ສູນຝາກຂາຍໂອດ໋ອບລາວ ຈຸດລວມໃຫ້ຜູ້ຜະລິດນຳສິນຄ້າມາຈຳໜ່າຍ

 ສູນຝາກຂາຍໂອດ໋ອບລາວແມ່ນສູນລວມທີ່ໃຫ້ຜູ້ຜະລິດສິນຄ້າຫັດຖະກໍາ ແລະກະສິກໍາປຸງແຕ່ງຂະໜາດນ້ອຍແບບຄອບຄົວມາວາງຈໍາໜ່າຍຜະລິດຕະພັນຂອງຕົນເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວທັງເປັນການຊຸກຍູ້ສົ່ງເສິີມຜະລິດຕະພັນລາວໃຫ້ຄຽງຄູ່ກັບຄົນລາວຕະຫຼອດໄປ.

  ທ່ານ ນາງ ອານິດ ສີວິໄຊ ປະທານສູນຝາກຂາຍໂອດ໋ອບລາວໃຫ້ສໍາພາດເນື່ອງໃນໂອກາດກຽມເປີດໂຕສູນຢ່າງເປັນທາງການວ່າ: ສູນຝາກຂາຍໂອດ໋ອບລາວ NN/12 ສ້າງຂຶ້ນໃນເດືອນ ຕຸລາ 2017, ຕັ້ງຢູ່ຊັ້ນ 1 ຂອງສູນການ ຄ້າວຽງຈັນເຊັນເຕີນະຄອນຫຼວງວຽງ ຈັນ ພາຍໃຕ້ການຊີ້ນໍາຂອງທ່ານຍາປ້າ ທອງວັນ ສີພັນດອນ ໂດຍໄດ້ຮັບການສະໜັບສະໜຸນຫຼັກຈາກບໍລິສັດມິສທິນກ້າວໜ້າລາວ ຈໍາກັດຜູ້ດຽວ, ສູນດັ່ງກ່າວເປັນຈຸດລວມຝາກຂາຍຜະລິດຕະພັນຫັດຖະກໍາ ແລະ ກະສິກໍາປຸງແຕ່ງຂອງຜູ້ ປະກອບການຂະໜາດນ້ອຍ ຫຼື ແບບຄອບຄົວທີ່ຜະລິດອອກມາຈາກພູມປັນຍາຂອງປະຊາຊົນລາວບັນດາເຜົ່າ ແລະ ນໍາໃຊ້ວັດຖຸດິບພາຍໃນປະເທດເປັນຕົ້ນແມ່ນຜະລິດ ຕະພັນຫັດຖະກໍາຈັດສານ, ຫັດຖະກໍາຕໍ່າແຜ່ນແພ, ເຄື່ອງປັ້ນດິນເຜົາ, ເຄື່ອງແກະສະຫຼັກໄມ້, ເຄື່ອງປ່າຂອງດົງປະເພດຢາພື້ນເມືອງລາວ, ຜະລິດຕະພັນປຸງແຕ່ງກະສິກໍາ ແລະອື່ນໆ.

 

 ປະຈຸບັນສູນຝາກຂາຍໂອດ໋ອບລາວມີຜະລິດຕະພັນຂອງພໍ່ແມ່ປະຊາຊົນໃນບັນດາແຂວງທົ່ວປະເທດວາງຈໍາໜ່າຍທັງໝົດ1.450 ລາຍການໃນນີ້ມີສິນຄ້າໂອດ໋ອບເກືອບ 50%, ພາຍຫຼັງທີ່ສ້າງສູນດັ່ງກ່າວເຫັນໄດ້ຜົນຕອບຮັບທີ່ດີ ເລີດຈາກກຸ່ມລູກຄ້າທີ່ເປັນນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ໂດຍສິນຄ້າທີ່ນັກທ່ອງທ່ຽວໃຫ້ຄວາມສົນໃຈເປັນ ພິເສດແມ່ນເປັນປະເພດເຄື່ອງຕ້ອນຂອງ ຝາກເປັນຕົ້ນແມ່ນຜ້າພັນຄໍ, ເຄື່ອງແກະສະຫຼັກໄມ້ຂະໜາດນ້ອຍ,ຫັດຖະກໍາຈັດສານ, ເຂົ້າໄກ່ນ້ອຍ ແລະອື່ນໆ.

 ດັ່ງນັ້ນເພື່ອເຮັດໃຫ້ສູນຝາກຂາຍໂອດ໋ອບລາວກາຍເປັນທີ່ຮູ້ຈັກຂອງສັງຄົມຫຼາຍຂຶ້ນໂດຍສະເພາະແມ່ນກຸ່ມຜູ້ຜະລິດເພື່ອນໍາສິນຄ້າຂອງຕົນມາວາງຈໍາໜ່າຍ ແລະລູກຄ້າທີ່ຕ້ອງການຊື້ຜະລິດຕະພັນທີ່ເປັນເອກະລັກຂອງລາວ, ໃນລະຫວ່າງວັນທີ 5-10 ທັນວາ 2019 ທີ່ຈະມາເຖິງນີ້ສູນຝາກຂາຍໂອດ໋ອບລາວຈະເປີດໂຕຢ່າງເປັນທາງ ການ, ງານ ດັ່ງກ່າວ ຈະມີການເປີດໂຕແປ້ງມິສທິນຈໍາປາລາວຊຶ່ງເປັນແປ້ງລຸ້ນພິເສດ ລິມິເຕັດສະເພາະປະເທດລາວ,ພ້ອມນີ້ຍັງມີໂຄງການປັ້ນເຈົ້າໃຫ້ເປັນດາວ

ເປັນການສົ່ງເສີມໃຫ້ໄວໜຸ່ມ ຫຼື ພໍ່ແມ່ປະຊາຊົນທົ່ວໄປທີ່ມີພອນສະຫວັນໃນຫຼາຍໆ ດ້ານທີ່ແຕກຕ່າງກັນໄດ້ມີໂອກາດເຂົ້າມາແຂ່ງຂັນຄວາມສາມາດໃນດ້ານຕ່າງໆ ເຊັ່ນ: ການຕໍ່າຫູກ, ການປຸງແຕ່ງ, ການຮ້ອງເພງ, ອອກແບບເສື້ອຜ້າ, ການຈັກສານ ແລະອື່ນໆຫຼາກຫຼາຍຢ່າງ, ນອກນີ້ຍັງຈະມີການເດີນແບບ, ການແຂ່ງຂັນ ສິລະປະ, ການວາງຈໍາໜ່າຍສິນຄ້າ ແລະການສົ່ງເສີມທ່ອງທ່ຽວນໍາອີກ.

ສະໜັບສະໜຸນໂດຍ: HONDA______

 ແນວໃດກໍດີປະທານສູນຝາກຂາຍໂອດ໋ອບລາວໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຜູ້ຜະລິດສິນຄ້າຫັດຖະກໍາ ແລະກະສິກໍາປຸງແຕ່ງຂະໜາດນ້ອຍໃນແຕ່ລະທ້ອງຖິ່ນທົ່ວປະເທດນໍາຜະລິດຕະພັນຂອງຕົນມາວາງຈໍາໜ່າຍໃຫ້ຫຼາຍຂຶ້ນເພື່ອເພີ່ມທາງເລືອກໃຫ້ກັບລູກຄ້າທັງເປັນເຮັດໃຫ້ຜະລິດຕະພັນຂອງລາວກາຍເປັນທີ່ຮູ້ຈັກຂອງສັງຄົມ ແລະຊາວໂລກອີກດ້ວຍ.

__________

ຂຽນໂດຍ: ກິ່ງລັດຕະນະ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511