ສາທາຢືນຢັນຊາວບ້ານນໍ້າແລ້ງເປັນພຽງໄຂ້ຫວັດທຳມະດາ

  ຈາກກໍລະນີທີ່ມີປະຊາຊົນບ້ານນໍ້າແລງ ເມືອງຫຼາ ແຂວງອຸດົມໄຊ ມີອາການໄຂ້, ໄອເປັນຈຳນວນຫຼວງຫຼາຍທີ່ມີອາການຄ້າຍຄືກັນເລີ່ມແຕ່ຕົ້ນເດືອນມີນາຜ່ານມາທ່ານ ດຣ ຈື່ວ່າ ຊາວເຊັງ ຫົວໜ້າຫ້ອງການສາທາລະນະສຸກເມືອງຫຼາ ແຂວງອຸດົມໄຊ ໄດ້ໃຫ້ສຳພາດໃນວັນທີ 4 ເມສາ 2020 ນີ້ວ່າ: ປະຊາຊົນຈຳນວນດັ່ງກ່າວເປັນພຽງໄຂ້ຫວັດທຳມະດາບໍ່ແມ່ນພະຍາດອັກເສບປອດສາຍພັນໃໝ່ ຫຼືໂຄວິດ-19.

 ການເປັນໄຂ້ຫວັດຂອງປະຊາຊົນໃນເຂດບ້ານດັ່ງກ່າວເກີດຂຶ້ນໃນເດືອນມີນາຜ່ານມາໃນນັ້ນອາສາສະໝັກຂັ້ນບ້ານກໍໄດ້ລາຍງານມາໂຮງໝໍນ້ອຍ ແລະ ຫ້ອງການສາທາ ລະນະສຸກເມືອງ ແລະ ສາທາລະນະສຸກເມືອງຫຼາໄດ້ສົ່ງວິຊາການລົງເກັບກຳຂໍ້ມູນຕົວຈິງ ແລະ ມາໃນວັນທີ 2 ເມສາ 2020 ພະນັກງານແພດໝໍຈຶ່ງໄດ້ລົງກວດກາ ແລະປິ່ນປົວເຫັນວ່າໃນເບື້ອງຕົ້ນມີເຈັບທັງໝົດ 84 ຄົນ ຍິງ 55 ຄົນ ເດັກຕໍ່າກວ່າ 5 ປີ ມີ 18 ຄົນ ຍິງ 9 ຄົນ ຊຶ່ງທັງໝົດເປັນພຽງໄຂ້ຫວັດທຳມະດາ ແລະ ໄດ້ສະ ໜອງຢາຈຳນວນໜຶ່ງເພື່ອປະກອບເຂົ້າໃນການລົງເຄື່ອນໄຫວປິ່ນປົວຜ່ານການປິ່ນປົວມາຮອດປະຈຸບັນຄົນເຈັບທີ່ໄດ້ຮັບການປິ່ນປົວຫາຍດີແລ້ວຈຳນວນ 75 ຄົນ ແລະຍັງສືບຕໍ່ກິນຢາຈຳນວນ 9 ຄົນ.

ປະຈຸບັນພະນັກງານແພດໝໍໄດ້ລົງຕິດຕາມ ແລະປິ່ນປົວກັບທີ່ຈາກການກວດກາ ແລະບົງມະຕິຕາມຫຼັກການທາງການແພດແລ້ວສາມາດຢັ້ງຢືນໄດ້ວ່າ: ຄົນເຈັບແມ່ນມີອາການໄຂ້ຫວັດທຳມະດາ ບໍ່ເຂົ້າໃນນິຍາມອາການຂອງພະຍາດອັກເສບປອດສາຍພັນໃໝ່ ຫຼືໂຄວິດ-19 ອີກປະການໜຶ່ງ ບ້ານນໍ້າແລງກໍບໍ່ມີຄວາມສ່ຽງທີ່ຈະເກີດມີພະຍາດອັກເສບປອດສາຍພັນໃໝ່ ຫຼືໂຄວິດ-19 ເນື່ອງຈາກວ່າບ້ານດັ່ງກ່າວບໍ່ມີນັກທ່ອງທ່ຽວເຂົ້າມາ ແລະບໍ່ມີປະຊາຊົນໄປເຄື່ອນໄຫວຢູ່ເຂດທີ່ມີການລະບາດຂອງເຊື້ອພະຍາດ.

  ທ່ານຍັງເນັ້ນຕື່ມອີກວ່າ: ຜ່ານການກວດກາບົງມະຕິພະຍາດ ແລະສືບສວນປະຫວັດການເຄື່ອນໄຫວຂອງພໍ່ແມ່ປະຊາຊົນພາຍໃນບ້ານຈຶ່ງສາມາດຢັ້ງຢືນໄດ້ວ່າ: ກໍລະ ນີເກີດມີຜູ້ຕິດເຊື້ອໄຂ້ຫວັດຈຳນວນຫຼາຍຢູ່ບ້ານນໍ້າແລງເມືອງຫຼາເປັນພຽງໄຂ້ຫວັດທຳມະດາບໍ່ແມ່ນພະຍາດໂຄວິດ-19.

____________

ຂຽນໂດຍສີຈັນ ເກດວົງສາ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ