ຈະຈ່າຍຄ່າລົດເມຜ່ານລະບົບທັນສະໄໝ ທພລ

   ທະນາຄານພັດທະນາລາວ (ທພລ) ຮ່ວມມືກັບລັດວິສາຫະກິດລົດເມນະຄອນຫຼວງວຽງຈັນເພື່ອເພີ່ມຊ່ອງທາງໃນການຊໍາລະສະສາງຄ່າໂດຍສານດ້ວຍການສະແກນ QR Codeຜ່ານລະບົບ ທພລ ຊຶ່ງເປັນນິມິດໝາຍທີ່ດີ ແລະມີຄວາມໝາຍສໍາຄັນຍິ່ງແກ່ມວນຊົນທີ່ສັນຈອນບົນຖະໜົນທັງພາຍໃນນະຄອນຫຼວງວຽງຈັນ-ຕ່າງແຂວງ ແລະ ຕ່າງປະເທດທີ່ໂດຍສານໄປກັບລັດວິສາຫະກິດລົດເມນະຄອນຫຼວງ ມີຄວາມສະດວກສະບາຍຊຶ່ງໃນວັນທີ 16 ມັງກອນ 2020 ໄດ້ມີພິທີເຊັນສັນຍາລະຫວ່າງ2 ພາກສ່ວນທີ່ສຳນັກງານໃຫຍ່ ທພລ ນະຄອນຫຼວງວຽງຈັນ.

  ພິທີເຊັນສັນຍາໃນຄັ້ງນີ້, ໂດຍແມ່ນທ່ານ ປອ. ອາຄົມ ປຣະເສີດ ຜູ້ອຳນວຍການໃຫຍ່ ທພລ ແລະທ່ານ ແກ້ວວັນພອນ ວອນທີວົງສີ ຜູ້ອຳນວຍການໃຫຍ່ລັດວິສາຫະ ກິດລົດເມ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າເປັນສັກຂີພິຍານຂອງ ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ; ພ້ອມນີ້ກໍ່ບັນດາຄະນະກົມ-ຄະນະສະພາບໍລິຫານ-ຄະນະອໍານວຍການ ທພລ-ລັດວິສາຫະກິດລົດ ເມນະຄອນຫຼວງວຽງຈັນເຂົ້າຮ່ວມ.

  ການເຊັນສັນຍາເທື່ອນີ້ມີວັດຖຸປະສົງເພື່ອຊໍາລະສະສາງຄ່າໂດຍສານດ້ວຍການສະແກນ QR Code ຜ່ານລະບົບ ທພລ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາຍົກລະດັບລະບົບການບໍລິການຊໍາລະສະສາງພາຍໃນໃຫ້ຫັນເຂົ້າສູ່ລະບົບການຊໍາລະຜ່ານທະນາຄານໃຫ້ຫຼາຍຂຶ້ນທັງເປັນການຫຼຸດຜ່ອນການຊໍາລະສະ ສາງດ້ວຍການນໍາໃຊ້ເງິນສົດ, ປະຢັດເວລາຮັບປະກັນບໍ່ຕົກເຮ່ຍເສຍຫາຍສາມາດນຳລາຍຮັບເປັນທຶນເຂົ້າໃນການພັດທະນາປະເທດຊາດ.

ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ສ້າງຕັ້ງມາ 40 ກ່ວາປີ ແລະປະຈຸບັນຂຶ້ນກັບພະແນກໂຍທາທິການ ແລະຂົນສົ່ງນະຄອນຫຼວງວຽງຈັນ,ໃນຂະນະນີ້ມີລົດເມທັງໝົດ 89 ຄັນ ແລະ ໃຫ້ການບໍລິການຂົນສົ່ງສາທາລະນະມີ 24 ສາຍທາງ, ກຸ່ມລູກຄ້າສ່ວນໃຫຍ່ກໍ່ແມ່ນມວນຊົນໂດຍຫຼັກໆກໍ່ມີນັກຮຽນ-ນັກສຶກສາກວມອັດຕາໃນການນໍາໃຊ້ສູງກວ່າໝູ່ໂດຍມີສາຍທາງດົງໂດກ (ເຂດມະຫາວິທະຍາໄລແຫ່ງຊາດ) ກວມ 65-70% ຂອງກຸ່ມລູກຄ້າທັງໝົດ, ນອກນັ້ນມີນັກທ່ອງທ່ຽວຕ່າງປະເທດທີ່ນໍາໃຊ້ສ່ວນໃຫຍ່ໃນສາຍທາງທ່າເດື່ອ-ຂົວມິດຕະພາບ ລາວ-ໄທ ແລະດຽວນີ້ກໍາລັງມີການປັບປຸງໂດຍເລັ່ງໃສ່ປະຊາສໍາພັນທາງສື່ມວນຊົນລວມທັງການບໍລິການດີ, ຮັບ ປະກັນດ້ານເຕັກນິກ,ມີຄວາມປອດໄພເປັນຫົວໃຈ ແລະມີຜູ້ໂດຍສານນັບມື້ເພີ່ມຂຶ້ນໃນແຕ່ລະປີປະມານ 5-10% ແລະຍັງມີແຜນເພີ່ມຊ່ອງທາງການຊໍາລະຄ່າໂດຍສານແລະລົດໃຫ້ບໍລິການຕື່ມຂະໜາດ 28 ບ່ອນນັ່ງ-45 ບ່ອນນັ່ງປະມານ 40 ຄັນ.

   ທພລ ເປັນທະນາຄານທຸລະກິດລັດ, ປະຈຸບັນມີ 18 ສາຂາ, 79 ໜ່ວຍບໍລິການ, 18 ໜ່ວຍແລກປ່ຽນ, ມີຕູ້ ATM 245 ຕູ້ ໃນທົ່ວປະເທດ ແລະ ໄດ້ຫັນເອົາ ການບໍລິການຂອງທະນາຄານໄປສູ່ຄວາມທັນສະໄໝ, ບໍລິການຮັບໃຊ້ສັງຄົມ, ສ້າງຄວາມສະດວກ, ວ່ອງໄວສາມາດແຂ່ງຂັນໃນດ້ານການບໍລິການ ແລະ ລົງທຶນນຳເອົາເຕັກໂນໂລຊີເຂົ້າມາຮັບໃຊ້ໃນການບໍລິການຈາກ Bank 2000 ມາເປັນ Core Banking [ T24 ] ທີ່ເປັນມາດຖານສາກົນ,ພ້ອມນີ້ຍັງພັດທະນາບຸກຄະລາກອນ, ຜະລິດຕະພັນ-ການບໍລິການທີ່ທັນສະໄໝເປັນຕົ້ນມີລະບົບ Mobile Banking ຫຼື LDB Trust ທີ່ສາມາດຊຳລະສະສາງຄ່າສາທາລະນຸປະໂພກຕ່າງໆ, ຄ່າໂທລະ ສັບ, ຊື້ຫວຍ, ຊໍາລະອາກອນ, ຊໍາລະສິນເຊື່ອ AEON, KOLAO, ກວດຜົນຫວຍ ແລະອື່ນໆ, ມີບໍລິການບັດ Debit Union Pay ຮອງຮັບການບໍລິການທີ່ຫຼາກຫຼາຍກວ່າ ແລະ ທພລ ກໍ່ເປັນທະນາຄານທໍາອິດໃນລາວທີ່ໄດ້ຍົກລະດັບການໃຫ້ບໍລິການບັດ ATM ພາຍໃນຈາກບັດທີ່ເປັນແບບແຖບແມ່ເຫຼັກມາເປັນບັດ Chip ແລະ ເປັນທັງບັດສາກົນໃນບັດດຽວສາມາດນໍາໃຊ້ຫຼາຍກວ່າ 160 ປະເທດໃນທົ່ວໂລກ.

 ພ້ອມນີ້,ກໍ່ມີລະບົບຮອງຮັບການຊໍາລະອາກອນຜ່ານລະບົບ Easy Tax ຂອງ ທພລ ບໍລິການເບີກຈ່າຍງົບປະມານຜ່ານລະບົບທະນາຄານ (Smart Cash);ນອກນີ້ຍັງມີເຄືອຂ່າຍກັບຫຼາຍສະຖາບັນການເງິນ-ບໍລິສັດເຊົ່າສິນເຊື່ອເພື່ອໃຫ້ຊໍາລະຄ່າງວດສິນເຊື່ອຈາກລູກຄ້າຜ່ານລະບົບທະນາຄານ; ໃຫ້ບໍລິການຜະລິດຕະພັນໃໝ່ຊື່ວ່າ Lao National Single Window ເປັນລະບົບຮັບແຈ້ງເສຍພາສີນໍາເຂົ້າຜ່ານລະບົບທະນາຄານ; ພັດທະນາ ແລະສະໜອງລະບົບການບໍລິການທີ່ເອີ້ນວ່າ Easy Pass ເພື່ອຮອງຮັບການຊໍາລະຄ່າທໍານຽມຕ່າງໆຢູ່ດ່ານຕ່າງໆ ແລະ ເປີດໃຫ້ບໍລິການຢູ່ດ່ານບໍ່ເຕັນ (ຫຼວງນໍ້າທາ), ຂົວມິດຕະພາບ 4 (ແຂວງບໍ່ແກ້ວ); ນອກນີ້ຍັງກຽມພ້ອມຂະຫຍາຍການບໍລິການດັ່ງກ່າວໄປດ່ານອື່ນໆໃນທົ່ວປະເທດ ແລະ ຜ່ານມາຍັງໃຫ້ບໍລິການຮອງຮັບການຊໍາລະຈາກປະຊາຊົນຈີນທີ່ເດີນທາງເຂົ້າ ສປປ ລາວ ດ້ວຍການນໍາໃຊ້ແອັບເທິງມືຖືຂອງຄົນຈີນAlipayສະແກນ QR Code ຕາມປ້າຍທີ່ມີສັນຍາລັກ LDB Alipay ຂອງ ທພລ; ໃຫ້ບໍລິການຜະລິດຕະພັນໃໝ່ທີ່ ເປັນລະບົບບໍລິຫານຈັດການບັນຊີຂອງບັນດາບໍລິສັດ-ນິຕິບຸກຄົນທີ່ເປັນລູກຄ້າຂອງ ທພລ, ຊ່ວຍໃຫ້ບັນດາບໍລິສັດສາມາດດໍາເນີນທຸລະກໍາທາງດ້ານການເງິນສະດວກທຸກທີ່ທຸກເວລາຜ່ານ E-Bank Applicationຂອງ ທພລ ແລະຮ່ວມກັບຫຼາຍທະນາຄານທີ່ນອນຢູ່ໃນລະບົບ LAP NET ຂອງທະນາຄານກາງເປີດໂຕໃຫ້ບໍລິການການໂອນເງິນຂ້າມທະນາຄານຜ່ານຕູ້ ATM ໃນທ້າຍເດືອນ 11/2019. ໃນມໍ່ໆນີ້ກໍ່ຈະມີ LDB E-Wallet ເປັນການບໍລິການທາງດ້ານການເງິນຜ່ານໂທລະສັບມືຖືທີ່ຜູ້ໃຊ້ບໍ່ຈໍາເປັນຕ້ອງມີບັນຊີເງິນຝາກກັບ ທພລ, ບັດ LDB Credit UnionPayເປີດໃຫ້ບໍລິການ LDB Trust version ໃໝ່ຊຶ່ງຈະມີຫຼາຍໆການບໍລິການໃໝ່ເຂົ້າມາເປັນຕົ້ນການຊໍາລະຄ່າປີ້ຍົນ, ການຊໍາລະຄ່າຮຽນນັກສຶກສາ ແລະອີກຫຼາຍໆບໍລິການ.

____________

ຂຽນໂດຍຣັດສະໝີ ດວງສັດຈະ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ