ຄຳມ່ວນ ດຶງດູດການລົງທຶນໄດ້ 300 ກິດຈະການ

 ໃນວັນທີ 14 ມັງກອນ 2020 ພະແນກແຜນການ ແລະການລົງທຶນແຂວງຄຳມ່ວນ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານສົ່ງເສີມການລົງທຶນເອກະ ຊົນພາຍໃນ ແລະຕ່າງປະເທດໂດຍການເປັນປະທານຂອງທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆ ຄຳມ່ວນ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ), ມີບັນດາທ່ານໃນຄະນະກຳມະການ, ກອງເລຂາສົ່ງເສີມ ແລະຄຸ້ມຄອງການລົງທຶນຂັ້ນແຂວງຕະຫຼອດຮອດວິຊາການກ່ຽວຂ້ອງເຂົ້າຮ່ວມ.

   ທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານສົ່ງເສີມ- ຄຸ້ມຄອງການລົງທຶນຢູ່ແຂວງຄຳມ່ວນໃນໄລຍະ 5 ປີຜ່ານມາ ແລະທິດທາງແຜນການ 2020-2025ຜ່ານມາແຂວງຄຳມ່ວນສາມາດດຶງດູດ ແລະ ຍາດແຍ່ງເອົາການລົງທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດໄດ້ທັງໝົດ300 ກິດຈະການມີມູນຄ່າການລົງທຶນທັງໝົດ 1,06 ຕື້ໂດລາ, ທຶນຈົດ 532,38 ລ້ານໂດລາ, ຂະຫຍາຍຕົວສະເລ່ຍໃນລະ ດັບ 17%ຕໍ່ປີ, ໃນນີ້ການລົງທຶນພາຍໃນມີ 70 ກິດຈະການ, ມູນຄ່າການລົງທຶນ 117,5 ລ້ານໂດລາ, ມີທຶນຈົດທະບຽນ 79,1 ລ້ານໂດລາ.

  ສໍາລັບການລົງທຶນຂອງລັດໃນປີ 2019 ມີທັງໝົດ 341 ໂຄງການ, ມູນຄ່າ 113.258,19 ລ້ານກີບ, ປະຕິບັດໄດ້ 324 ໂຄງການ, ມູນຄ່າ 107,05 ຕື້ກີບ ເທົ່າກັບ 94,52%. ໃນນັ້ນທຶນພາຍໃນ 64.271 ລ້ານກີບ ພ້ອມດຽວກັນຍັງໄດ້ຕີລາຄ່າໃຫ້ເຫັນສະພາບບັນຫາໂດຍລວມກ່ຽວກັບຈຸດດີ ແລະຂໍ້ຄົງຄ້າງ, ວິທີແກ້ໄຂຂອງການຈັດຕັ້ງປະຕິບັດວຽກງານດັ່ງກ່າວລວມເຖິງທິດທາງແຜນການ 2020-2025.

  ຈາກນັ້ນບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດເຫັນ ແລະຮັບຟັງຂໍ້ຕົກລົງຂອງທ່ານເຈົ້າແຂວງໆຄຳມ່ວນວ່າດ້ວຍການແຕ່ງຕັ້ງຄະນະກຳມະການກອງເລຂາ ແລະຄະນະວິຊາການສົ່ງເສີມ ແລະຄຸ້ມຄອງການລົງທຶນເອກະຊົນພາຍໃນ ແລະຕ່າງປະເທດຂັ້ນແຂວງ, ກົນໄກການປະສານງານສົ່ງເສີມການລົງທຶນ, ລະບຽບວ່າດ້ວຍການຄຸ້ມຄອງ ແລະນຳໃຊ້ຮ່ວງທຶນຕ່າງໆ ທີ່ລະບຸໄວ້ໃນສັນຍາສຳປະທານການລົງທຶນຂອງນັກລົງທຶນເອະກະຊົນພາຍໃນ ແລະຕ່າງປະເທດແຂວງຄຳມ່ວນ.

  ທັງນີ້ກໍ່ເພື່ອແນໃສ່ໃຫ້ມີຄວາມສອດຄ່ອງກັບແນວທາງນະໂຍບາຍຍຸດທະສາດແຜນພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະບົນພຶ້ນຖານຄວາມຖືກຕ້ອງຕາມກົດ ໝາຍ ແລະລະບຽບການຮັບປະກັນການບໍລິການໆລົງທຶນໃຫ້ສະດວກກະທັດຫັດວ່ອງໄວໂປ່ງໃສມີປະສິດທິພາບ.

______________

ຂຽນໂດຍມະນີວັນ      
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ