ລາວ ແລະເກົາຫຼີ ລົງນາມບົດບັນທຶກຄວາມເຂົ້າໃຈ 3 ສະບັບ

 ໃນວັນທີ 26 ພະຈິກ 2019, ໃນໂອກາດເຂົ້າຮ່ວມກອງປະຊຸມພິເສດອາຊຽນ-.ເກົາຫຼີ ທີ່ນະຄອນປູຊານ, . ເກົາຫຼີ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍກັບທ່ານ ມູນ ແຈ ອິນ, ປະທານາທິບໍດີແຫ່ງ .ເກົາຫຼີ.

  ໃນການພົບປະຄັ້ງນີ້ສອງຝ່າຍໄດ້ຕີລາຄາສູງ ແລະທົບທວນຄືນການພົວພັນມິດຕະພາບ ແລະການພົວພັນຮ່ວມມືໃນໄລຍະຜ່ານມາໂດຍສະເພາະແມ່ນການຈັດຕັ້ງປະ ຕິບັດຜົນການຢ້ຽມຢາມ ສປປ ລາວ ຂອງທ່ານປະທານາທິບໍດີມູນ ແຈ ອິນ ໃນເດືອນກັນຍາທີ່ຜ່ານມາ, ສອງຝ່າຍໄດ້ປຶກສາແລກປ່ຽນກ່ຽວກັບການເສີມຂະຫຍາຍການ ຮ່ວມມືສອງຝ່າຍຂອງຂະແໜງການຕ່າງໆໃຫ້ກ້າວສູ່ລວງເລິກຫຼາຍຂຶ້ນເປັນຕົ້ນແມ່ນການຮ່ວມມືທາງດ້ານການເຊື່ອມຈອດດ້ານການສ້າງພື້ນຖານໂຄງລ່າງ, ດ້ານການສຶກສາ, ສາທາລະນະສຸກ, ການລົງທຶນ, ການທ່ອງທ່ຽວ, ການສະໜັບສະໜູນຊ່ວຍເຫຼືອໃນການສົ່ງເສີມວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ (SMEs) ແລະການປະກອບການທຸລະກິດໃໝ່ (Start up Business).  

ສະໜັບສະໜຸນໂດຍ: HONDA

  ນອກຈາກນີ້ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງສປປ ລາວ ແລະ .ເກົາຫຼີ ຄົບຮອບ 25 ປີ ຊຶ່ງຈະມີຂຶ້ນໃນປີ 2020 ນີ້ ແລະຄຽງຄູ່ກັນນີ້ສອງຝ່າຍຍັງໄດ້ແລກປ່ຽນກ່ຽວກັບການຮ່ວມມືໃນພາກພື້ນ ແລະສາກົນຕື່ມອີກ.

  ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານປະທານາທິບໍດີມູນ ແຈ ອິນ ຍັງໄດ້ເຂົ້າ ຮ່ວມເປັນສັກຂີພິຍານໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈຈຳນວນ 3 ສະບັບ ຄື: ການຮ່ວມມືດ້ານລະບົບຂໍ້ມູນການຄຸ້ມຄອງບໍລິຫານທ່າເຮືອ, ການຮ່ວມມືດ້ານສິດທາງດ້ານຊັບສິນທາງປັນຍາ ແລະການຮ່ວມມືດ້ານວິຊາການ ແລະວິຊາຊີບ.

  ໃນຕອນທ້າຍ, ທ່ານປະທານາທິບໍດີມູນ ແຈ ອິນ ກໍໄດ້ສະແດງຄວາມຂອບໃຈຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດພິເສດອາຊຽນ-.ເກົາຫຼີ ຂອງຄະນະຜູ້ແທນ ສປປ ລາວ ຄັ້ງນີ້, ພ້ອມທັງສະແດງຄວາມຍິນດີໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງ 2 ປະເທດ ກໍຄື 2 ພາກພື້ນຕາມນະໂຍບາຍໃໝ່ຫັນສູ່ທິດໃຕ້ (New Southern Policy) ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ .ເກົາຫຼີ-ລາວ.

_____________

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444