ຈູດຂີ້ເຫຍື້ອລາມໄໝ້ສວນອ້ອຍ

   ວັນທີ 14 ມັງກອນ 2020 ທາງເຈົ້າໜ້າກອງຕໍາຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຮັບແຈ້ງຈາກປະຊາຊົນວ່າ: ໄດ້ເກີດເຫດໄຟໄໝ້ສວນອ້ອຍຂອງປະຊາຊົນເຂດຢູບ້ານນາໃໝ່ ເມືອງສິງ ໃນເວລາ 14:00 ໂມງດັ່ງນັ້ນເຈົ້າໜ້າທີ່ຈຶ່ງໄດ້ຮີບຮ້ອນຈັດກຳລັງ ແລະລົດມອດໄຟ 2 ຄັນ,ໄປຫາສະຖານທີ່ເກີດເຫດໂດຍສົມທົບກັບປະຊາຊົນຊ່ວຍກັນສະກັດກັ້ນມອດໄຟເພື່ອບໍ່ໃຫ້ໄຟລຸກລາມໄປບ່ອນອື່ນໃຊ້ເວລາ 45 ນາທີ, ຈຶ່ງສາມາດສະກັດ ແລະຄວບຄຸມໄຟໄວ້ໄດ້.

  ໄຟໄໝ້ໃນຄັ້ງນີ້ເກີດຈາກທ້າວ ແຮ່ ໂຊ ອາຍຸ 52 ປີ ປະຊາຊົນຢູ່ບ້ານປ່າຊາງ ເມືອງສິງ ໄດ້ຈູດກອງຂີ້ເຫຍື້ອຢູ່ສວນຂອງຜູ້ກ່ຽວເອງຢູ່ແຄມສວນອ້ອຍ, ໃນເວລານັ້ນອາ ກາດຮ້ອນຫຼາຍ ແລະມີລົມພັດແຮງເຮັດໃຫ້ໄຟໄໝ້ລາມໄປໃສ່ສ່ວນອ້ອຍຂອງຄົນອື່ນທີ່ຢູ່ອ້ອມຂ້າງ, ຜົນເສຍຫາຍໃນເນື້ອທີ່ປູກອ້ອຍທັງໝົດ 5 ເຮັກຕາ, ຄິດເປັນມູນຄ່າ 20 ລ້ານກວ່າກີບ.

____________

ຂຽນໂດຍສົມພອນ  
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ