ຣາຊ-ລາວ ພາສື່ມວນຊົນທັດສະນະ 4 ແຂວງປະເທດໄທ

  ໃນລະຫວ່າງວັນທີ 27 – 30 ພະຈິກ 2019 ບໍລິສັດຣາຊ-ລາວບໍລິການຈຳກັດ ນຳໂດຍ ທ່ານ ນາລົງວິດ ຄອງສິນ ຜູ້ຈັດການອົງກອນສຳພັນບໍລິສັດຣາຊ-ລາວບໍລິການຈຳກັດໄດ້ນຳພາສື່ມວນຊົນລາວເດີນທາງໄປທັດສະນະສຶກສາ 4 ແຂວງ ປະເທດໄທຄື: ແຂວງອຸດອນທານີ, ແຂວງມະຫາສາລະຄາມ, ໄຊຍະພູມ ແລະ ນະ ຄອນລາຊະສີມາເພື່ອສຶກສາວິຖີຊີວິດຂອງປະຊົນທີ່ຢູ່ພາກຕາເວັນອອກສ່ຽງເໜືອຂອງປະເທດໄທ ແລະຢ້ຽມຊົມສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງປະເທດໄທ.

  ນອກນັ້ນການເດີນທາງຄັ້ງນີ້ທາງບໍລິສັດຍັງຈະໄດ້ຈັດກິດຈະກໍາຕ່າງໆເພື່ອເປັນກາເພີ່ມທະວີການຮວມມືລະຫວ່າງບໍລິສັດ ແລະສື່ມວນຊົນລາວໃນການໂຄສະນະເຜີຍແຜ່ການດໍາເນີນກິດຈະການຕ່າງໆຂອງບໍລິສັດໃນ ສປປ ລາວ ເພື່ອໃຫ້ຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍຂອງພັກ.

ສະໜັບສະໜຸນໂດຍ: HONDA 

 ສໍາລັບບໍລິສັດຣາຊ-ລາວບໍລິການຈຳກັດເປັນບໍລິສັດໃນເຄືອຂອງບໍລິສັດຜະລິດໄຟຟ້າຣາຊບູລີໂຮດິ້ງຈຳກັດ(ມະຫາຊົນ) ເຊິ່ງດຳເນີນການລົງທຶນ ແລະຮ່ວມມືກິດຈະການພັດທະນາພະລັງງານໄຟຟ້າໃນ ສປປ ລາວ ໄດ້ແກ່ໂຄງການພັດທະນາພະລັງງານໄຟຟ້ານໍ້າງື່ມ 2 ກຳລັງການຜະລິດ615 MW ໂຄງການພັດທະນາພະລັງງານຄວາມຮ້ອນຫົງສາກຳລັງການຜະລິດ 1.815 MW ແລະໂຄງການເຊປ່ຽນເຊນໍ້ານ້ອຍກຳລັງການຜະລິດ 410 MW ເຊິ່ງການດຳເນີນການດັ່ງກ່າວບໍລິສັດມີນະໂຍບາຍສົ່ງ ເສີມການມີສ່ວນຮ່ວມໃນການຮ່ວມຄິດຮ່ວມດຳເນີນ ແລະຮ່ວມພັດທະນາໂຄງການຄວບຄູ່ໄປກັບການພັດທະນາຄຸນນະພາບຊີວິດກຸ່ມເປົ້າໝາຍດຳເນີນງານຂອງບໍລິສັດໃຫ້ມີຄວາມເປັນຢູ່ໃຫ້ດີຂຶ້ນ.

____________

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444