ເດືອນດຽວຢືດໄມ້ເຖື່ຶອນກວ່າ 7 ພັນແມັດກ້ອນ

  ໃນໜຶ່ງເດືອນຜ່ານມາເຈົ້າໜ້າທີ່ຫຼາຍພາກສ່ວນໄດ້ປະກອບສ່ວນເຂົ້າໃນການກວດກາ, ກັກ-ຢຶດ ແລະແກ້ໄຂຄະດີກ່ຽວກັບປ່າໄມ້, ສັດນໍ້າ, ສັດປ່າ ແລະເຄື່ອງປ່າຂອງດົງໂດຍສະເພາະແມ່ນຄະນະສະເພາະກິດຂັ້ນລັດຖະບານ, ຂັ້ນແຂວງ ແລະ ຂັ້ນເມືອງໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດຕົວຈິງດ້ວຍຄວາມຮັບຜິດຊອບ ແລະ ມີຄວາມເຂັ້ມງວດ, ເດັດຂາດ.

  ອີງຕາມຂໍ້ມູນກະຊວງກະສິກໍາ ແລະປ່າໄມ້ໃຫ້ຮູ້ວ່າ: ໃນໜຶ່ງເດືອນຜ່ານມາ, ເຈົ້າໜ້າທີ່ຂອງຕົນຊຶ່ງສາມາດກັກຢຶດໄມ້ຂອງຜູ້ກະທໍາຜິດລະບຽບກົດໝາຍໄດ້ 86 ໂຕຕໍ່ຕັບລວມມີບໍລິມາດຫຼາຍກວ່າ 7 ພັນແມັດກ້ອນ, ໃນນັ້ນມີໄມ້ດູ່, ແຕ້ຂ່າ,

  ໄມ້ກະຈະ, ພ້ອມໄດ້ກັກລົດດີເບີໂຣ 1 ຄັນ ແລະລົດຢີນ 1 ຄັນ ແລະໄດ້ສືບສວນ-ສອບສວນທັງໝົດ 5 ຄະດີ (ຄະດີກ່ຽວ ກັບໄມ້ 2 ຄະດີ, ຄະດີກ່ຽວກັບສັດນໍ້າ-ສັດ ປ່າ 2 ຄະດີ ແລະຄະດີກ່ຽວກັບເຄື່ອງປ່າຂອງດົງ 1 ຄະດີ) ໃນນີ້ກໍາລັງສືບສວນ-ສອບສວນ 4 ຄະດີ ແລະປັບໃໝເປັນເງິນທັງໝົດ 92,7 ລ້ານກວ່າກີບ.

 ນອກນັ້ນຍັງສາມາດໄດ້ກັກຢືດສັດປ່າມີຊີວິດ 7 ໂຕລີງ 1 ໂຕ,ເຫງັນອົ້ມ 1 ໂຕ,ປາຝາ 6 ໂຕ, ເຕົ່າ 2 ໂຕ ແລະສັດປ່າບໍ່ມີຊີວິດເຫງັນ 4 ໂຕ ໄດ້ທັງໝົດ 14 ໂຕ,ນໍ້າໝັກ 108,5 ກິໂລກຣາມສໍາລັບສັດທີ່ມີຊີວິດໄດ້ປ່ອຍຄືນທໍາມະຊາດສ່ວນຜູ້ກະທໍາຜິດແມ່ນໄດ້ກ່າວເຕື່ອນສຶກສາອົບຮົມ ແລະປັບໄໝຕາມລະບຽບກົດໝາຍ.

___________

ຂຽນໂດຍ: ຟ້າ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ