ຕລຊລ ລະດົມທຶນໄດ້ເກືອບ 20 ພັນຕື້ກີບ ຂະນະທີ່ ສສຊ ຮັບຮອງຮ່າງກົດໝາຍຫຼັກຊັບສະບັບປັບປຸງໃໝ່

  ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ໃນ ວັນທີ 3 ທັນວາ 2019 ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແລະໃນຂະນະດຽວກັນ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ຂຶ້ນຜ່ານຮ່າງກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ) ເພື່ອໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ພິຈາລະນາ ແລະປະກອບຄໍາເຫັນໃສ່ຮ່າງກົດໝາຍດັ່ງກ່າວຊຶ່ງປະກອບມີສະພາບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຫຼັກຊັບ; ເຫດຜົນ ແລະ ຄວາມຈໍາເປັນໃນການສະເໜີປັບປຸງກົດໝາຍ, ສະພາບການກະກຽມປັບປຸງກົດໝາຍ, ເນື້ອໃນຕົ້ນຕໍການປັບປຸງກົດໝາຍ ແລະ ຄາດ ຄະເນຜົນໄດ້ຮັບພາຍຫຼັງການໃນປັບປຸງກົດໝາຍຊຶ່ງເນື້ອໃນຕົ້ນຕໍໃນການປັບປຸງຮ່າງກົດໝາຍສະບັບປັບປຸງໃໝ່ໃນຄັ້ງນີ້ປະກອບມີ XV ພາກ 16 ໝວດ ແລະ 202 ມາດຕາທຽບກັບກົດໝາຍສະບັບປະຈຸບັນແມ່ນມີ XIII ພາກ, 16 ໝວດ ແລະ173 ມາດຕາ.

   ໃນໄລຍະຜ່ານມາການຄຸ້ມຄອງການເຄື່ອນໄຫວວຽກງານຫຼັກຊັບໃນໄລຍະຕົ້ນ, ລັດຖະບານໄດ້ອອກດໍາລັດວ່າດ້ວຍຫຼັກຊັບ ແລະຕະຫຼາດຫຼັກຊັບໃນເດືອນພຶດສະພາ 2010 ແລະ ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າຍັງບໍ່ສາມາດຕອບສະໜອງໄດ້ເທົ່າທີ່ຄວນໃນການພັດທະນາວຽກງານຫຼັກຊັບເທົ່າທີ່ຄວນ, ສະນັ້ນມາຮອດທ້າຍປີ 2012 ຈຶ່ງໄດ້ຍົກດໍາລັດສະບັບດັ່ງກ່າວຂຶ້ນເປັນກົດໝາຍວ່າດ້ວຍຫຼັກຊັບຊຶ່ງຮັບຮອງຈາກສະພາແຫ່ງຊາດຕາມມະຕິຕົກລົງສະບັບເລກທີ 033/ສພຊ, ລົງວັນທີ 10 ທັນວາ 2012 ແລະ ປະທານປະເທດໄດ້ອອກລັດຖະດໍາລັດປະກາດໃຊ້ສະບັບເລກທີ 027/ປປທ, ລົງວັນທີ 17 ມັງກອນ 2013 ຊຶ່ງກົດໝາຍສະບັບດັ່ງກ່າວໄດ້ກາຍ ເປັນເຄື່ອງມື ແລະບ່ອນອີງທີ່ສໍາຄັນໃຫ້ແກ່ການຄຸ້ມຄອງການເຄື່ອນໄຫວວຽກງານຫຼັກຊັບໃຫ້ມີການຂະຫຍາຍຕົວເລື້ອຍໆມາ.

  ຜ່ານການຈັດຕັ້ງປະຕິບັດກົດໝາຍສະບັບດັ່ງກ່າວເປັນເວລາ 7 ປີ ໄດ້ອໍານວຍຄວາມສະດວກໃຫ້ແກ່ການລະດົມທຶນໄລຍະຍາວຊຶ່ງປະຈຸບັນມີບໍລິສັດຈົດທະບຽນ 11 ບໍ ລິສັດສາມາດລະດົມທຶນໄດ້ທັງໝົດ 19.190,39 ຕື້ກີບ ຫຼືເທົ່າກັບ 12,59% ຂອງGDP, ມູນຄ່າຕະຫຼາດຂອງຕະຫຼາດຫຼັກຊັບລາວຮອດເດືອນຕຸລາ 2019 ທັງ ໝົດ 9.098,76 ຕື້ກີບ ຫຼືເທົ່າກັບ 1.027,95 ລ້ານໂດລາສະຫະລັດ (ທຽບໃສ່ກຸ່ມປະເທດ ASEAN ສປປ ລາວ ຢູ່ອັນດັບທີ 8 ຖັດຈາກ ສສ.ຫວຽດນາມ ແລະທຽບໃສ່ກຸ່ມປະເທດCLMV ສປປ ລາວ ຢູ່ອັນດັບທີ 2 ຖັດຈາກ ສສ ຫວຽດນາມ), ມູນຄ່າຕະຫຼາດຫຼັກຊັບຂອງ ສປປ ລາວ ທຽບກັບ GDP 5,67%, ກໍາປູເຈຍ ທຽບກັບ GDP 3%, ມຽນມາທຽບກັບ GDP 0,61% ແລະ ສສ ຫວຽດນາມ ທຽບກັບ GDP 59,16% ສໍາລັບຕະຫຼາດຫຼັກຊັບໂຮຈີມິນສ່ວນຕະຫຼາດຫຼັກຊັບ ຮ່າໂນຍ ທຽບກັບ GDP 1,42%.

 ບັນດາສະຖາບັນສື່ກາງດ້ານຫຼັກຊັບໄດ້ເພີ່ມຂຶ້ນຖ້າທຽບໃສ່ເມື່ອກ່ອນຊຶ່ງປະຈຸບັນມີບໍລິສັດຫຼັກຊັບຈໍານວນ 4 ບໍລິສັດ, ຮັບຮອງເອົາທະນາຄານດູແລຊັບສິນ 3 ແຫ່ງ, ຮັບ ຮອງບໍລິສັດກວດສອບ 4 ແຫ່ງ, ຮັບຮອງບໍລິສັດຈັດລໍາດັບຄວາມໜ້າເຊື່ອຖື1 ແຫ່ງ ແລະ ຮັບຮອງເອົາບໍລິສັດປະເມີນມູນຄ່າຊັບສິນ 9 ແຫ່ງເພື່ອໃຫ້ຫົວໜ່ວຍເຫຼົ່ານີ້ສາມາເຂົ້າມາດເຄື່ອນໄຫວໃນຂົງເຂດວຽກງານຫຼັກຊັບ, ມີຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດທີ່ໄດ້ໃຫ້ຄວາມສົນໃຈ ແລະ ເຂົ້າມາເຄື່ອນໄຫວຊື້ຂາຍຫຼັກຊັບຫຼາຍພໍ ສົມຄວນໂດຍມີຈໍານວນບັນຊີຫຼັກຊັບທັງໝົດ 14.724 ບັນຊີ. ໃນນັ້ນບັນຊີຫຼັກຊັບທີ່ເປັນຂອງຜູ້ລົງທຶນພາຍໃນ 11.479 ບັນຊີກວມເອົາ 78.22% (ໃນນີ້ປະເພດບຸກຄົນ 11.427 ບັນຊີກວມເອົາ 77.87% ແລະປະເພດສະຖາບັນ 52 ບັນຊີກວມເອົາ 0.35%) ແລະຜູ້ລົງທຶນຕ່າງປະເທດ 3.245 ບັນຊີກວມເອົາ 21.78 % (ໃນນີ້ປະເພດບຸກຄົນ 3.170 ບັນຊີກວມເອົາ 21.28% ແລະປະເພດສະຖາບັນ 75 ບັນຊີກວມເອົາ 0.50%).

 ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຫຼັກຊັບໃນຜ່ານມາເຫັນວ່າຍັງມີບາງດ້ານບໍ່ທັນຄ່ອງຕົວ,ບາງເນື້ອໃນບໍ່ທັນຊັດເຈນ,ຮັດກຸມບໍ່ແທດເໝາະຕໍ່ການຂະຫຍາຍຕົວຂອງວຽກງານຫຼັກຊັບ ແລະການເຊື່ອມໂຍງກັບສາກົນເທົ່າທີ່ຄວນ, ການກໍານົດພາລະບົດບາດຕະຫຼາດຫຼັກຊັບ ແລະສູນຮັບຝາກຫຼັກຊັບຍັງມີລັກສະນະກວມລວມພາໃຫ້ການເຄື່ອນໄຫວບໍ່ທັນຄ່ອງຕົວເທົ່າທີ່ຄວນ, ບົດບັນຍັດກ່ຽວກັບການຊື້ຂາຍຫຼັກຊັບຍັງບໍ່ທັນຄົບຖ້ວນພຽງພໍໂດຍສະເພາະບົດບັນຍັດກ່ຽວກັບການລາຍງານການເປີດ ເຜີຍຂໍ້ມູນ ແລະ ການເກັບຮັກສາຂໍ້ມູນບໍ່ທັນລະອຽດຊັດເຈນໃນນີ້ການລາຍງານຂໍ້ມູນກ່ຽວກັບບຸກຄົນພາຍໃນບົດບັນຍັດກ່ຽວກັບການສືບສວນ-ສອບສວນບໍ່ທັນຮັດກຸມ ແລະສອດຄ່ອງກັບກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະເງື່ອນໄຂຂອງອົງການຄຸ້ມຄອງວຽກງານຫຼັກຊັບສາກົນ (IOSCO) ແລະບັນຫາສຳຄັນທີ່ຕິດພັນອີກຈໍານວນໜຶ່ງ.

  ພາຍຫຼັງກົດໝາຍວ່າດ້ວຍຫຼັກຊັບສະບັບປັບປຸງສະບັບນີ້ໄດ້ຖືກຮັບຮອງ ແລະປະກາດໃຊ້ແມ່ນຈະໄດ້ຮັບຜົນດີຫຼາຍດ້ານໂດຍສະເພາະອົງການຄຸ້ມຄອງວຽກງານຫຼັກຊັບຈະມີນິຕິກໍາໃນການຄຸ້ມຄອງ, ຕິດຕາມ ແລະກວດກາການເຄື່ອນໄຫວວຽກງານຫຼັກຊັບໜັກແໜ້ນຂຶ້ນກວ່າເກົ່າມີການເຄື່ອນໄຫວທີ່ມີປະສິດທິພາບ, ໂປ່ງໃສ ແລະ ຍຸຕິທໍາແນ ໃສ່ເຮັດໃຫ້ວຽກງານດັ່ງກ່າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະຍືນຍົງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມດ້ວຍບາດກ້າວທີ່ໜັກແໜ້ນ, ສ້າງ ເງື່ອນໄຂສະດວກໃຫ້ບັນດາບໍລິສັດ ຫຼືຫົວໜ່ວຍທຸລະກິດພາກລັດ ແລະເອກະຊົນສາມາດລະດົມທຶນຜ່ານຕະຫຼາດທຶນ, ຊຸກຍູ້, ສົ່ງເສີມ ແລະອໍານວຍຄວາມສະດວກໃຫ້ແກ່ບຸກຄົນ ແລະນິຕິບຸກຄົນປະກອບສ່ວນລົງທຶນໃນຫຼັກຊັບໃຫ້ຫຼາຍຂຶ້ນ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ລົງທຶນທັງພາຍໃນ ແລະຕ່າງປະເທດພ້ອມທັງເປັນການດຶງດູດໃຫ້ເຂົ້າມາມີສ່ວນຮ່ວມໃນຂົງເຂດວຽກງານຫຼັກຊັບນັບມື້ນັບຫຼາຍຂຶ້ນ; ເອື້ອອໍານວຍໃຫ້ແກ່ການພົວພັນຮ່ວມມືໃນການພັດທະນາວຽກງານຫຼັກຊັບກັບພາກພື້ນ ແລະ ສາກົນໄດ້ດີຂຶ້ນກວ່າເກົ່າໂດຍສະເພາະວຽກງານການເຊື່ອມໂຍງຕະຫຼາດທຶນໃນຂົງເຂດອາຊຽນ.

ສະໜັບສະໜຸນໂດຍ: HONDA

  ຫຼັງຈາກນັ້ນບັນດາ ທ່ານ ສສຊ ກໍ່ໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ເຈາະຈີ້ມ, ຊັກຖາມ, ປະກອບຄໍາຄິດຄໍາເຫັນໃນລັກສະນະສ້າງສັນຢ່າງກົງໄປກົງມາຫຼາຍດ້ານຕໍ່ຮ່າງກົດໝາຍດັ່ງກ່າວ ແລະໄດ້ຮັບການອະທິບາຍ ແລະຊີ້ແຈງບັນຫາຕ່າງໆຈາກຢ່າງລະອຽດສົມຄວນຈາກຄະນະຮັບຜິດຊອບການຮ່າງກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງແລະ ໃນຕອນທ້າຍຂອງການປະຊຸມທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດໄດ້ສັງລວມ ແລະ ມີຄຳເຫັນແນະນຳໃຫ້ຄະນະອະນຸກຳມະການຮ່າງກົດໝາຍດັ່ງກ່າວນຳໄປປັບປຸງແກ້ໄຂເພື່ອເຮັດໃຫ້ຮ່າງເນື້ອໃນກົດໝາຍສະບັບນີ້ອຸດົມສົມບູນຍິ່ງຂຶ້ນ, ຈາກນັ້ນທີ່ປະຊຸມກໍ່ໄດ້ມີການພິຈາລະນາ ແລະລົງຄະແນນສຽງຮັບຮອງເອົາກົດໝາຍດັ່ງກ່າວຢ່າງເປັນເອກະສັນໃນຕອນແລງຂອງວັນທີ 3 ທັນວາ 2019.

__________

ຂຽນໂດຍຣັດສະໝີ ດວງສັດຈະ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444