ຄະນະເລຂາທິການສູນກາງພັກ ຫາລືກຽມຄວາມພ້ອມຮອບດ້ານ ຕ້ານໂຄວິດ-19

  ວັນທີ 7 ເມສາ 2020 ຢູ່ຫ້ອງວ່າການສູນກາງພັກຈັດກອງປະຊຸມສ່ອງແສງລາຍງານຕໍ່ຄະນະເລຂາທິການສູນກາງພັກໂດຍຜ່ານລະບົບວິດີໂອທາງໄກ (video conference) ເພື່ອປຶກສາຫາລືກ່ຽວກັບສະພາບການແຜ່ລະບາດການປ້ອງກັນຄວບຄຸມ ແລະການກະກຽມຄວາມພ້ອມຮອບດ້ານໃນການຮັບມືຂອງການລະບາດພະຍາດໂຄວິດ-19 ການດຳເນີນກອງປະຊຸມສາມຂັ້ນ ແລະ ບັນຫາຕ່າງໆ ທີ່ບັນດາອົງການອ້ອມຂ້າງສູນກາງພັກ ແລະ ລັດຖະບານຢາກສ່ອງແສງເພື່ອໃຫ້ຄະນະເລຂາທິ ການສູນກາງພັກໄດ້ຮັບຊາບ ແລະຊອກຫາວິທີທາງແກ້ໄຂ.

 ກອງປະຊຸມດັ່ງກ່າວເປັນປະທານຂອງ ສະຫາຍ ພັນຄຳ ວິພາວັນ ຜູ້ປະຈຳການຄະນະເລຂາທິການສູນກາງພັກມີບັນດາອົງການອ້ອມຂ້າງສູນກາງພັກລັດຖະບານ ແລະອົງການຈັດຕັ້ງມະຫາຊົນບັນດາແຂວງ ແລະນະຄອນຫຼວງວຽງຈັນເຂົ້າຮ່ວມຊຶ່ງກອງປະຊຸມດັ່ງກ່າວແມ່ນໄດ້ຈັດເປັນປົກກະຕິໃນແຕ່ລະເດືອນພິເສດເດືອນນີ້ແມ່ນໄດ້ປະ ຊຸມທາງໄກຜ່ານລະບົບວິດີໂອ(video conference) ຂອງກະຊວງໄປສະນີໂທລະຄົມມະນາຄົມ ແລະການສື່ສານເພື່ອເປັນການປ້ອງກັນພະຍາດໂຄວິດ-19 ໂດຍມີຫ້ອງປະຊຸມລວມກັນຢູ່ 3 ຈຸດຄື: ຫ້ອງວ່າການສູນກາງພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະສູນກາງຊາວໜຸ່ມປະຊາຊົນ ປະຕິວັດ ລາວ.

  ກອງປະຊຸມຄັ້ງນີ້ເປັນກອງປະຊຸມຄັ້ງທຳອິດທີ່ປະຊຸມຜ່ານລະບົບ video  conference ຊຶ່ງເປັນກອງປະຊຸມທີ່ມີການກະກຽມຄວາມພ້ອມໃນອະນາຄົດເພື່ອນຳໃຊ້ໃນເວລາມີເຫດການສຸກເສີນ ແລະຖືວ່າເປັນບາດກ້າວໃໝ່ຂອງລະບົບກອງປະຊຸມຂອງ ສປປ ລາວ.

---------------

ຂຽນໂດຍ: ບຸນນິກ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ