ປະກວດ ມິສ໌ແຟຣນຊິບມໍ ອີກເວທີຍົກສູງບົດບາດແມ່ຍິງລາວ

  ຖືວ່າເປັນອີກໂຄງການໜຶ່ງທີ່ໜ້າຕິດຕາມຫຼາຍສຳລັບໂຄງການປະກວດ ມິສ໌ແຟຣນຊິບມໍ ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມຄວາມຝັນຂອງຄົນໃຫ້ກາຍເປັນຄວາມຈິງພ້ອມທັງສ້າງເວທີການປະກວດສາວງາມພາຍໃນແຂວງຈໍາປາສັກໃຫ້ມີຄວາມທັນສະໄໝກ້າວໄກ ແລະ ພັດທະນາບົດບາດຂອງແມ່ຍິງລາວໃຫ້ທຽບເທົ່າກັບສາກົນ ແລະ ເມື່ອຫຼ້າສຸດ ນາງສາວ ຫຼ້ານ້ອຍ ແກ້ວພູວົງ M20 ຈາກ ມສ ຂົວຕະພານ ກໍສາມາດຍາດລາງວັນຊະນະເລີດ ມິສ໌ແຟຣນຊິບມໍ ໄປຄອງ.

 ທ່ານ ນາງ ເພັດສະໄໝ ແສງອາລຸນ ຜູ້ອໍານວຍການຫ້າງສັບພະສິນຄ້າແຟຣນຊິບມໍ, ທັງເປັນປະທານສະມາຄົມນັກທຸລະກິດຍິງແຂວງຈໍາປາສັກ, ໄດ້ຂື້ນກ່າວໃນໂຄງ ການປະກວດນາງສາວມິສ໌ ແຟຣນຊິບມໍ ເມື່ອອາທິດທີ່ຜ່ານມາໃຫ້ຮູ້ວ່າ: ໂຄງການປະກວດມິສ໌ແຟຣນຊິບມໍ ໄດ້ເກີດຂຶ້ນຈາກການລິເລີ່ມຂອງຜູ້ຮັບຜິດຊອບການຈັດງານຫ້າງສັບພະສິນ ຄ້າຂອງແຟຣນຊິບມໍ, ໂດຍພາຍໃຕ້ການຊີ້ນໍາຂອງ ທ່ານ ຫານຊະນະ ບົວແພງຄູນ ຜູ້ອໍານວຍການຫ້າງຮ້ານເມື່ອປີຜ່ານມາຈາກນັ້ນແນວຄິດດັ່ງກ່າວກໍໄດ້ລິເລີ່ມຕົ້ນຂຶ້ນ, ໂດຍຈຸດປະສົງຂອງການປະກວດແມ່ນຢາກສົ່ງເສີມຄວາມໄຝ່ຝັນຂອງຄົນໃຫ້ກາຍເປັນຈິງພ້ອມທັງສ້າງເວທີການປະກວດນາງສາວງາມພາຍໃນແຂວງ

ຈໍາປາສັກ ໃຫ້ມີຄວາມທັນສະໄໝກ້າວໄກແນໃສ່ການພັດທະນາບົດບາດຂອງແມ່ຍິງລາວໃຫ້ທຽບເທົ່າກັບສາກົນຈາກນັ້ນຈີ່ງກາຍເປັນແນວຄິດກໍ່ໃຫ້ເກີດເວທີການປະກວດນາງສາວງາມຂຶ້ນພາຍໃຕ້ການປະກວດທີ່ຊື່ວ່າມິສ໌ແຟຣນຊິບມໍ, ຊຶ່ງໄດ້ເລີ່ມມີການວາງແຜນ ແລະກໍ່ຕັ້ງມາແຕ່ປີ 2018, ມາຮອດປີ 2019 ແມ່ນເປັນປີທໍາອິດທີ່ເຫັນວ່າມີຄວາມພ້ອມໃນການຈັດງານປະກວດ ແລະດ້ວຍຄວາມຕັ້ງໃຈຂອງຜູ້ຈັດພ້ອມດ້ວຍທິມງານທຸກໆ ຄົນລວມໄປເຖີງນ້ອງຜູ້ເຂົ້າປະກວດຈິ່ງເຮັດໃຫ້ໂຄງການປະກວດອອກມາຢ່າງສົມບູນແບບທຸກຢ່າງ.

ສະໜັບສະໜຸນໂດຍ: HONDA

 ຜົນການປະກວດຈາກຜູ້ເຂົ້າຜູ້ກວດທັງໝົດ 18 ນ້ອງສາວປະກົດວ່າ ນາງ ຫຼ້ານ້ອຍ ແກ້ວພູວົງ M20, ອາຍຸ 18 ປີ ຈາກໂຮງຮຽນມສຂົວຕະພານເປັນຜູ້ຊະນະເລີດການປະກວດນາງສາວງາມມິດສ໌ແຟຣນຊິບມໍປະຈໍາປີ 2019 ໄປຄອງ, ຮອງຊະນະເລີດນາງ ສາວດາວ ພະສຸກ ຈັນທະພາວົງ M18 ຈາກມະຫາວິທະຍາໄລແຫ່ງຊາດ ແລະຮອງຊະນະເລີດອັນດັບ 2, ນາງ ອະນັດດາ ວົງແພງຄໍາ M12, ອາຍຸ 18 ປີ ຈາກ ມສ ປາກເຊ ແລະ ຮອງຊະນະເລີດອັນດັບ 3, ນາງ ສອນສະຫວັນ ບົວສີ M10, ອາຍຸ18 ປີ ຈາກ .ປາຍ ພອນສະຫວັນ.

 

__________

ຂຽນໂດຍໂພທິຣາຊ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444