ຫຼາຍພາກສ່ວນຮ່ວມຫາລືກຳນົດຄ່າແຮງງານຂັ້ນຕໍ່າສຸດໃນລາວ

  ວັນທີ 1 ຕຸລາ 2019, ກົມຄຸ້ມຄອງແຮງງານ, ກະຊວງແຮງງານກະຊວງແຮງງານ ແລະສະຫວັດດີການສັງຄົມ(ຮສສ), ໄດ້ຈັດກອງປະຊຸມວິຊາການເພື່ອປຶກສາຫາລືກ່ຽວກັບການກຳນົດຄ່າແຮງງານຂັ້ນຕໍ່າສຸດ, ເຂົ້າຮ່ວມ ແລະກ່າວເປີດກອງປະຊຸມຂອງທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ,ກະຊວງ ຮສສ, ມີ ທ່ານ ແດນ້ຽວ ຄອສເຊີ (Daniel Kostzer) ຜູ້ຊ່ຽວຊານສະເພາະດ້ານຄ່າແຮງງານຂັ້ນຕໍ່າຂອງອົງການແຮງງານສາກົນ, ພ້ອມນັ້ນຍັງມີບັນດາທ່ານຜູ້ຕາງໜ້າຈາກຂະແໜງການຕ່າງໆເຂົ້າຮ່ວມ.

  ທ່ານ ພົງໄຊສັກ ອິນຖາລາດ ກ່າວວ່າ: ລາຍໄດ້ ຫຼືຄ່າແຮງງານຂອງຜູ້ອອກແຮງງານແມ່ນປັດໄຈໜຶ່ງທີ່ສຳຄັນໃນການດຳລົງຊີວິດຂອງຊາວຜູ້ອອກແຮງງານເພື່ອກ້າວສູ່ການບັນລຸເປົ້າໝາຍການຫຼຸດຜ່ອນຄວາມທຸກຍາກຢູ່ລາວ, ຫຼາຍປີຜ່ານມາການປ່ຽນແປງທາງດ້ານເສດຖະກິດທັງຢູ່ພາຍໃນປະເທດ, ພາກພື້ນ ແລະສາກົນມັກຈະມີຜົນກະທົບໂດຍກົງຕໍ່ຄ່າຄອງຊີບຫຼືລາຄາສິນຄ້າເພື່ອການອຸປະໂພກ ແລະ ບໍລິໂພກຕ່າງໆໃນທ້ອງຕະຫຼາດໂດຍສະເພາະແມ່ນການທີ່ມີລາຄາສູງຂຶ້ນໃນແຕ່ລະປີເຮັດໃຫ້ການດຳລົງຊີວິດຂັ້ນພື້ນຖານຂອງຊາວຜູ້ອອກແຮງງານຕົ້ນຕໍກຸ່ມຜູ້ອອກແຮງງານທີ່ຢູ່ໃນເປົ້າໝາຍຂອງຄ່າແຮງງານຂັ້ນຕໍ່າສຸດເຊັ່ນ: ແຮງງານທາງຮ່າງກາຍ, ບໍ່ມີວິຊາສະເພາະ, ແຮງງານເຄື່ອນຍ້າຍຈາກຊົນນະບົດຖືກກະທົບ, ຊຶ່ງການໄດ້ຮັບຄ່າແຮງງານທີ່ຕໍ່າແມ່ນບໍ່ເປັນຜົນດີໃຫ້ແກ່ລະບົບເສດຖະກິດຂອງປະເທດເປັນຕົ້ນອັດຕາການເຂົ້າ-ອອກວຽກມີລະດັບທີ່ສູງ, ມີການເຄື່ອນຍ້າຍໄປເຮັດວຽກຢູ່ຕ່າງປະເທດເປັນຈຳນວນຫຼາຍ, ຫົວໜ່ວຍແຮງງານໃນບາງຂະແໜງເສດຖະກິດຂາດແຄນແຮງງານ, ແຮງງານບໍ່ມີຄວາມກະຕືລືລົ້ນທີ່ຈະພັດທະນາຕົນເອງທາງດ້ານສີມື ແລະທັດສະນະຄະຕິໃນການອອກແຮງງານ.

ສຳລັບລາວວິທີການກຳນົດຄ່າແຮງງານຂັ້ນຕໍ່າສຸດແມ່ນໄດ້ເລີ່ມມາແຕ່ປີ 1991-2018, ຊຶ່ງຄ່າແຮງງານຂັ້ນຕໍ່າສຸດຢູ່ປະເທດເຮົາໄດ້ມີການປັບປຸງມາແລ້ວຈຳນວນ 8 ຄັ້ງເປັນການປັບຂຶ້ນທັງໝົດໂດຍອີງໃສ່ເງື່ອນໄຂຕ່າງໆທີ່ຈໍາເປັນ ແລະສະພາບການຕົວຈິງຂອງປະເທດໃນການກຳນົດ, ຊຶ່ງຄັ້ງທີ 8 ແມ່ນປັບປຸງໃນປີ 2018 ຕາມແຈ້ງ ການຂອງລັດຖະ ມົນຕີ ກະຊວງຮສສ ສະບັບເລກທີ 1121/ຮສສ, ລົງວັນທີ 25 ເມສາ 2018 ວ່າ ດ້ວຍການກຳນົດຄ່າແຮງງານຂັ້ນຕໍ່າສຸດ ຂອງຜູ້ອອກແຮງງານໃນຂົງເຂດທຸລະກິດ, ການຜະລິດ ແລະການບໍລິການທີ່ໄດ້ກຳນົດເປັນເງິນ 1,10 ລ້ານກີບຕໍ່ຄົນຕໍ່ເດືອນປັບຂຶ້ນຈາກຄັ້ງທີ 7 (ປີ2015) ປະມານ 22% (ຈາກ 9 ແສນກີບ).

  ທ່ານຫົວໜ້າກົມຄຸ້ມຄອງແຮງງານກ່າວຕື່ມວ່າ:  ເພື່ອໃຫ້ການກຳນົດຄ່າແຮງງານຂັ້ນຕໍ່າສຸດ ໃນໄລຍະຕໍ່ໄປມີຄວາມເໝາະສົມ, ເປັນແບບວິທະຍາສາດຫຼາຍຂຶ້ນກວ່າເກົ່າ ແລະຫາຈຸດຢືນທີ່ເປັນເອກະພາບກັນໂດຍສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ກົມຄຸ້ມຄອງແຮງງານກະຊວງ ຮສສ ຈຶ່ງໄດ້ຈັດກອງປະຊຸມວິຊາການຂຶ້ນເພື່ອປຶກສາຫາລືໃນການກຳນົດຄ່າແຮງງານຂັ້ນຕໍ່າສຸດໃນໄລຍະຕໍ່ໄປ, ໂດຍຜົນຂອງກອງປະຊຸມຈະເປັນຂໍ້ມູນເພື່ອປຶກສາຫາລືຢູ່ກອງປະຊຸມສາມຝ່າຍໃນວັນທີ 3 ຕຸລາ 2019 ນີ້.

-------------------

ຂ່າວພິມພອນ