ຫຼາຍກວ່າ 300 ຫົວໜ່ວຍຮ່ວມງານຕະຫຼາດນັດສົ່ງເສີມຜົນຜະລິດກະສິກຳ

 ໃນລະຫວ່າງວັນທີ 30 ພະຈິກ- 1 ທັນວາຜ່ານມາທີ່ເດີ່ນຈອດລົດຂອງສູນການຄ້າລາວ-ໄອເຕັກ ໄດ້ມີພິທີເປີດງານຕະຫຼາດນັດສົ່ງເສີມຜົນຜະລິດກະສິກຳ ແລະຜະ ລິດຕະພັນທີ່ຜະລິດໄດ້ຢູ່ພາຍໃນໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕິກະຊວງອຸດສາຫະກໍາແລະການຄ້າມີບັນດາຄະນະສະເພາະກິດສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດໄດ້ຢູ່ພາຍໃນ ແລະ ການຄຸ້ມຄອງການນຳເຂົ້າສິນຄ້າອຸປະໂພກ-ບໍລິໂພກເຂົ້າຮ່ວມ.

  ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າຈຸດປະສົງຂອງການຈັດງານຕະຫຼາດນັດໃນຄັ້ງນີ້ເພື່ອຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີສະບັບເລກທີ 51/ນຍລົງວັນທີ 30 ສິງຫາ 2019, ເພື່ອເປັນການສ້າງຂະບວນການປູກຈິດສຳນຶກໃຫ້ປະຊາຊົນອົງການຈັດຕັ້ງພາກລັດ ແລະເອກະຊົນໃຫ້ຫັນມາຊົມໃຊ້ສິນຄ້າທີ່ຄົນລາວຜະລິດພາຍໃນປະເທດຫຼາຍຂຶ້ນທັງເປັນການສົ່ງເສີມການຜະລິດພາຍໃນໃຫ້ມີບ່ອນຈຳໜ່າຍສ້າງເງື່ອນໄຂອຳນວຍຄວາມສະດວກແກ່ຜູ້ຜະ ລິດ ແລະຜູ້ຊົມໃຊ້ໄດ້ມີການພົບປະແລກປ່ຽນຂໍ້ມູນຮ່ວມກັນເພື່ອຮັບຮູ້ໄດ້ຜົນການຜະລິດທີ່ສາມາດຜະລິດ ແລະສະໜອງຢູ່ພາຍໃນໄດ້ເພື່ອຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ ແລະເພື່ອກະຕຸ້ນເສດຖະກິດພາຍໃນປະເທດໃຫ້ມີບັນຍາກາດຟົດຟື້ນພ້ອມດ້ວຍກັນນີ້ເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ແລະວັນຊາດທີ 2 ທັນວາ ຄົບຮອບ 44 ປີ.  

ສະໜັບສະໜຸນໂດຍ: HONDA

  ການຈັດງານຕະຫຼາດນັດໃນຄັ້ງນີ້ຈະເປັນບາດກ້າວໃໝ່ທີ່ສຳຄັນຫຼາຍຕໍ່ຊາວກະສິກອນຜູ້ຜະລິດ ແລະຜູ້ບໍລິໂພກໄດ້ຫັນມາຊົມໃຊ້ສິນຄ້າຂອງຄົນລາວນັບມື້ນັບຫຼາຍຂຶ້ນບໍ່ວ່າຈະເປັນສິນຄ້າຜັກອີນຊີ ຫຼື ຜັກທີ່ຜະລິດຕາມທຳມະຊາດກໍ່ດີໂດຍອີງຕາມສະພາບຄວາມຈຳເປັນຂອງແຕ່ລະທ່ານໃນການຊົມໃຊ້ໃນຊີວິດປະຈຳວັນສໍາລັບພາຍໃນງານທ່ານຈະໄດ້ທ່ຽວຊົມ ແລະ ເລືອກຊື້ສິນຄ້າກະສິກຳພືດຜັກເປັນຕົ້ນແມ່ນຜັກອີນຊີສິນຄ້າໂອດັອບສິນຄ້າອຸດສາຫະກຳປຸງແຕ່ງ ແລະ ສິນຄ້າຄອບຄົວຕົວແບບທີ່ມາຈາກ 9 ຕົວເມືອງທົ່ວນະຄອນຫຼວງວຽງຈັນເຂົ້າຮ່ວມທັງໝົດຫຼາຍກວ່າ 300 ຫົວໜ່ວຍທຸລະກິດ.

__________

ຂຽນໂດຍ: ວົງມະນີ
ພາບ ແລະຂ່າວຈາກໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444