2 ພາກສ່ວນຈັບມືສະໜອງປະກັນຊີວິດເງິນຝາກ

   ວັນທີ 16 ມັງກອນຜ່ານມາ, ບໍລິສັດອາລິອັນສ໌ປະກັນໄພລາວບໍລິສັດປະກັນໄພແຫ່ງທຳອິດໃນ ສປປ ລາວ ໄດ້ຈັດພິທີລົງນາມເຊັນສັນຍາກັບສະຖາບັນການເງິນຈຸລະພາບທີ່ຮັບເງິນຝາກເອກພັດທະນາເພື່ອຮ່ວມມືສະໜອງປະກັນຊີວິດເງິນຝາກໃຫ້ກັນກັບລູກຄ້າທີ່ມາຝາກເງິນກັບສະຖາບັນໂດຍການເປັນປະທານຮ່ວມຂອງທ່ານ ກີ ອາໂປວີ ຜູ້ອຳນວຍການໃຫຍ່ບໍລິສັດອາລິອັນສ໌ປະກັນໄພລາວ ແລະ ທ່ານ ສົມພອນ ສີແສງລັດ ຜູ້ອຳນວຍການໃຫຍ່ສະຖາບັນການເງິນຈຸລະພາກເອກພັດທະນາເຂົ້າຮ່ວມ ແລະລົງນາມເຊັນສັນຍາ.

  ບໍລິສັດອາລິອັນສ໌ ປະກັນໄພລາວ ແລະສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາໄດ້ມີການຮ່ວມມືສະໜອງປະກັນໄພມາຕັ້ງແຕ່ປີ 2017 ຊຶ່ງການຮ່ວມມືຄັ້ງທຳອິດແມ່ນການພັດທະນາຜະລິດຕະພັນປະກັນຊີວິດສຳຫຼັບເງິນກູ້ສະໜອງໃຫ້ແກ່ລູກຄ້າທີ່ມາກູ້ຢືມເງິນກັບສະຖາບັນ ແລະເພື່ອເປັນການພັດທະນາການບໍລິການຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາໃຫ້ມີຄວາມຫຼາກຫຼາຍ ແລະ ຕອບສະໜອງຄວາມຕ້ອງການຂອງລູກຄ້າຫຼາຍກຸ່ມຄົນ, ສະຖາ ບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາຈິ່ງໄດ້ຮ່ວມມືກັບບໍລິສັດອາລິອັນສ໌ປະກັນໄພລາວ ແລະກຸ່ມບໍລິສັດອາລິອັນສ໌ປະເທດເຢຍລະມັນຄິດຄົ້ນ ແລະພັດທະ ນາຜະລິດຕະພັນປະກັນຊີວິດເງິນຝາກເພື່ອສະໜອງໃຫ້ກັບລູກຄ້າທີ່ມາຝາກເງິນ.

  ປະກັນຊີວິດເງິນຝາກແມ່ນປະກັນໄພທີ່ໃຫ້ການຄຸ້ມຄອງ ແລະທົດແທນຄືນໃນກໍລະນີຜູ້ເອົາປະກັນໄພເສຍຊີວິດຈາກການເຈັບປ່ວຍ ຫຼືເສຍຊີວິດຈາກອຸບັດເຫດ, ສັນຍາປະກັນຊີວິດເງິນຝາກນີ້ແມ່ນຈະຖືກຄັດຕິດເຂົ້າກັບທຸກບັນຊີເງິນຝາກທີ່ມີກັບສະຖາບັນການເງິນຈຸລະພາບທີ່ຮັບເງິນຝາກເອກພັດທະນາ, ປະກັນຊີວິດເງິນຝາກນີ້ຖືເປັນອີກໜຶ່ງຜົນປະໂຫຍດທີ່ທາງສະຖາບັນໄດ້ມອບໃຫ້ກັບລູກຄ້າໂດຍບໍ່ມີຄ່າໃຊ້ຈ່າຍຫຍັງ.

  ຜົນປະໂຫຍດຂອງປະກັນຊີວິດເງິນຝາກປະກອບມີ, ຄຸ້ມຄອງຊີວິດ ແລະທົດແທນຄືນການເສຍຊີວິດຈາກພະຍາດ 100% ແລະ ເສຍຊີວິດຈາກອຸບັດເຫດ 200% ຂອງວົງເງິນຄຸ້ມຄອງ, ວົງເງິນຄຸ້ມຄອງສູງສຸດ 10 ລ້ານກີບ ຫຼືອີງຕາມຈຳນວນເງິນໃນບັນຊີ ແລະຄຸ້ມຄອງ ຕັ້ງແຕ່ອາຍຸ 18 ຫາ 64 ປີ ໂດຍບໍ່ໄດ້ກວດສຸຂະພາບ.

____________

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ

ໂທ: 021 313645, 316511