ດ່ານພາສີສາກົນນາເພົ້າ ຕັ້ງເປົ້າລາຍຮັບໝົດປີ 130 ຕື້ກີບ 9 ເດືອນເກັບໄດ້ບໍ່ເຖີງ 60%

 ປີ 2019 ດ່ານພາສີສາກົນນາເພົ້າ ເມືອງບົວລະພາ ແຂວງຄຳມ່ວນ ໄດ້ຮັບຕົວເລກມອບໝາຍຈໍານວນ 130 ຕື້ກີບ, ຜ່ານການຈັດຕັ້ງປະຕິບັັດຕົວຈິງໃນ 9 ເດືອນ ບໍ່ສາມາດບັນລຸຕາມແຜນຊຶ່ງສາມາດປະຕິບັດໄດ້ພຽງແຕ່ 77,5 ຕື້ ກວ່າກີບ ເທົ່າກັບ 59,65% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 9,84%, ສາເຫດຫຼັກໆຍ້ອນການສົ່ງອອກ-ນຳເຂົ້າສິນຄ້າທຸກໝວດຫຼຸດລົງ, ໄດ້ຜົນກະທົບຈາກໄພພິບັດນໍ້າຖ້ວມ ແລະ ການຍົກເກັບຄ່າພິເສດແຮ່ບາລິດ, ຫີນກາວ, ແຮ່ກົ່ວ ແລະອື່ນໆ.

 ທ່ານ ສຸພັດ ສຸແສງໄທ ຫົວໜ້າດ່ານພາສີສາກົນນາເພົ້າໃຫ້ສຳພາດວ່າ: ດ່ານພາສີສາກົນນາເພົ້າຂຶ້ນກັບກອງຄຸ້ມຄອງພາສີ VI ກົມພາສີກະຊວງການເງິນ,ເປັນໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກການເງິນແຂວງ,ມີພະນັກງານ-ເຈົ້າໜ້າທີ່ພາສີທັງໝົດ 27 ທ່ານ,ິງ 5 ທ່ານ ໃນນັ້ນມີຄະນະດ່ານ 4 ທ່ານ,ຍິງ 1 ທ່ານ, ພະນັກງານວິຊາການ 23 ທ່ານ, ຍິງ 4 ທ່ານ, ປະກອບມີ 3 ໜ່ວຍງານ, 1 ດ່ານປະເພນີຂຶ້ນກັບມີຫ້ອງການເຮັດວຽກຈຸດຄື: ຈຸດຊາຍແດນນາເພົ້າ ແລະ ຈຸດສາງວິສາຫະກິດຫຼັງຄັງ.

  ດ້ານວຽກງານວິຊາສະເພາະການເກັບລາຍຮັບໃນປີ 2019 ດ່ານພາສີສາກົນນາເພົ້າໄດ້ຮັບຕົວເລກມອບໝາຍຈໍານວນ 130 ຕື້ກີບ,ຄະນະດ່ານໄດ້ແບ່ງແຜນການຈັດເກັບລາຍຮັບເປັນເດືອນ, ງວດ, 6 ເດືອນ, ແຍກເປັນໝວດຕາມສາລະບານງົບປະມານແຍກຕາມໝວດສິນຄ້າແບ່ງເປັນເດືອນໆລະ 10,8 ຕື້ກີບ; ແຕ່ຜ່ານການຈັດ ຕັ້ງປະຕິບັດຕົວຈິງໃນ 9 ເດືອນປີ 2019 (ນັບແຕ່ວັນທີ 1 ມັງກອນຫາວັນທີ 30 ກັນຍາ 2019) ປະຕິ ບັດໄດ້ 77,55 ຕື້ກີບ ເທົ່າກັບ 59,65% ຂອງແຜນ ການປີ, ຖ້າທຽບໃສ່ໄລຍະດຽວກັນຂອງປີີຜ່ານມາ (85,25 ຕື້ກີບ)ເທົ່າກັບ 90,96% ຫຼຸດລົງ 9,04% ຖ້າຄິດເປັນເງິນປະມານ 7,70 ຕື້ກວ່າກີບ.

   ອັດຕາກວມສ່ວນໃຫຍ່ໃນການເກັບລາຍຮັບແຍກຕາມໝວດສິນຄ້າຕົ້ນຕໍໄດ້ຈາກຄ່າຊັກພິເສດ, ນໍ້າມັນເຊື້ອໄຟ, ເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກບໍລິ ໂພກ, ປະເພດພາຫະນະຊິ້ນສ່ວນອາໄຫຼ່, ສິນຄ້າຕາມສັນຍາອາຊຽນ (FROM E), ສິນຄ້າຕາມສັນຍາຟອມສິນຄ້າຕິດຕົວຜູ້ໂດຍສານ,ຄ່າທຳນຽມລົດເຂົ້າ-ອອກ, ຄ່າທຳນຽມຄົນເຂົ້າ-ອອກ, ຄ່າທຳນຽມຄັງແຮ, ຄ່າທຳນຽມຜ່ານແດນສາກົນ, ສິນຄ້ານະໂຍບາຍການລົງທຶນ, ຄ່າປັບໃໝ,ຂາຍເຄື່ອງຮິບ ແລະຄ່າທຳນຽມອື່ນໆ.

 ທ່ານ ສຸພັດ ສຸແສງໄທ ຫົວໜ້າດ່ານພາສີສາກົນນາເພົ້າເປີດເຜີຍຕື່ມອີກວ່າ: ປັດໄຈຫຼັກໆເຮັດໃຫ້ການປະຕິບັດລາຍຮັບບໍ່ໄດ້ຕາມແຜນການປີ, ຍ້ອນການເພີ່ມຕົວເລກການຈັດເກັບລາຍຮັບຫຼາຍກ່ວາປີຜ່ານມາ, ໃນໄລຍະເດືອນກຸມພາຜ່ານມາແມ່ນໄລຍະພັກບຸນປີໃໝ່ຂອງ ສສ ຫວຽດນາມ ຫຼາຍວັນເຮັດໃຫ້ການສົ່ງອອກ-ນຳເຂົ້າສິນຄ້າທຸກໝວດຫຼຸດລົງ, ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມເຮັດໃຫ້ເສັ້ນທາງເລກທີ 12 ລົດບໍ່ສາມາດສັນຈອນໄປມາໄດ້ເຮັດໃຫ້ການສົ່ງອອກ-ນຳເຂົ້າສິນຄ້າຖືກຢຸດສະ ຫງັດ, ການນຳເຂົ້ານໍ້າມັນແອັດຊັງຫຼຸດລົງ 5,06 ແສນລິດຄິດໄລ່ເປັນຄ່າພາສີ-ອາກອນເທົ່າກັບ 102,63 ຕື້ກີບ,ໃນນີ້ມີ: ນໍ້າມັນກາຊວນເພີ່ມ 1.006.370 ລິດ ຄິດໄລ່ເປັນພາສີ-ອາກອນ 2 ຕື້ກວ່າກີບ, ການຍົກເລີກເກັບຄ່າຊັກພິເສດເຊັ່ນ: ແຮ່ບາລິດ, ຫີນກາວ, ແຮ່ກວ່າ ແລະແຕ່ກອ່ນເກັບລົດບັນທຸກ 18 ລໍ້ລົດລາກ 1,65 ແສນກີບຕໍ່ຄັນປະຈຸບັນກັບ 1,2 ແສນກີບຕໍ່ຄັນ.

  ແຕ່ເຖິງຢ່າງໃດຕາມ ໃນ 3 ເດືອນທ້າຍປີ 2019 ຄະນະດ່ານພາສີສາກົນນາເພົ້າໄດ້ວາງຄາດໝາຍສູ້ຊົນ 52,44 ຕື້ ກີບກວມເອົາ 40,34% ຂອງແຜນການ ປີ, ພ້ອມທັງເຂັ້ມງວດການຄຸ້ມຄອງຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງພະນັກງານຢູ່ແຕ່ລະໜ່ວຍງານດ່ານປະເພນີທີ່ຢູ່ໃນຄວາມຮັບຜິດ ຊອບຂອງຕົນຢ່າງເຂັ້ມງວດ, ຮັບປະກັນການປະຕິບັດວຽກງານໃຫ້ມີຄວາມໂປ່ງໃສ, ການບໍລິການທີ່ວ່ອງໄວ ແລະຖືກຕ້ອງຕາມກົດໝາຍ, ລະບຽບການກຳນົດ, ຕ້ານຫາງສຽງ ແລະປະກົດ ການຫຍໍ້ທໍ້ບໍ່ໃຫ້ເກີດຂຶ້ນຢູ່ໃນຖັນແຖວ ພະນັກງານ, ເພີ່ມທະວີການເອົາໃຈໃສ່ ຄຸ້ມຄອງການເກັບລາຍຮັບຈາກການນຳ ເຂົ້າປະເພດສິນຄ້າເຄື່ອງຂອງນຳເຂົ້າຮູບແບບສົ່ງເສີມການລົງທຶນໃຫ້ຖືກຕ້ອງຕາມລະບຽບການ ແລະນຳໃຊ້ໃຫ້ຖືກເປົ້າໝາຍໂດຍປະສານສົມທົບກັບປາຍທາງແຕ່ລະຄັ້ງເພື່ອຕິດຕາມຄຸ້ມຄອງບໍ່ໃຫ້ເກີດມີການລະເມີດຕໍ່ລະບຽບກົດໝາຍພາສີ, ສືບຕໍ່ວຽກງານຕ້ານ ແລະສະກັດກັ້ນການລັກລອບສິນຄ້າໜີພາສີທຸກຮູບແບບປະສານສົມທົບກັບອົງການປົກຄອງທ້ອງ ຖິ່ນແຕ່ລະຂັ້ນ ແລະບັນດາຂະແໜງການທີ່ກ່ຽວຂ້ອງພາຍໃນດ່ານໃຫ້ກົມກຽວກັນ.

   ພ້ອມທັງນຳໃຊ້ມາດຕະການຕໍ່ຜູ້ລະເມີດຢ່າງເຂັ້ມງວດ, ເອົາໃຈໃສ່ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາໄມ້ ແລະ ເຄື່ອງປ່າຂອງດົງອອກຕ່າງປະ ເທດຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ແລະນໍາໃຊ້ເຄື່ອງມືທີ່ທັນສະໄໝທີ່ມີເຂົ້າໃນວຽກງານພາສີໃຫ້ມີຄວາມສະດວກ່ອງໄວ, ໂປ່ງໃສ ແລະມີປະສິດທິຜົນສູງ.

------------------

ຂຽນໂດຍກະຊວງການເງິນ 

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ