ເປີດງານວຽງຈັນເຊັນເຕີ ມໍເຕີໂຊຄັ້ງທີ 3

 ວັນທີ 27 ກໍລະກົດ 2019 ສູນການຄ້າວຽງຈັນເຊັນເຕີ ໄດ້ຈັດງານວາງສະ ແດງລົດ (VIENTIAEN CENTER MOTOR SHOW 2019) ພາຍໃຕ້ຫົວຂໍ້ ອົບອຸ່ນປອດໄພທ່ຽວສະບາຍ ໄປກັບວຽງຈັນເຊັນເຕີ ມໍເຕີໂຊ 2019 ຊຶ່ງຈັດຂຶ້ນເປັນຄັ້ງທີ 3, ນັບແຕ່ວັນທີ 27 ກໍລະກົດ ຫາ 4 ສິງຫາ, ເຂົ້າຮ່ວມໃນພິທີເປີດມີ ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວ, ທ່ານ ນາງ ສະຫວັນທອງ ອຸ່ນມີໄຊ ຮອງຜູ້ອຳ ນວຍການບໍລິສັດພັດທະນາສູນເສດຖະກິດການຄ້າຄົບວົງຈອນໜອງຈັນຕອນເໜືອ ຈຳກັດ, ທ່ານ ຄຳພຸດ ພັນທະຈິດ ຫົວໜ້າກອງຄຸ້ມຄອງພາຫະນະ ແລະການຂັບຂີ່ນະຄອນຫຼວງ, ທ່ານ ໂອເງິນ ປັນຍານຸວົງ ຫົວໜ້າພະແນກພັດທະ ນາການທ່ອງທ່ຽວ ແລະບັນດາທ່ານຮອງອຳນວຍການສູນການຄ້າວຽງຈັນເຊັນ ເຕີເຂົ້າຮ່ວມ.

 ທ່ານ ນາງ ສະຫວັນທອງ ອຸ່ນມີໄຊ ກ່າວວ່າ: ງານປີນີ້ ຜູ້ມາຮ່ວມຈະໄດ້ພົບກັບຫຼາກຫຼາຍກິດຈະກຳເຊັນ: ງານວາງສະແດງລົດຍົນຈາກແຕ່ລະຄ່າຍລົດທີ່ເຂົ້າຮ່ວມວາງສະແດງພ້ອມໂປຣໂມຊັນ ສຸດພິເສດຈາກທາງຮ້ານ, ພົບກັບການຮ່ວມມືລະຫວ່າງກຸງສີລິດຊິງ ເຊີວິດ ແລະເອັສທີ ເມືອງໄທອິນເຊີຣັນໃນການໃຫ້ສິດລູກຄ້າຊື້ປະກັນໄພຜ່ານກຸງສີລິດຊີງ ເຊີວິດໃນລາຄາພິເສດ.

 ນອກນັ້ນຍັງຈະໄດ້ພົບກັບກິດຈະກຳນຳຢາງລົດເກົ່າພ້ອມເງິນ 3 ແສນກີບມາແລກຮັບຖັງຂີ້ເຫຍື້ອທີ່ຜະລິດຈາກຢາງຕີນລົດເກົ່າ,ກິດຂະກຳການແຂ່ງຂັນ E-SPORT ພ້ອມການແຈກຂອງລາງວັນ,ກິດຈະກຳແຂ່ງຂັນເຕັ້ນ K- POP UYD 2019 ຮອບຄັດເລືອກພ້ອມນີ້ໃນຕະຫຼອດເວລາຂອງການຈັດງານຜູ້ເຂົ້າຮ່ວມຍັງຈະໄດ້ພົບກັບຜູ້ ຊ່ຽວຊານຈາກຫຼາຍຄ່າຍລົດທີ່ຈະມາໃຫ້ຄຳແນະນຳກ່ຽວກັບລົດຢ່າງຮອບດ້ານ ແລະກິດຈະກຳແຈກລາງວັນຢ່າງຫຼວງຫຼາຍ, ພິເສດພາຍໃນງານຍັງສາມາດນຳເອົາໃບຂັບຂີ່ມາຕໍ່ອາຍຸ ແລະເສຍຄ່າທາງຢ່າງສະດວກສະບາຍ.

-----------------------------

 ພາບ ແລະຂາ່ວຈາກ:ໜັງສືພິມເສດຖະກິດ-ສັງຄົມ