ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຊີ້ນຳວຽກງານຟື້ນຟູຫລັງນໍ້າຖ້ວມຢູ່ແຂວງຄຳມ່ວນ

  ວັນທີ 2 ຕຸລາ 2019 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ ແຂວງຄຳມ່ວນ ໂດຍໄດ້ຮັບການຕ້ອນຮັບ ແລະຟັງການລາຍງານກ່ຽວກັບແຜນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໂດຍສະເພາະໄດ້ຮັບຟັງການລາຍງານກ່ຽວກັບຜົນເສຍຫາຍຈາກໄພນໍ້າຖ້ວມ ແລະການແກ້ໄຂຜົນກະທົບຫລັງນໍ້າຖ້ວມຈາກ ທ່ານ ສົມໃຈ ເພັດສີນວນ ຮອງເຈົ້າແຂວງຄຳມ່ວນໂດຍມີຄະນະນຳຂອງແຂວງ ແລະຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.


 ທ່ານ ສົມໃຈ ເພັດສີນວນ ໄດ້ລາຍງານໃຫ້ຮູ້ວ່າ: ໃນປີ 2018 ຜ່ານມາເສດຖະກິດຂອງແຂວງຄຳມ່ວນມີການເຕີບໂຕໃນລະດັບ 6,56%, ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 7,4 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນ 17,8 ກີບ ຫລື ເທົ່າກັບ 2.121 ໂດລາສະຫະລັດຕໍ່ຄົນຕໍ່ປີ. ໃນປີ 2019 ນີ້, ໄດ້ອານຸມັດໂຄງການລົງທຶນຂອງລັດຈຳນວນ 341 ໂຄງການ, ມູນຄ່າ 113 ຕື້ກວ່າກີບ ເຊິ່ງໃນ 9 ເດືອນຜ່ານມາສາມາດປະຕິບັດໄດ້ 265 ໂຄງການ, ມູນຄ່າ 79 ຕື້ກີບ, ເທົ່າກັບ 70%.

ສ່ວນການລົງທຶນຂອງພາກເອກະຊົນໄດ້ເນັ້ນໃສ່ປຸກລະດົມນັກລົງທຶນທັງພາຍໃນ ແລະຕ່າງປະເທດເຂົ້າມາລົງທຶນໃນກິດຈະການຕ່າງໆ ໃນໄລຍະ 9 ເດືອນໄດ້ 20 ໂຄງ ການ, ມີທຶນທັງໝົດ 27 ຕື້ໂດລາສະຫະລັດ, ທຶນຈົດທະບຽນເກືອບ 19 ຕື້ໂດລາສະຫະລັດ; ສ່ວນຂົງເຂດວຽກງານອື່ນໆ ກໍໄດ້ຮັບການພັດທະນາ ແລະ ປະສົບຜົນ ສຳເລັດໃນຫລາຍດ້ານ. ສຳລັບສະພາບຜົນເສຍຫາຍຈາກໄພນໍ້າຖ້ວມໃນໄລຍະຕົ້ນເດືອນສິງຫາ ຫາ ຕົ້ນເດືອນກັນຍາ ຜ່ານມາໄດ້ສ້າງຜົນເສຍຫາຍແກ່ປະຊາຊົນເປັນ

ຈຳນວນຫລາຍກວມເອົາ 6 ເມືອງຂອງແຂວງຄື: ເມືອງບົວລະພາ, ເມືອງຍົມມະລາດ, ເມືອງໄຊບົວທອງ, ເມືອງມະຫາໄຊ ແລະ ເມືອງໜອງບົກ, ມີ 231 ບ້ານ, ມີ 16.600 ກວ່າຄອບຄົວ, ມີ 68.800 ກວ່າຄົນ ໄດ້ຮັບຜົນກະທົບ. ເນື້ອທີ່ນາປີປັກດຳຖືກນໍ້າຖ້ວມ 19.500 ກວ່າເຮັກຕາ, ເນື້ອທີ່ປູກພືດລະດູຝົນ 900 ກວ່າເຮັກ ຕາ, ສັດລ້ຽງຕາຍເປັນຈຳນວນຫລາຍ, ໜອງປາ 326 ໜອງ, ໂຄງການຊົນລະປະທານຖືກນໍ້າຖ້ວມ 52 ຫົວງານ, ຄອງເໝືອງຍຸບ 12 ຈຸດ,ເສັ້ນທາງຖືກນໍ້າຖ້ວມ 31 ເສັ້ນ, ຍາວ 77.600 ກວ່າແມັດ, ໂຮງຮຽນຖືກນໍ້າຖ້ວມ 26 ແຫ່ງ, ໂຮງຮຽນອານຸບານ 3 ແຫ່ງ, ປະຖົມ 20 ແຫ່ງ, ມັດທະຍົມຕອນຕົ້ນ 3 ແຫ່ງ,ນໍ້າຖ້ວມໂຮງໝໍນ້ອຍ 11 ແຫ່ງ, ນຳປະປາຊົນນະບົດ 9 ແຫ່ງ, ນໍ້າບາດານ 723 ບໍ່, ນໍ້າສ້າງ 119 ບໍ່, ວິດຖ່າຍ 4.900 ກວ່າໜ່ວຍ, ລວມມູນຄ່າຜົນເສຍຫາຍທັງໝົດ ທາງພາກລັດ 155 ຕື້ກີບ, ພາກເອກະຊົນ 11,6 ລ້ານໂດລາສະຫະລັດ.


  ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ມີຄຳເຫັນໂອ້ລົມໂດຍທ່ານໄດ້ໃຫ້ທິດຊີ້ນຳແກ່ຄະນະນຳຂອງແຂວງຄຳມ່ວນບາງບັນຫາສຳຄັນຄື: ໃຫ້ສືບຕໍ່ຊີ້ນຳ-ນຳພາ ຈັດຕັ້ງປະຕິບັດບັນດາວຽກງານຕ່າງໆໃນທຸກຂະແໜງການທີ່ເຫັນວ່າຍັງບໍ່ທັນສອດຄ່ອງໂດຍສະເພາະວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນເປັນຕົ້ນບັນຫາຢາເສບຕິດ, ຂີ້ລັກງັດແງະລວມທັງອຸປະຕິເຫດ ແລະ ອື່ນໆ. ຄຽງຄູ່ກັນນັ້ນ, ວຽກງານເສດຖະກິດໃຫ້ສຸມໃສ່ປະຕິບັດບັນດາຄຳສັ່ງ-ຄຳເນາະນຳຂອງລັດຖະບານເປັນຕົ້ນຄຳສັ່ງວ່າດ້ວຍການປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ, ການລົງທຶນຂອງພາກລັດ ແລະ ພາກເອກະຊົນທັງພາຍໃນ ແລະຕ່າງປະເທດໃຫ້ເຂັ້ມງວດ, ຈັດຕັ້ງປະຕິບັດບັນດາໂຄງການຕາມທີ່ສະພາອານຸມັດ, ບໍ່ໃຫ້ໂຄງການນອກແຜນ ແລະ ປະຕິບັດຕາມທິດຂອງລັດຖະບານໃນການກວດກາຄືນບັນດາໂຄງການລົງທຶນຂອງລັດໂດຍສະເພາະໂຄງການນອກແຜນທີ່ໄດ້ຈັດຕັ້ງປະຕິບັດຜ່ານມາໃຫ້ສຳເລັດ ແລະໃຫ້ເປັນຮູບປະທຳ.


 

 ພ້ອມນັ້ນທ່ານຮອງນາຍົກລັດຖະມົນຕີຍັງໄດ້ເນັ້ນໃຫ້ຄະນະນຳຂອງແຂວງ, ເມືອງສຸມໃສ່ແກ້ໄຂຜົນກະທົບຈາກໄພນໍ້າຖ້ວມກໍຄືຊ່ວຍເຫລືອບັນດາເມືອງທີ່ໄດ້ຮັບຜົນກະ ທົບໃນການປັບປຸງຟື້ນຟູພື້ນຖານໂຄງລ່າງ ແລະ ເນື້ອທີ່ການຜະລິດທີ່ໄດ້ຮັບຜົນເສຍຫາຍໂດຍສະເພາະດ້ານກະສິກຳເປັນຫລັກ. ພ້ອມນັ້ນໃຫ້ສຸມໃສ່ຕິດຕາມເຝົ້າລະວັງ ພະຍາດລະບາດ, ໂຮງຮຽນ, ສຸກສາລາ, ຊົນລະປະທານຕ້ອງມີແຜນການແກ້ໄຂຢ່າງຮີບດ່ວນ ແລະກັບຄືນສູ່ສະພາບປົກກະຕິໂດຍໄວແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ. ໃນໂອກາດດຽວກັນ ທ່ານ ສອນໄຊ ສີພັນດອນ ຍັງໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງຄຳມ່ວນ ເພື່ອນຳໄປຊ່ວຍເຫລືອບັນດາເມືອງກໍຄືປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢ່າງທັນການ ແລະມີປະສິດທິຜົນ.

---------------

ໜັງສືພິມເສດຖະກິດ-ສັງຄົມ