 ໂຕ, ຕາຍ80 ໂຕ, ທໍາລາຍ 35 ໂຕ; ຜົ້ງສາລີກວດພົບຢູ່ບ້ານມອນສະຫວັນ, ບ້ານຫາດເຊີຍ ເມືອງຂວາ ແລະບ້ານເດືອ ເມືອງບຸນເໜືອ ມີໝູທັງໝົດ1.205 ໂຕ, ຕາຍ 265 ໂຕ; ໄຊສົມບູນພົບ 1 ບ້ານເມືອງພູວົງ ມີ 232 ໂຕ, ຕາຍ 117 ໂຕ; ຫົວພັນພົບຢູ່ບ້ານປ່າຄາໃຕ້ ເມືອງຫົວເມືອງ ແລະ 2 ບ້ານເມືອງຊ່ອນລວມມີ 1.227 ໂຕ, ຕາຍ 182 ໂຕ; ບໍລິຄໍາໄຊ ພົບຢູ່ບ້ານປາກເຫືອງ ເມືອງບໍລິຄັນ ມີ 151 ໂຕ, ຕາຍ 5 ໂຕ; ຫຼວງພະບາງພົບຢູ່ບ້ານຂົວທີ 1 ມີ 6 ໂຕ, ຕາຍ 5 ໂຕ, ທໍາລາຍ 1 ໂຕ. ສັງລວມແລ້ວການລະບາດອະຫິວາໝູອາຟຣິກາຢູ່ປະ ເທດລາວ ໃນປະຈຸບັນມີ 8 ແຂວງ, 12 ເມືອງ, 23 ບ້ານ ມີໝູຕິດເຊື້ອທັງໝົດ 9.281 ໂຕ, ຕາຍ 2.025, ຂ້າທໍາລາຍ 1.832 ໂຕ, ສ່ວນທີ່ເຫຼືອແມ່ນກໍາລັງເຝົ້າລະວັງຢ່າງເຄັ່ງຄັດ.

  ສໍາລັບການລະບາດຂອງຝູງບົ້ງສາລີ ຄັ້ງທໍາອິດໃນຕົ້ນປີ 2019 ຢູ່ບ້ານ ແສນດິນເມືອງຫາດຊາຍທອງ ນະຄອນຫຼວງວຽງຈັ ລະມາເຖິງປະຈຸບັນແມ່ນມີການແຜ່ລະບາດທັງໝົດ 12 ແຂວງ ຄື: ອຸດົມໄຊ, ໄຊຍະບູລີ, ຫົວພັນ, ຊຽງຂວາງ, ວຽງຈັນ, ຫຼວງພະບາງ, ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ສະຫວັນນະເຂດ, ຜົ້ງສາລີ ແລະແຂວງບໍ່ແກ້ວ ຊຶ່ງກວມເອົາທັງໝົດ 123.182 ເຮັກຕາ ໃນນັ້ນມີ 94.700 ເຮັກຕາ ໄດ້ຖືກລະບາດກວມເອົາ 77% ຂອງເນື້ອທີ່ປູກສາລີທັງໝົດ, ມີ 29.0 65 ເຮັກຕາ ໄດ້ຮັບຜົນກະທົບເທົ່າກັບ 23% ຂອງເນື້ອທີ່ປູກສາລີຢູ່ 9 ແຂວງທີ່ລະບາດ.

 ທ່ານ ຄໍາບຸນນັດ ໄຊຍະນົນ ໃຫ້ຮູ້ຕື່ມວ່າ: ເພື່ອສະກັ້ນ ແລະແກ້ໄຂພະຍາດດັ່ງກ່າວກະຊວງກະສິກໍາໄດ້ແຕ່ຕັ້ງຄະນະຮັບຜິດຊອບລະດັບກະຊວງ, ອອກຄໍາສັ່ງແຈ້ງການໃຫ້ການນໍາທ້ອງຖິ່ນດໍາເນີນມາດຕະການຄວບຄຸມເຝົ້າລະວັງ ແລະແກ້ໄຂທັນເວລາ; ແຕ່ງຕັ້ງກົມວິຊາການລົງພື້ນທີ່ໆລະບາດເພື່ອຊ່ວຍທ້ອງຖິ່ນເຝົ້າລະວັງ ແລະ ຄວບ ຄຸມການລະບາດ.

--------------------

ຂຽນໂດຍແປ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ