ປີນີ້ສາລະວັນຕັ້ງເປົ້າລາຍຮັບ 115 ຕື້ກວ່າກີບ ຮອດດຽວນີ້ເກັບໄດ້ພຽງ 48,67%

  ແຂວງສາລະວັນໄດ້ຂຸ້ນຂ້ຽວ ແລະຈັດຕັ້ງປະຕິບັດໃນການຈັດເກັາຍຮັບເຂົ້າງົບປະມານຢ່າງເປັນປົກກະຕິ ແລະຕໍ່ເນື່ອງ, ພາຍຫຼັງທີ່ໄດ້ຮັບມະຕິຈາກສະພາໃນການເກັບລາຍຮັບປີ 2019 ໃຫ້ບັນລຸ 115 ຕື້ກວ່າກີບ, ຊຶ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບລົງຊຸກຍູ້, ກວດກາຖານຂໍ້ມູນນັບແຕ່ແຂວງລົງເຖິງເມືອງ ແລະ ໄດ້ແບ່ງປັນຕົວເລກໃຫ້ບັນດາເມືອງ, ຂະແໜງ. ມາຮອດປະຈຸບັນແຂວງສາລະວັນສາມາດເກັບລາຍຮັບໄດ້ແລ້ວ 56 ຕື້ກວ່າກີບ ບັນລຸພຽງແຕ່ 48.67% ຂອງແຜນປີ.

  ທ່ານ ຂັນທະລັກ ໂພໄຊ ຫົວໜ້າພະແນກການເງິນແຂວງສາລະວັນໄດ້ລາຍງານໃຫ້ຊາບເມື່ອບໍ່ດົນມານີ້ວ່າ: 6 ເດືອນ ຕົ້ນມານີ້ແຂວງໄດ້ເອົາໃຈໃສ່ການຊຸກຍູ້, ຕິດຕາມ, ກວດກາຖານຂໍ້ມູນຄືນໃໝ່ຂັ້ນແຂວງ ແລະ ເມືອງມີຫົວໜ່ວຍທຸລະກິດທັງໝົດ 3 ພັນກວ່າຫົວໜ່ວຍ, ເພີ່ມຂຶ້ນຈາກຂໍ້ມູນປີຜ່ານມາ 101 ຫົວໜ່ວຍ, ໄດ້ແບ່ງຂັ້ນຄຸ້ມ ຄອງຫົວໜ່ວຍທຸລະກິດລະຫວ່າງແຂວງກັບເມືອງ ແລະເມືອງກັບບ້ານຕາມທິດ 3 ສ້າງ ໃນນີ້ຂັ້ນແຂວງຄຸ້ມຄອງ 313 ຫົວໜ່ວຍ, ເມືອງຄຸ້ມຄອງ 3.025 ຫົວໜ່ວຍ.

  ມາຮອດປະຈຸບັນ ແຂວງສາລະວັນ ເກັບລາຍຮັບບັນລຸໄດ້ 56 ຕື້ກວ່າ ເທົ່າກັບ 48,67% ທຽບໃສ່ແຜນການປີ, ໃນນັ້ນຂະແໜງການອ້ອມຂ້າງແຂວງປະຕິບັດໄດ້ 34 ຕື້ກວ່າກີບ, ບັນດາເມືອງປະຕິບັດໄດ້ 22 ຕື້ກວ່າກີບ, ລາຍຮັບສ່ວຍສາອາກອນປົກກະຕິ, ທີ່ດິນ, ຄ່າທຳນຽມ ແລະລາຍຮັບວິຊາການປະຕິບັດໄດ້ 51 ຕື້ກວ່າກີບ, ລາຍຮັບຊັບ ສິນຂອງລັດປະຕິບັດໄດ້ 4 ຕື້ກວ່າກີບ, ລາຍຮັບຄຸ້ມຄອງການເງິນລັດວິສາຫະກິດປະຕິບັດໄດ້ 102 ຕື້ກວ່າກີບ.

  ສຳລັບສາເຫດທີ່ເຮັດໃຫ້ການຈັດເກັບລາຍຮັບບໍ່ບັນລຸຕາມແຜນການທ່ານຫົວໜ້າພະແນກການເງິນແຂວງເປີດເຜີຍວ່າ: ຍ້ອນຍັງມີຫຼາຍຫົວໜ່ວຍທຸລະກິດບໍ່ທັນປະຕິບັດລະບົບອາກອນມູນຄ່າເພີ່ມ, ການປະຕິບັດລະບອບການແຈ້ງອາກອນຂອງຫົວໜ່ວຍທຸລະກິດຍັງບໍ່ທັນຖືກຕ້ອງຄົບຖ້ວນ, ການກວດກາໄລ່ລຽງລາຍຮັບຕາມລະບົບບັນຊີດຽວເກັບບໍ່ໄດ້ຄົບຖ້ວນ,ການແກ້ໄຂບັນຫາຕ່າງໆຍັງບໍ່ທັນນຳໃຊ້ມາດຕະການທາງດ້ານລະບຽບກົດໝາຍຢ່າງເດັດຂາດໂດຍສະເພາະຕໍ່ຫົວໜ່ວຍທຸລະກິດທີ່ຄ້າງມອບພັນທະ, ອາ ກອນ, ຊັບສິນ, ານຖືບັນຊີບໍ່ນຳໃຊ້ໃບເກັບເງິນອາກອນແລະບັນຫາໜີ້ສິນຕະຫຼາດ 3 ເມືອງ ທີ່ຍັງບໍ່ໄດ້ຮັບການແກ້ໄຂຢ່າງຖືກຕ້ອງ.

------------------------

ຂຽນໂດຍທິດລານີ ໂຄດໂຍທາ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ