ເຊກອງ ເກັບລາຍຮັບເຂົ້າງົບປະມານ ບໍ່ບັນລຸແຜນ

 ໃນປີ 2019 ແຂວງເຊກອງ ສາມາດຈັດຕັ້ງປະຕິບັດການເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 73,26 ຕື້ກີບ, ທຽບໃສ່ແຜນການປະຕິບັດໄດ້ 91,47% ໃນນັ້ນ; ປະກອບມີລາຍຮັບພູດສູນກາງ 6,78 ຕື້ກີບ ທຽບໃສ່ແຜນການປີ 82,97% ໃນນັ້ນ: ລາຍຮັບພາສີ 5,34 ຕື້ກີບ ແລະລາຍຮັບພູດທ້ອງຖິ່ນ 66,48 ຕື້ກີບ, ລາຍ ຮັບສ່ວນໃຫຍ່ທີ່ເປັນພູດທ້ອງຖິ່ນແມ່ນໄດ້ຈາກສ່ວຍສາອາກອນປະຕິບັດໄດ້ 87,48% ກວມ 84,22% ແລະລາຍຮັບຈາກຊັບສິນປະຕິບັດໄດ້ 132,67 % ກວມ 15,76% ຂອງລາຍຮັບທັງໝົດ.

 ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງໃຫ້ຮູ້ວ່າສາເຫດການເກັບລາຍຮັບເຂົ້າງົບປະມານບໍ່ບັນລຸໄດ້ຕາມແຜນເນື່ອງຈາກບັນຫາທີ່ເປັນຜົນພວງທັງປັດໄຈພາຍ ໃນ ແລະພາຍນອກໂດຍສະເພາະຂໍ້ມູນທີ່ເປັນພື້ນຖານໃນການຈັດເກັບຕາມການຂຶ້ນແຜນຄາດຄະເນເບື້ອງຕົ້ນຂອງຂະແໜງລາຍຮັບຄາດຄະເນຄວາມອາດສາມາດສູງ ສຸດໃນການຈັດເກັບແມ່ນ 71 ຕື້ກີບຜ່ານການສະເໜີຫາອໍານາດການປົກຄອງຂັ້ນແຂວງໄດ້ມອບແຜນສູ້ ຊົນເພີ່ມເປັນ 76 ຕື້ກີບ ແລະ ຕົວເລກດັ່ງກ່າວໄດ້ຖືກຮັບ ຮອງໃນກອງປະຊຸມສະພາປະຊາຊົນແຂວງ ແລະໄດ້ລາຍງານຫາກະຊວງການເງິນຮັບຊາບ ແລະຮັບຮອງ, ຫຼັງຈາກນັ້ນກະຊວງການເງິນໄດ້ມີແຈ້ງການເລກທີ 0016/ຫກງ ແລະບົດແນະນໍາເລກທີ 0743/ຫກງ ກ່ຽວກັບການຈົດຮັບ-ຈົດຈ່າຍບ້ວງລາຍຮັບຄ່າບໍລິການທີ່ສູນກາງເຄື່ອນຍ້າຍແມ່ນບໍ່ອະນຸຍາດໃຫ້ຈົດເປັນລາຍຮັບເພາະຈະກໍ່ເກີດມີການຈົດຊໍ້າຊ້ອນດ້ວຍເຫດນັ້ນຈຶ່ງໄດ້ສະເໜີດັດແກ້ແຜນລາຍຮັບສະເໜີຕໍ່ກອງປະຊຸມສະພາປະຊາຊົນແຂວງໃຫ້ມີການດັດແກ້ເທົ່າກັບ 71 ຕື້ກີບ ເຊິ່ງຕົວເລກດັ່ງກ່າວໄດ້ຮັບການດັດແກ້ ແລະຖືກຮັບຮອງໃນໄລຍະ 6 ເດືອນທ້າຍປີ 2019.

  ໃນຂະນະດຽວກັນສາມາດປະຕິບັດລາຍຈ່າຍໄດ້ທັງໝົດຕາມແຜນດັດແກ້ 6 ເດືອນທ້າຍປີ 379,31 ຕື້ກີບ ທຽບໃສ່ແຜນປີປະຕິບັດໄດ້ 95,67% (ແຜນ 396, 48 ຕື້ກີບ),ໃນນັ້ນລາຍຈ່າຍສ່ວນໃຫຍ່ແມ່ນຖືເອົາລາຍຈ່າຍເງິນເດືອນ ແລະ ເງິນອຸດໜູນເປັນບູລິມະສິດອັນດັບໜຶ່ງ ກວມ 47,52% ຂອງລາຍຈ່າຍທັງໝົດ ແລະສາມາດຈັດຕັ້ງປະຕິບັດເບີກຈ່າຍໄດ້ສໍາເລັດ 100%, ລາຍຈ່າຍການລົງທຶນກວມ 32,61%, ເງິນນະໂຍບາຍ ແລະເງິນຊ່ວຍໜູນກວມ 8,95%, ລາຍຈ່າຍ ບໍລິ ຫານກວມ 6,30%, ເງິນດັດສົມ-ສົ່ງ ເສີມກວມ 3,00%, ເງິນແຮກວມ 0,80%, ລາຍຈ່າຍຊື້ໃໝ່ກວມ 0,10% ແລະລາຍຈ່າຍວິຊາການກວມ 0,68% ຂອງລາຍຈ່າຍທັງໝົດ.

____________

ຂຽນໂດຍພຸດທະສອນ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ

ໂທ: 021 313645, 316511