ມອບ-ຮັບໂຮງຮຽນປະຖົມສົມບູນບ້ານນາໄຫຫຼັງໃໝ່

  ວັນທີ 25 ກໍລະກົດ 2019 ທີ່ບ້ານນາໄຫ ເມືອງໄຊເສດຖານະຄອນຫຼວງວຽງຈັນ ເຂດພັດທະນາກວມລວມໄຊເສດຖາໄດ້ຈັດພິທີມອບ-ຮັບໂຄງການຊ່ວຍເຫຼືອກໍ່ສ້າງໂຮງຮຽນປະຖົມສົມມູນບ້ານນາໄຫຫຼັງໃໝ່ໂດຍເຂົ້າຮ່ວມມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ພຸດທະ ພອນ ໂຄດປັນຍາ ຮອງເຈົ້າເມືອ ງໄຊເສດຖາ ແລະທ່ານ ຫຼີວ ຫູ້ ຕາງໜ້າກຸ່ມບໍລິ ສັດກໍ່ສ້າງ ແລະລົງທຶນແຂວງຢຸນນານຫຸ້ນສ່ວນຈຳກັດ, ປະທານບໍລິສັດຮ່ວມທຶນ ລາວ-ຈີນ ຈຳກັດ, ມີທ່ານ ຈັນແດງ ພົງສະຫວັດ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງໄຊເສດຖາ, ທ່ານ ກຸມພາວາ ຈໍາປາສຸກ ຫົວໜ້າຫ້ອງວ່າການເມືອງໄຊເສດຖາ, ທ່ານ ຫຼີວ ຫົງຢູ ຜູ້ອໍາ ນວຍການບໍລິສັດຮ່ວມທຶນລາວ-ຈີນ ຈໍາກັດ, ພ້ອມດ້ວຍຄູ-ອາຈານ ແລະນ້ອງນັກຮຽນເຂົ້າຮ່ວມ.

 ເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ແມ່ນໜຶ່ງໃນໂຄງການລະດັບຊາດ, ເຂດພັດທະນາເປັນຂົວຕໍ່ທີ່ສໍາຄັນຂອງການຮ່ວມມື ລາວ-ຈີນ ແລະເປັນໂຄງການທີ່ປະກອບສ່ວນໃນ ການເຮັດໃຫ້ປະຊາຊົນໃນເຂດອ້ອມ ແອ້ມໂຄງການມີຊີວິດທີ່ດີຂຶ້ນ ໂດຍສະ ເພາະແມ່ນເມືອງໄຊເສດຖາ, ໜຶ່ງໃນບັນຫາທີຂາດແຄນກໍແມ່ນຂາດໂຮງຮຽນທີ່ເປັນບ່ອນສິດສອນນັກຮຽນ, ໃຫ້ຄວາມຮູ້ແກ່ນັກຮຽນ. ດັ່ງນັ້ນອົງການປົກຄອງແຂວງຢູ່ນານ ສປ ຈີນ ຮ່ວມກັບກຸ່ມ ບໍລິສັດກໍ່ສ້າງ ແລະລົງທຶນແຂວງຢູ ນານຫຸ້ນສ່ວນຈໍາກັດ ແລະບໍລິສັດຮ່ວມທຶນ ລາວ-ຈີນ ຈໍາກັດ ໄດ້ປຸກສ້າງໂຮງຮຽນປະຖົມສົມມູນຫຼັງໃໝ່ບ້ານນາໄຫ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

  ສໍາລັບມູນຄ່າການກໍ່ສ້າງໂຮງຮຽນປະຖົມສົມມູນບ້ານນາໄຫທັງໝົດ 801,760 ຢວນ ຊຶ່ງໃນໂຄງການປະກອບມີອາຄານຮຽນ 1 ຫຼັງ ນໍາໃຊ້ເນື້ອທີ່ປຸກສ້າງ 392 ຕາແມັດ, ມີ 7 ຫ້ອງໃນຫ້ອງຮຽນ 6 ຫ້ອງ, ຫ້ອງຄູສອນ 1 ຫ້ອງ, ຫ້ອງນໍ້າ 1 ຫ້ອງ ແລະໂຕະຄົບຊຸດ. ພ້ອມກັນນັ້ນ, ຈະສະໜອງເຄື່ອງອຸປະກອນນຳໃຊ້ທີ່ຈຳ ເປັນໃຫ້ແກ່ໂຮງຮຽນ, ເພື່ອສາມາດຕອບສະໜອງຄວາມຕ້ອງການທີ່ພຽງພໍໃນການສອນຂອງໂຮງຮຽນ.

---------------------

ຂຽນໂດຍວົງມະນີ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ