ທະນາຄານຮ່ວມພັດທະນາ ຮັບລາງວັນໂລ້ຄຳສາກົນ

 ທະນາຄານຮ່ວມພັດທະນາ ໄດ້ຖືກຄັດເລືອກຈາກ The Association OTHERWAYS-Paris ປະເທດຝຣັ່ງ ໃຫ້ໄດ້ຮັບຂັນລາງວັນໂລ້ຄໍາ THE GOLDEN EUROPE AWARD FOR QUALITY and COMMER CIAL PRESTIGE.

  ພິທີມອບຮັບຂັນລາງວັນໂລ້ຄໍາດັ່ງກ່າວແມ່ນໄດ້ຈັດຂຶ້ນຢູ່ນະຄອນຫຼວງເບີລິນປະເທດເຢຍລະມັນ, ເມື່ອກາງເດືອນມານີ້ຊຶ່ງຕາງໜ້າໃຫ້ທະນາຄານຮ່ວມພັດທະນາໄປຮັບຂັນລາງວັນແມ່ນທ່ານ ຄໍາຮູ້ ທອງທະວີ ສະມາຊິກສະພາບໍລິຫານທັງເປັນທີ່ປຶກສາທະນາຄານ ແລະ ທ່ານ ບົວວອນ ຈັນທະນີເລີດ ສະມາຊິກສະພາບໍລິຫານທັງເປັນຫົວຫ້ອງການທະນາຄານຮ່ວມພັດທະນາແລ້ວມາມອບໃຫ້ ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານທະນາຄານຮ່ວມພັດທະນາເນື່ອງໃນໂອກາດກອງປະຊຸມສະ ຫຼຸບຜົນງານ 6 ເດືອນຕົ້ນປີ ແລະວາງແຜນການ 6 ເດືອນທ້າຍປີ 2019 ໃນ ວັນທີ 20 ກໍລະກົດຜ່ານມາ.

  ຂັນລາງວັນໂລ້ຄໍາ THE GOLDEN EUROPE AWARD FOR QUALITY and COMMERCIAL PRESTIGE ເປັນລາງວັນທໍາອິດທີ່ທະນາຄານຮ່ວມພັດທະນາໄດ້ຮັບໃນລະດັບສາກົນເປັນລາງວັນຈາກເອີຣົບທີ່ຢັ້ງຢືນເຖິງການບໍລິການທີ່ມີຄຸນນະພາບ ແລະມີຊື່ສຽງທີ່ດີ. ການມອບລາງວັນໃຫ້ຂະແໜງການທະນາ ຄານໃນປີນີ້ມີແຕ່ທະນາຄານ JDB ທະນາຄານດຽວທີ່ໄດ້ຮັບຂັນລາງວັນດັ່ງກ່າວ. ອົງກອນຜູ້ຈັດການມອບລາງວັນໄດ້ຄັດເລືອກບໍລິສັດຕ່າງໆທົ່ວໂລກ ມີ 30 ບໍລິສັດທີ່ໄດ້ຮັບກຽດຮັບລາງວັນໃນຄັ້ງນີ້, ສໍາລັບປະເທດລາວເຮົາມີແຕ່ທະນາຄານຮ່ວມພັດທະນາທີ່ໄດ້ຖືກຄັດເລືອກຊຶ່ງເປັນລາງວັນທີ່ຊົງກຽດຢູ່ໃນລະດັບສາກົນເພາະຕາມຊື່ຂອງລາງວັນແມ່ນ: ລາງວັນໂລ້ຄໍາເອີຣົບ ທີ່ໃຫ້ສໍາລັບບັນດາບໍລິສັດ ຫຼື ວ່າທະນາຄານທີ່ມີການບໍລິການທີ່ມີຄຸນນະພາບ, ມີການເຕີບໃຫຍ່, ມີຊື່ສຽງທາງດ້ານການຄ້າ.

JDB ເປັນທະນາຄານທີ່ບໍລິການລູກຄ້າດ້ວຍມາດຕະຖານສາກົນ ISO: 9001:2015, ບໍລິການດ້ວຍຄວາມສະດວກ,ວ່ອງໄວຮັບປະກັນຄວາມປອດໄພ, ສ້າງຄວາມປະທັບໃຈໃຫ້ລູກຄ້າ ແລະ ລູກຄ້າກໍ່ມີຄວາມເຊື່ອໝັ້ນຕໍ່ທະນາຄານ ແລະ ມານໍາໃຊ້ບໍລິການນັບມື້ເພີ່ມຂຶ້ນອັດຕາການຂະຫຍາຍຕົວສະເລ່ຍໃນໄລຍະ 6 ປີຜ່ານມາຍອດຊັບສິນເພີ່ມຂຶ້ນ 33%, ເງິນຝາກຂະຫຍາຍຕົວ37%, ເງິນກູ້ຂະຫຍາຍຕົວ 43% ແລະກໍາໄລຂະຫຍາຍຕົວ 49% ເຫັນວ່າໃນໄລຍະ 6 ປີຜ່ານມາທະນາຄານ JDB ໄດ້ມີການເຕີບໃຫຍ່ຂະຫຍາຍຕົວໄວຮອບດ້ານ.

--------------------

ຂຽນໂດຍກິ່ງລັດຕະນະ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ