3 ດ່ານພາສີສາກົນ ຫາລືກຽມໃຊ້ລະບົບທັນສະໄໝຄຸ້ມຄອງຂົນສົ່ງ ແລະເຄື່ອນຍ້າຍສິນຄ້າ

  ກອງປະຊຸມປຶກສາຫາລືການນໍາໃຊ້ລະບົບທັນສະໄໝຫຼືເອີ້ນວ່າ T1 Module ເຂົ້າໃນການຄຸ້ມຄອງຂົນສົ່ງ ແລະ ເຄື່ອນຍ້າຍສິນຄ້າໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດ 2019 ຢູ່ທີ່ສະຖານີຄ່ຽນຖ່າຍສິນຄ້າເຂດເສດຖະກິດສະເພາະທ່າແຂກ ບໍລິສັດ ໂຈ້ ບຸນມີ ກຣຸບ ຂົນສົ່ງສິນຄ້າ ຈໍາກັດຜູ້ດຽວ (ໄອຊີດີ)ໂດຍການເປັນປະທານຂອງທ່ານ ສີລິວັນ ພັນຄໍາຜິວ ຫົວໜ້າພະແນກນິຕິກໍາກົມພາສີກະຊວງການເງິນ, ທ່ານ ວິລະກອນ ເກດຕະວົງ ຮອງຫົວໜ້າພະແນກໄອຊີທີກົມພາ ສີກະຊວງການເງິນ, ທ່ານ ບຸນລ້ຽງ ຫຼວງສະເພົາທອງຮອງກອງພາສີ 5 , ມີບັນດາເຈົ້າໜ້າທີ່ຈາກ 3 ດ່ານຄື: ດ່ານ ສາກົນຂົວມິດຕະພາບ 3, ດ່ານສາກົນ ນາເພົ້າ,ດ່ານສາກົນນໍ້າພາວ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ຕະຫຼອດເຖິງຕາງໜ້າບໍລິສັດ ໂຈ້ ບຸນມີ ກຣຸບ ຂົນສົ່ງສິນຄ້າຈໍາກັດຜູ້ດຽວ,ພະນັກງານວິຊາການທີ່ກ່ຽວຂ້ອງ ແລະຜູ້ປະກອບການດ້ານບໍລິການຂົນສົ່ງສິນຄ້າເຂົ້າຮ່ວມ.

 ຈຸດປະສົງໃນການປຶກສາຫາລືກັນລະຫວ່າງເຈົ້າໜ້າທີ່ພາສີ ແລະພາກສ່ວນທີ່ກ່ຽວຂ້ອງແມ່ນເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດ ແລະສ້າງຄວ າມເຂົ້າໃຈໃນການນໍາໃຊ້ລະບົບ T1 Module ເຂົ້າໃນການຄຸ້ມຄອງຂົນສົ່ງ ແລະເຄື່ອນຍ້າຍສິນຄ້າໃຫ້ໄປໃນລວງດຽວກັນ,ມີຄວາມເປັນເອກະພາບກັນໃນກາ ນປະຕິບັດດ້ານລະບຽບການ, ການ ເສຍຄ່າທໍານຽມ, ສາມາດເຊື່ອມໂຍງຂໍ້ມູນເຊິ່ງກັນ ແລະກັນໄດ້ໂດຍສະເພາະກັບກົມພາສີເພື່ອສາມາດຕິດຕາມ, ກວດກາ ການເຄື່ອນໄຫວປະຕິບັດວຽກງານວິຊາສະເພາະໃນ 3 ດ່ານດັ່ງກ່າວໃຫ້ເຂົ້າສູ່ລະ ບົບທີ່ທັນສະໄໝ, ພ້ອມນັ້ນກໍ່ເປັນການສ້າງ ເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ຜູ້ໃຊ້ບໍລິການເປັນຕົ້ນແມ່ນລະບົບຄ່ຽນຖ່າຍສິນຄ້າ ແລະມີຈຸດພັກສິນຄ້າເພື່ອລໍຖ້າການເສຍພາສີ, ນອກຈາກນັ້ນຍັງເຮັດໃຫ້ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ພາສີປະຈໍາດ່ານມີຄວາມຄ່ອງຕົວຂຶ້ນ ແລະ ປະຢັດເວລາໃນການຂົນສົ່ງ.

ສະເພາະການນໍາໃນລະບົບ  T1 Module ເຂົ້າໃນການຄຸ້ມຄອງຂົນສົ່ງ ແລະ ເຄື່ອນຍ້າຍສິນຄ້າປະຈໍາສະຖານີຄ່ຽນ ຖ່າຍສິນຄ້າຢູ່ເຂດເສດຖະກິດສະເພາະທ່າແຂກ ແຂວງຄໍາມ່ວນ ແມ່ນເປັນແຫ່ງ ທີ 2 ຖັດຈາກສະຖານີຄ່ຽນຖ່າຍສິນຄ້າ ຢູ່ເຂດເສດຖະກິດພິເສດສະຫວັນ - ເຊໂນ. ທັງນີ້ ແມ່ນອີງຕາມຂໍ້ຕົກລົງວ່າດ້ວຍ ການອະນຸມັດໃຫ້ບໍລິສັດ ໂຈ້ ບຸນມີ ກຣຸບ ຂົນສົ່ງສິນຄ້າສາກົນ ໄອຊີດີຈໍາກັດ ຜູ້ດຽວເປີດບໍລິການສະຖານີຄ່ຽນຖ່າຍສິນຄ້າຢູ່ເຂດເສດຖະກິດສະເພາະທ່າແຂກ, ຂໍ້ຕົກ ລົງ ວ່າດ້ວຍການອະນຸມັດສ້າງຕັ້ງໜ່ວຍງານຄຸ້ມຄອງ ແລະ ບໍລິການດ້ານວຽກ ງານພາສີຢູ່ສາງຄ່ຽນຖ່າຍສິນຄ້າຢູ່ເຂດ ເສດຖະກິດສະເພາະທ່າແຂກ, ຂໍ້ຕົກລົງວ່າ ດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໃນການຕິດຕັ້ງຜັນຂະຫຍາຍລະບົບ Smart Tax ໃນການຊຳລະສະສາງຄ່າພາສີ- ອາກອນຢູ່ສາງຄ່ຽນຖ່າຍສິນຄ້າຢູ່ເຂດ ເສດຖະກິດສະເພາະທ່າແຂກ ແລະຂໍ້ຕົກ ລົງວ່າດ້ວຍການຜັນຂະຫຍາຍນໍາໃຊ້ໂມ ດຸນຄຸ້ມຄອງການຂົນສົ່ງສິນຄ້າ ( Manifest Module) ແລະ ໂມດຸນຄຸ້ມຄອງ ການເຄື່ອນຍ້າຍສິນຄ້າ (T1 Module) ຢູ່ດ່ານພາສີສາກົນຂົວມິດຕະພາບ 3, ຫ້ອງການພາສີປະຈໍາເຂດເສດຖະກິດສະ ເພາະທ່າແຂກ, ດ່ານພາສີສາກົນນາເພົ້າ ແລະດ່ານພາສີສາກົນນໍ້າພາວ.

  ກົມພາສີໄດ້ມອບໃຫ້ດ່ານພາສີສາກົນຂົວມິດຕະພາບ 3, ຫ້ອງການພາສີປະຈໍາເຂດເສດຖະກິດສະເພາະທ່າແຂກ, ດ່ານພາສີສາກົນນາເພົ້າ  ແລະດ່ານພາສີສາກົນ ນໍ້າພາວເປັນເຈົ້າການນໍາໃຊ້ໂມດຸນຄຸ້ມຄອງຂໍ້ມູນການຂົນສົ່ງເຂົ້າໃນການແຈ້ງ ແລະການຄວບຄຸມກວດກາຂໍ້ມູນການຂົນສົ່ງທຸກໆປະເພດສິນຄ້າ ແລະໂມດຸນ ຄຸ້ມຄອງການເຄື່ອນຍ້າຍສິນຄ້າ ພ້ອມນັ້ນ ຍັງໄດ້ມອບໝາຍໃຫ້ພະແນກນິຕິກໍາສົມທົບກັບພະແນກແຜນການ ແລະຂໍ້ມູນຂ່າວສານຮັບຜິດຊອບຮ່າງບົດແນະນໍາການ ນໍາໃຊ້, ຂຶ້ນແຜນເຜີຍແຜ່ແນະນໍາ, ຝຶກອົບ ຮົມໃຫ້ເຈົ້າໜ້າທີ່ພາສີ, ຜູ້ປະກອບການ ແລະຕິດຕັ້ງທັງ 2 ໂມດຸນໃຫ້ບັນດາດ່ານ ພາສີສາກົນນໍາໃຊ້ເພື່ອສ້າງເງື່ອນ ແລະສາມາດຜັນຂະຫຍາຍການນໍາໃຊ້ໃນຂອບເຂດທົ່ວປະເທດທັງນີ້ເພື່ອຮັບປະກັນໃຫ້ການແຈ້ງຂໍ້ມູນເອກະສານຂົນສົ່ງສິນຄ້າ ແລະກາ ນຄຸ້ມຄອງການເຄື່ອນຍ້າຍ ສິນຄ້າຜ່ານແດນສາກົນ ແລະພາຍໃນ ໃຫ້ມີລັກສະນະກະທັດຮັດ, ຮັດກຸມ ແລະ ທັນສະໄໝຂຶ້ນກວ່າເກົ່າ.

-------------------------

ຂຽນໂດຍ: ແດງສະຫວັດ ແສນພານິດ 

ພາບ ແລະຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ