ວັດຊຽງຄວນຮັບຄວາມນິຍົມຈາກນັກທ່ອງທ່ຽວ

  ສວນວັດທະນະທຳຊຽງຄວນເປັນອີກສະຖານທີ່ທ່ອງທ່ຽວທາງວັດທະນະທຳຂອງນະຄອນຫຼວງວຽງຈັນທີ່ກຳລັງກາຍເປັນທີ່ສົນໃຈຂອງນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດປະຈຸບັນໄດ້ມີນັກທ່ອງທ່ຽວຫຼັ່ງໄຫຼເຂົ້າມາທ່ຽວຊົມໃນແຕ່ລະວັນບໍ່ຂາດສາຍໂດຍລວມແລ້ວບັນຍາກາດຂອງການທ່ອງທ່ຽວແມ່ນມີຄວາມຄຶກຄື້ນດີຊຶ່ງໝົດປີບັນລຸໄດ້ 2 ແສນກວ່າຄົນ ຫຼື ອາດຈະບັນລຸໄດ້ຕາມແຜນການ 3 ແສນຄົນໂດຍນັກທ່ອງທ່ຽວສ່ວນໃຫຍ່ແມ່ນມາຈາກປະເທດຈີນ, ຫວຽດນາມ, ເກົາຫຼີ ແລະ ພາຍໃນປະເທດ.

  ທ່ານ ນາງ ສ້ອຍສຸດາອິນ ເມືອງໄຊ ປະທານບໍລິສັດສວນວັດທະນະທຳຊຽງຄວນຈຳກັດໃຫ້ສຳພາດວ່າ: ສວນວັດທະນະທຳຊຽງຄວນເປັນສະຖານທີ່ທ່ອງທ່ຽວທາງວັດທະນະທຳອີກຈຸດໜຶ່ງຂອງນະຄອນຫຼວງວຽງຈັນ ຊຶ່ງພາຍຫຼັງທີ່ໄດ້ຮັບສຳປະທານກໍໄດ້ລົງມືພັດທະນາຢ່າງຕໍ່ເນື່ອງໂດຍສະເພາະໄດ້ສ້າງສິ່ງອຳນວຍຄວາມສະດວກຕ່າງໆໃຫ້ນັກທ່ອງທ່ຽວເຂົ້າມານັບມື້ນັບຫຼາຍຂຶ້ນກວ່າເກົ່າ, ປະຈຸບັນເຫັນວ່ານັກທ່ອງທ່ຽວເຂົ້າມາເພີ່ມຂຶ້ນຢ່າງຕໍ່ເນື່ອງເມື່ອທຽບໃສ່ປີຜ່ານມາ, ໃນແຕ່ລະເດືອນແມ່ນມີນັກທ່ອງທ່ຽວເພີ່ມຂຶ້ນສະເລ່ຍມີ 500-800 ຄົນຕໍ່ມື້ພິເສດໃນວັນເສົາ-ອາທິດຈະມີເຖິງພັນກວ່າຄົນຊຶ່ງສ່ວນໃຫຍ່ແມ່ນນັກທ່ອງທ່ຽວຈີນ, ຮອງລົງມາແມ່ນເກົາຫຼີ, ຫວຽດນາມ, ໄທ ແລະ ຄົນລາວເຮົາ, ທີ່ມາແບບທົວ, ແບບຄອບຄົວ ແລະອື່ນໆ.

  ນອກນັ້ນຍັງມີບັນດາໂຮງຮຽນທີ່ພານັກຮຽນມາທັດສະນະສຶກສາສະເລ່ຍເດືອນໜຶ່ງມີ 10 ກວ່າໂຮງຮຽນ, ໂດຍລວມບັນຍາກາດການທ່ອງທ່ຽວໃນສວນວັດທະນະທຳຊຽງຄວນແມ່ນມີຄວາມຄຶກຄື້ນດີໝົດປີຈະບັນລຸ 2 ແສນກວ່າຄົນຫຼືອາດບັນລຸແຜນທີ່ວາງໄວ້ 3 ແສນຄົນ, ພາຍໃນສວນວັດທະນະທຳຊຽງຄວນຈະມີອາຫານທີ່ຫຼາກຫຼາຍລາຍການໄວ້ຄອຍບໍລິການແຂກທີ່ເຂົ້າມາທ່ຽວຊົມສຳລັບລາຄາເຂົ້າຊົມຄົນລາວແມ່ນ 10 ພັນກີບຄົນຕ່າງປະເທດ 15 ພັນກີບສ່ວນນັກຮຽນທີ່ມີອາຍຸຕໍ່າ ກວ່າ10 ປີ ແລະຜູ້ເຖົ້າແມ່ນຈະບໍ່ໄດ້ເສຍຄ່າເຂົ້າຊົມ.

ສະໜັບສະໜຸນໂດຍ: HONDA____

 

 ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ກ່າວຕື່ມວ່າ: ການພັດທະນາຂອງສວນວັດທະນະທຳຊຽງຄວນປະຈຸບັນແມ່ນໄດ້ສຳເລັດຫຼາຍໜ້າວຽກເປັນຕົ້ນທາງຍ່າງພາຍໃນສວນ, ການບໍລິການຫ້ອງນໍ້າ, ເວທີການສະແດງ, ສະຖານທີ່ຈອດລົດ, ກຳແພງອ້ອມສວນ, ລານເຄື່ອງຫຼິ້ນເດັກນ້ອຍ ແລະ ອື່ນໆ, ສຳລັບປະຕູໂຂງແມ່ນສ້າງສຳເລັດແລ້ວ 80% ຈະເປີດໃຊ້ໃນເດືອນກຸມພາ 2020, ປະຈຸບັນກຳລັງສ້າງຮ້ານອາຫານໃໝ່, ເລັ່ງເຮັດກັນເຈື່ອນແຄມຂອງ, ຈຸດຊົມວິວ, ຂັ້ນໃດທາງລົງນໍ້າຂອງ ແລະອື່ນໆເພື່ອສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວເຂົ້າມາສວນວັດທະນະທຳຊຽງຄວນ.

___________

ຂຽນໂດຍສະເຫຼີມໄຊ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444