ເບຍລາວ ມອບອຸປະກອນການແພດໃຫ້ກະຊວງສາທາ

  ເພື່ອເປັນການຫຼຸດຜ່ອນການແຜ່ ລະບາດຂອງພະຍາດໄຂ້ເລືອດອອກ ຫຼື ພະຍາດໄຂ້ຍຸງລາຍ ສະນັ້ນທາງບໍລິສັດ ເບຍລາວໄດ້ເຫັນຄວາມສໍາຄັນ ເພື່ອເປັນ ການຕໍ່ຕ້ານພະຍາດດັ່ງກ່າວ ໃນວັນທີ 26 ກໍລະກົດ 2019 ທີ່ນະຄອນຫຼວງວຽງຈັນ ບໍລິສັດ ເບຍລາວ ຈໍາກັດ ໄດ້ມອບອຸປະກອນການແພດເພື່ອຕ້ານ ແລະສະກັດ ກັ້ນໄຂ້ຍຸງລາຍໃນທົ່ວປະເທດ ໃຫ້ແກ່ກະ ຊວງສາທາລະນະສຸກ ເປັນກຽດມອບ-ຮັບໂດຍທ່ານ ສູນທອນ ພົມມະຈັກ ປະທານບໍລິສັດ ເບຍລາວ ຈໍາກັດ ແລະ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານ ສູນທອນ ສີຣິສັກ ຮອງອໍານວຍການໃຫຍ່ ບໍລິສັດ ເບຍລາວ, ທ່ານ ວຽງເພັດ ພັນທະວົງ ຜູ້ອໍານວຍການຝ່າຍບໍລິຫານ ແລະກິດຈະການເພື່ອສັງຄົມ, ທ່ານ ດຣ ເນົາ ບຸດຕາ ຫົວໜ້າຫ້ອງການກະຊວງສາທາລະນະສຸກພ້ອມດ້ວຍຄະນະສູນໄຂ້ຍຸງແມ່ ກາຝາກ ແລະແມງໄມ້ເຂົ້າຮ່ວມ.

 ທ່ານ ສູນທອນ ພົມມະຈັກ ກ່າວວ່າ: ເພື່ອເປັນການຫຼຸດຜ່ອນການແຜ່ລະບາດຂອງພະຍາດໄຂ້ເລືອດອອກ ຫຼືພະຍາດໄຂ້ຍຸງລາຍສະນັ້ນທາງບໍລິສັດເບຍລາວ ໄດ້ເຫັນຄວາມສໍາຄັນ ເພື່ອເປັນການຕໍ່ຕ້ານພະຍາດຍຸງລາຍດັ່ງກ່າວ, ອຸປະກອນທີ່ນໍາມາມອບຄັ້ງນີ້ປະກອບມີ: ອຸປະກອນຮັບໃຊ້ພະແນກຊືມເຊື້ອເດັກນ້ອຍໂຮງໝໍມະໂຫສົດຄື: ພັດລົມໃຫຍ່, ມຸ້ງ, ຕຽງພັບສຸກເສີນ ແລະບັກສຽບ ມູນ ຄ່າ 38,5 ລ້ານກີບ, ປ້າຍຮັບໃຊ້ແກ່ພະແນກສາທາລະນະສຸກມູນຄ່າ 68 ລ້ານ ກີບ, ອຸປະກອນພົ່ນຂ້າຍຸງລາຍໃຫ້ແກ່ກະຊວງສາທາລະນະສຸກມູນຄ່າ 325,38 ລ້ານກີບ ແລະຜະລິດເສ້ືອອາສາສະໝັກ ແລະພິມໂປສເຕີ້ທົ່ວປະເທດມູນຄ່າ 168,12 ລ້ານກີບ ເຊິ່ງລວມມູນຄ່າທັງໝົດ 600 ລ້ານກີບ. ນອກນັ້ນບໍລິສັດໂອໂຕ້ລາວໄດ້ມອບເງິນຈຳນວນ 50 ລ້ານກີບ ເຂົ້າໃນການສະກັດກັ້ນໄຂ້ຍຸງ ລາຍອີກດ້ວຍ.

  ໃນໂອກາດດັ່ງກ່າວ ທ່ານ ບຸນກອງ ສີຫາວົງ ໄດ້ສະແດງຄວາມຮູ້ບຸນຄຸນ ແລະຂອບໃຈມາຍັງບໍລິສັດ ເບຍລາວ ຈໍາກັດ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້, ຊຶ່ງອຸປະກອນດັ່ງກ່າວຈະໄດ້ນຳໄປໝູນໃຊ້ເຂົ້າໃນວຽກງານການແຜ່ລະບາດ ຂອງພະຍາດໄຂ້ຍຸງລາຍ ໂດຍສະເພາະວຽກງານຂອງກະຊວງສາທາລະນະສຸກໃຫ້ມີປະສິດທິຜົນດີ.

-------------------------

ຂຽນໂດຍ: ວົງມະນີ

ພາບ ແລະຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ