ປະກາດເລື່ອນຊັ້ນ ທ່ານ ພົນຕີ ທອງລອຍ ສິລິວົງ ຂື້ນເປັນພົນໂທ

 ພິທີປະກາດເລື່ອນຊັ້ນນາຍທະຫານຂັ້ນສູງຈາກຊັ້ນພົນຕີຂຶ້ນຊັ້ນພົນໂທຂອງ ທ່ານ ພົຕ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວ ໜ້າກົມໃຫຍ່ການເມືອງກອງທັບໄດ້ຈັດຂຶ້ນໃນວັນທີ 25 ກໍລະກົດ 2019 ທີ່ກະຊວງປ້ອງກັນປະເທດໂດຍເປັນກຽດເຂົ້າປະດັບຊັ້ນໂດຍທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ແລະເຂົ້າຮ່ວມຂອງທ່ານ ພົອ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ,ມີທ່ານຄະນະນໍາກະຊວງປ້ອງກັນປະເທດ, ຄະນະພັກກົມ, ຫ້ອງການ, ອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.

  ທ່ານ ນາງ ບຸດສະດີ ທະນະເມືອງ ຫົວໜ້າກົມຄຸ້ມຄອງພະນັກງານຄະນະຈັດຕັ້ງສູນກາງພັກໄດ້ຂຶ້ນຜ່ານລັດຖະດຳລັດປະທານປະເທດວ່າດ້ວຍການເລື່ອນຊັ້ນນາຍທະຫານຊັ້ນພົນຕີຂຶ້ນຊັ້ນພົນໂທໂດຍອີງຕາມລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປັບປຸງປີ 2015 ມາດຕາ 67 ຂໍ້ 06,ອີງຕາມກົດໝາຍວ່າດ້ວຍນາຍທະຫານສະບັບປັບປຸງປີ 2018 ແລະ ອີງຕາມໜັງສືສະເໜີຂອງນາຍົກລັດຖະມົນຕີສະບັບເລກທີ 73/ນຍ, ລົງວັນທີ 3 ກໍລະກົດ 2019 ດັ່ງນັ້ນ, ປະ ທານປະເທດແຫ່ງສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ຈຶ່ງໄດ້ອອກລັດຖະດຳລັດ ເລກທີ 249/ປປທ, ລົງວັນທີ 19 ກໍລະກົດ 2019 ວ່າດ້ວຍການເລື່ອນຊັ້ນນາຍທະຫານຊັ້ນພົນຕີຂຶ້ນຊັ້ນພົນໂທ.

  ໂອກາດນີ້ ທ່ານ ພັນຄຳ ວິພາວັນ ກໍໄດ້ໃຫ້ກຽດໂອ້ລົມພ້ອມທັງໄດ້ເນັ້ນໜັກໃຫ້ຄະນະນໍາກະຊວງປ້ອງກັນປະເທດຄັ້ງນີ້ວ່າ: ການເລື່ອນຊັ້ນໃນຄັ້ງນີ້ມັນເປັນ ຄວາມຮຽກຮ້ອງຕ້ອງການຂອງໜ້າທີການເມືອງໃນການຊີ້ນໍາບັງຄັບບັນຊາຂອງກໍາລັງປະກອບອາວຸດທັງເປັນການເຕີບໃຫຍ່ຂະຫຍາຍຕົວໃນກໍາລັງປະກອບ ອາວຸດເຮັດໃຫ້ການບັງຄັບບັນຊາພາຍໃນມີຄວາມເຂັ້ມແຂງ, ຍັ້ງຢືນເຖິງຄວາມສໍາເລັດຢັ້ງຢືນເຖິງຜົນງານຂອງກົມກອງລວມໝູ່ບຸກຄົນ, ສະແດງເຖິງຄວາມເອົາ ໃຈໃສ່ຄວາມເຊື່ອໝັ້ນຂອງພັກຂອງ ກົມການເມືອງສູນກາງພັກຕໍ່ກໍາລັງປະ ກອບອາວຸດ ແລະເປັນການມອບໝາຍ ໜ້າທີໃໝ່ອັນໜັກໜ່ວງ ແລະ ມີກຽດສະຫງ່າງາມໃຫ້ແກ່ກໍາລັງປະກອບອາວຸດຂອງກອງທັບປະຊາຊົນລາວ, ອີກອັນໜຶ່ງກໍ່ເພື່ອສືບຕໍ່ປະຕິບັດໜ້າທີ່ກໍ່ສ້າງກອງທັບປະຊາຊົນລາວໃຫ້ເປັນກອງ ທັບປະຕິ ວັດທີ່ມີລະບຽບວິໄນ, ມີແບບແຜນ ແລະ ທັນສະໄໝຕາມທິດຊີ້ນໍາຂອງກົມການ ເມືອງສູນກາງພັກຕັ້ງໜ້າປັບປຸງກໍ່ສ້າງ ກອງທັບໃຫ້ໜັກແໜ້ນທາງດ້ານການເມືອງແນວຄິດ ແລະເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຈົງຮັກພັກດີຕໍ່ພັກຕໍ່ຊາດເປັນເສົາຄໍ້າອັນໜັກແໜ້ນກ້າແກ່ນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ.

----------------------------

ຂຽນໂດຍ: ແພງຕາ

ພາບ ແລະຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ