ເຄີ່ງປີ ສສງ ໜອງໄຮໂຄກ ມີກຳໄລກາຍແຜນ

  ໃນໄລຍະເວລາ 6 ເດືອນຜ່ານມາສະຫະກອນສິນເຊື່ອ ແລະເງິນຝາກປະຢັດ (ສສງ) ບ້ານໜອງໄຮໂຄກ ເມືອງໂພນທອງ ແຂວງຈໍາປາສັກ ໄດ້ໃຫ້ສິນເຊື່ອແກ່ສະມາຊິກເພື່ອນໍາໄປທໍາການຜະລິດທັງໝົດ 9 ຕື້ກວ່າກີບ ແລະສາມາດສ້າງຜົນກໍາໄລໄດ້ກາຍແຜນການທີ່ວາງໄວ້.

  ທ່ານ ພູແກ້ວ ຈັນສະຫວ່າງ ຜູ້ອໍານວຍການສະຫະກອນສິນເຊື່ອ ແລະເງິນຝາກປະຢັດໜອງໄຮໂຄກ ໃຫ້ສໍາພາດຕໍ່ນັກຂ່າວຂອງພວກເຮົາເມື່ອບໍ່ດົນມານີ້ຮູ້ວ່າ: ສສງ ໜອງໄຮໂຄກ ສ້າງຕັ້ງຂຶ້ນໃນປີ 2012 ສ້າງຕັ້ງຂຶ້ນມາຈາກຄວາມສາມັກຄີເປັນເອກະພາບພາຍໃນອໍານາດການປົກຄອງ,ການຈັດຕັ້ງຕະຫຼອດຮອ ດພໍ່ແມ່ປະຊາຊົນພາຍໃນບ້ານພາຍໃຕ້ການຊີ້ນໍາໆພາຂອງອໍານາດການປົກຄອງເມືອງໂພນທອງ ແລະທະນາຄານແຫ່ງ ສປປ ລາວ ພາກໃຕ້ແຂວງຈໍາປາສັກ , ເປັນສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດໜອງໄຮໂຄກ ເປັນສະຫະ ກອນທີ່ເຂົ້າເຖິງແຫຼ່ງທຶນໄດ້ງ່າຍຂອງຊຸມ ຊົນ, ບໍລິຫານຈັດການດ້ວຍຄວາມໂປ່ງໃສ, ໃສ່ໃຈສະມາຊິກຂາຮຸ້ນ ເພື່ອພັດທະ ນາໃຫ້ເຂັ້ມແຂງ ແລະຍືນຍົງ, ໃນອະນາ ຄົດກໍ່ຄືໃນ 2 ປີຂ້າງໜ້າ ສສງ ໜອງໄຮໂຄກ ໄດ້ວາງແຜນຍຸດທະສາດການພັດທະນາຄື: ເຮັດໃຫ້ສະຫະກອນເຕີບໃຫຍ່ຂະຫຍາຍຕົວດ້ານທຶນ, ເພີ່ມຍອດເງິນຝາກດ້ວຍການຮັບສະມາຊິກໃໝ່ພາຍໃນຂົງເຂດຂອງເມືອງໂພນທອງ, ສະ ໜອງສິນເຊື່ອເພື່ອການຜະລິດກະສີກໍາ, ຫັດຖະກໍາຂະໜາດນ້ອຍ, ການລົງທຶນຄ້າຂາຍຍ່ອຍໃຫ້ສະມາຊິກຕາມຄວາມຕ້ອງການໂຕຈິງ, ບໍລິຫານສິນເຊື່ອໃຫ້ມີ ຄຸນນະພາບດີ ຍອດສິນເຊື່ອໃນແຕ່ລະເດືອນໃຫ້ໄດ້ຕາມມາດຖານທີ່ທະນາຄານແຫ່ງ ສປປ ລາວ ວາງອອກ ແລະສ້າງ ສສງ ໜອງໄຮໂຄກ ເປັນຕົວແບບທີ່ດີ ທາງດ້ານໃຫ້ການ-ດ້ານການເງິນຈຸລະພາກໃນເມືອງໂພນທອງ.

   ທ່ານ ພູແກ້ວ ຈັນສະຫວ່າງ ໃຫ້ຮູ້ຕື່ມວ່າ: ມາຮອດປະຈຸບັນ ສສງ ໜອງໄຮໂຄກມີຊັບສິນທັງໝົດ 10,3 ຕື້ກີບ, ມີ ຍອດຝາກທັງໝົດ 740 ກວ່າຄົນ, ຕົກເປັນເງິນຢູ່ປະມານ 5,7 ຕື້ກີບ, ໃນ 6 ເດືອນຕົ້ນປີ 2019 ທາງສະຫະກອນໄດ້ໃຫ້ສິນເຊື່ອແກ່ສະມາຊິກທັງໝົດ 9 ຕື້ກວ່າກີບ ແລະຈະສືບຕໍ່ໃຫ້ສິນເຊື່ອແກ່ສະມາຊິກໃນລະດັບ 90% ຂອງຊັບສິນທັງໝົດ, ມາຮອດປະຈຸບັນຈາກການດໍາເນີນທຸລະກິດມາໄດ້ໃນເຄິ່ງປີເຫັນວ່າທາງສະຫະກອນສາມາດມີຜົນກໍາໄລແລ້ວ 775 ລ້ານກີບ ແລະຄາດວ່າໝົດປີນີ້ຈະມີກໍາໄລເພື່ອແບ່ງໃຫ້ສະມາຊິກຂາຍຮຸ້ນທັງໝົດປະມານ 1,3 ຕື້ກີບ ແລະຈະສູ້ຊົນເພີ່ມສະມາຊິກເງິນຮຸ້ນເປັນ 1,6 ພັນຄົນ ແລະເງິນ ຝາກ 900 ກວ່າຄົນ.

--------------------------------

ຂຽນໂດຍ: ໂພທິຣາຊ

ພາບແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ