ສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 71 ປີ

  (ຂປລ) ການສະແດງກຳລັງພາຍໃຕ້ລະຫັດຄົມໃນຟັກ-01 2020” ຂອງເຫຼົ່າຮົບສືບຂ່າວກອງທັບປະຊາຊົນລາວໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ (20 ມັງກອນ 1949) ແລະວັນສ້າງຕັ້ງເຫຼົ່າຮົບສືບຂ່າວກອງທັບປະຊາຊົນລາວ ຄົບຮອບ 65 ປີ (25 ມັງ ກອນ 1954) ໄດ້ຈັດຂຶ້ນໃນວັນທີ 17 ມັງກອນ 2020 ທີ່ສະໜາມຝຶກແອບວິທະຍາຄານກົມມະດຳ

  ໃຫ້ກຽດເຂົ້າຮ່ວມການສະແດງດັ່ງກ່າວ,ໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີ, ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາການນຳພັກ-ລັດ, ຈາກກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍນາຍ ແລະພົນທະຫານເຂົ້າຮ່ວມ.

 ໂອກາດນີ້, ພັທ ສີເພັງ ສຸລະເດດ ຫົວໜ້າຫ້ອງເສນາທິການກົມ 213 ຜູ້ບັນຊາພາກສະໜາມກ່າວວ່າ: ຈຸດປະສົງຂອງການສະແດງໃນຄັ້ງນີ້, ແມ່ນເພື່ອສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ແລະວັນສ້າງຕັ້ງເຫຼົ່າຮົບສືບຂ່າວທັງເປັນການຮັບປະກັນໃຫ້ກຳລັງກົມກອງເຫຼົ່າຮົບສືບຂ່າວໄດ້ຮັບການອົບຮົມຫັດແອບຢ່າງຕໍ່ ເນື່ອງ, ປະຕິບັດ ລະບຽບພາກສະໜາມ, ມີຄວາມຊຳນິຊຳນານທາງດ້ານສິລະປະຍຸດ, ຍຸດທະວິທີສືບຂ່າວ, ເຕັກນິກການນຳໃຊ້ອາວຸດ-ກະສູນ, ອຸປະກອນປະກອບສະ

ເພາະສືບຂ່າວ ແລະ ຮູບແບບການປະຕິບັດໜ້າທີ່ສູ້ຮົບປະສານກັບເຫຼົ່າທະຫານອາກາດກຽມພ້ອມປະຕິບັດໜ້າທີ່ແກ້ໄຂສະພາບການຕ່າງໆ ຕາມຄຳສັ່ງຂອງຂັ້ນເທິງໃນ ສະເພາະໜ້າ ແລະຍາວນານ. ໃນຫຼາຍ ປີທີ່ຜ່ານມາ, ກຳລັງກົມກອງເຫຼົ່າຮົບ ສືບຂ່າວ ໄດ້ຈັດຕັ້ງອົບຮົມ-ຫັດແອັບຕາມຄຳສັ່ງອົບຮົມ-ຫັດແອບປະຈຳປີຂອງກົມອົບຮົມກົມໃຫຍ່ການເມືອງກອງທັບຢ່າງຕໍ່ເນື່ອງໂດຍໄດ້ສຸມໃສ່ອົບຮົມ-ຫັດແອບການທະຫານ ແລະການບັນຊາ, ໃນນີ້ ໄດ້ສຸມໃສ່ອົບຮົມ-ຫັດແອບສິລະປະຍຸດ ແລະຍຸດທະວິທີສືບຂ່າວເປັນຈຸດໜັກ.

  ການສະແດງໃນຄັ້ງນີ້ປະກອນມີການສະແດງສິລະປະ, ການສະແດງມວຍສືບຂ່າວ (ມວຍຫັດກາຍຊາຍ, ມວຍສູ້ຮົບຊາຍ-ຍິງ, ສືບຂ່າວຂ້າມຜ່ານສິ່ງກີດຂວາງ ແລະມວຍສືບຂ່າວກຳລັງ ພາຍໃນ), ການໂດດຈ້ອງສະແດງກຳລັງ, ການຍິງເປີດປ້າຍຄຳຂວັນ, ການໂດດຈ້ອງລົງແນວຫຼັງປິດລັບບັງເອີນຫຼອນຕີທຳລາຍຂຸມປືນໃຫຍ່ຂອງສັດ ຕູ, ການໂຢດພົນລົງແນວຫຼັງປິດລັບບັງເອີນຫຼອນຕີທຳລາຍສັດຕູ, ການບິນສະແດງຂອງຍົນສູ້ຮົບ ແລະອື່ນໆ.

______________

ຂຽນໂດຍຊາຍຄົນເດີມ, ພາບ: ຂັນໄຊ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ