ນາຍົກເນັ້ນໃຫ້ທຸກພາກສ່ວນກ່ຽວຂ້ອງຢູ່ສູນກາງ-ທ້ອງຖິ່ນສືບຕໍ່ເຂັ້ມງວດຕໍ່ສູ້ໂຄວິດ-19

 ໃນວັນທີ 6 ເມສາ 2020 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມທາງໄກເພື່ອກວດກາ ແລະປຶກສາຫາກ່ຽວກັບວຽກງານແກ້ໄຂ ແລະສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ບັນດາທ່ານລັດ ຖະມົນຕີກ່ຽວຂ້ອງ, ບັນດາຄະນະສະເພາະກິດຂັ້ນສູນກາງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະເຈົ້າແຂວງໃນທົ່ວປະເທດເຂົ້າຮ່ວມ.

 ກອງປະຊຸມໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດຄຳສັ່ງເລກທີ 06/ນຍ ວ່າດ້ວຍການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ 19, ມະຕິຕ່າງໆຂອງລັດຖະບານກໍ່ຄືມາດຕະການຕ່າງໆທີີ່ຄະນະສະເພາະກິດໄດ້ວາງ ອອກ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ, ມາດຕະການໃນຕໍ່ໜ້າ ແລະຂໍ້ສະ ເໜີຕໍ່ລັດຖະບານຈາກບັນດາແຂວງໃນຂອບເຂດທົ່ວປະເທດ ໂດຍຜ່ານການນໍາໃຊ້ລະບົບການປະຊຸມທາງໄກ (Video Conference). ຜ່ານການຮັບຟັງການ ລາຍງານເຫັນວ່າບັນດາແຂວງໄດ້ເອົາ ໃຈໃສ່ຈັດຕັ້ງປະຕິບັດບັນດາມາດຕະ ການຕ່າງໆທີ່ລັດຖະບານວາງອອກໄດ້ ດີພໍສົມຄວນ ແຕ່ເຖິງຢ່າງໃດກໍດີເຫັນວ່າການຈັດຕັ້ງປະຕິບັດຄຳສັ່ງ 06/ນຍ ຍັງເຮັດບໍ່ທັນໄດ້ເຕັມສ່ວນ, ພ້ອມກັນນັ້ນກໍ່ຍັງມີຂໍ້ຫຍຸ້ງຍາກໃນບາງດ້ານເປັນຕົ້ນບັນຫາການຂາດແຄນອຸປະກອນ ແລະ ເຄື່ອງມືທາງການແພດ, ຜ້າອັດປາກ-ດັງ, ນໍ້າຢາລ້າງມື ແລະຢາປິ່ນປົວພະຍາດ, ບຸກຄະລາກອນແພດຍັງມີຈຳກັດ, ສະຖານທີ່ກັກກັນ, ແຍກປ່ຽວ ແລະອື່ນໆ.

  ໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະສະເພາະກິດທັງສູນກາງ ແລະທ້ອງຖິ່ນ, ຂະແໜງການ ແລະທ້ອງຖິ່ນທີ່ໄດ້ສຸມທຸກກໍາລັງແຮງເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນເພື່ອສະກັດກັ້ນ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ທີ່ພວມເກີດຂຶ້ນຢູ່ປະເທດເຮົາ. ພ້ອມດຽວ ກັນນັ້ນ, ໄດ້ສະແດງຄວາມ ເປັນຫ່ວງເປັນໃຍແລະໄດ້ເນັ້ນໜັກໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງສືບຕໍ່ເອົາໃຈໃສ່ຄື:

 1. ຕ້ອງສືບຕໍ່ໂຄສະນາເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈກ່ຽວກັບຜົນຮ້າຍ ແລະຜົນກະທົບຈາກພະຍາດໂຄວິດ 19 ໂດຍສະເພາະຜູ້ທີ່ຖືກກັກກັນຢູ່ເຮືອນ, ຢູ່ບ້ານ ຫຼືສູນຕ້ອງເຂົ້າໃຈສະພາບການໃຫ້ດີ ແລະບໍ່ໃຫ້ປະໝາດບຸກຄົນຕ້ອງມີຄວາມຮັບຜິດຊອບຕໍ່ຕົນເອງຄອບຄົວ, ສັງຄົມ ແລະປະເທດຊາດ.

  2. ຕ້ອງເຂັ້ມງວດໃນການປິດດ່ານ, ບໍ່ອະນຸຍາດໃຫ້ຄົນຕ່າງປະເທດເຂົ້າມາປະເທດເຮົາ, ແຕ່ອະນຸຍາດໃຫ້ເປີດສຳລັບການຂົນສົ່ງສິນຄ້າເຂົ້າ-ອອກໂດຍຕ້ອງມີມາດຕະການຄຸ້ມຄອງຢ່າງເຂັ້ມງວດ. ມອບໃຫ້ຄະນະສະເພາະກິດສົມທົບກັບກະຊວງການຕ່າງປະເທດ ແລະພາກສ່ວນກ່ຽວຂ້ອງຄົ້ນຄວ້າຈະເປີດດ່ານໃດ. ພ້ອມກັນນີ້ໃຫ້ບັນດາແຂວງທີ່ມີຊາຍແດນຕິດກັບປະເທດເພື່ອນບ້ານເຈລະຈາກັບແຂວງຂອງປະເທດດັ່ງກ່າວທີ່ເປັນຄູ່ດ່ານກັນເພື່ອຂໍການຮ່ວມມື ແລະມີມາດຕະການໃນການປ້ອງກັນແຜ່ລະ ບາດຂອງເຊື້ອພະຍາດຊ່ວຍກັນເປັນຕົ້ນການກັກຕົວ 14 ວັນໂດຍສະເພາະຕໍ່ແຮງງານລາວທີ່ຈະເດີນທາງກັບຄືນມາປະເທດ.

  3. ເນື່ອງຈາກສູນກັກກັນມີຄວາມສ່ຽງຍ້ອນມີຄວາມແອອັດ, ສະນັ້ນສຳລັບຜູ້ທີ່ຖືກໃຫ້ກັກກັນຕົນເອງຢູ່ເຮືອນໃຜເຮືອນລາວຕ້ອງມີຄວາມເຂັ້ມງວດຈຶ່ງຈະສາມາດຮັບ ປະກັນບໍ່ໃຫ້ເຊື້ອພະຍາດແຜ່ລາມອອກໄປສູ່ຄອບຄົວ ແລະສັງຄົມໃນກໍລະນີຜູ້ກັກກັນຕົນເອງມີການຕິດເຊື້ອ.

  4. ສຳລັບເຄື່ອງບໍລິຈາກເປັນຕົ້ນຜ້າອັດປາກ-ດັງ, ເຈວລ້າງມື, ເຫຼົ້າເກົ້າສິບ, ໃຫ້ສູນກາງຈັດສັນສົ່ງໃຫ້ແຂວງຕ່າງໆ ເພື່ອແຈກຢາຍລ້າໃຫ້ປະຊາຊົນໂດຍສະເພາະທີ່ແຂວງທີ່ຂາດເຂີນ ແລະຢູ່ຫ່າງໄກ. ພ້ອມດຽວກັນນັ້ນ, ໃຫ້ສືບຕໍ່ຊຸກຍູ້ ແລະລະດົມຜູ້ທີ່ມີຈິດໃຈເຜື່ອແຜ່ໃນສັງຄົມໃຫ້ຄວາມຊ່ວຍເຫຼືອ ແລະບໍລິຈາກເຄື່ອງມື ແລະອຸປະ ກອນການແພດ ແລະ ອື່ນໆເພື່ອນຳໄປໃຫ້ໂຮງໝໍ ແລະ ແຈກຢາຍໃຫ້ບັນດາແຂວງສຳລັບການຂໍການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ ແລະ ປະເທດເພື່ອນມິດໃຫ້ບັນດາແຂວງສະເໜີຫາຄະນະສະເພາະກິດເພື່ອສະເໜີຜ່ານປະຕູດຽວ.

  5. ໃຫ້ຄະນະສະເພາະກິດຈັດຊື້ອຸປະກອນທາງການແພດທີ່ຍັງບໍ່ທັນພຽງພໍເພື່ອຈັດສົ່ງໄປໃຫ້ບັນດາແຂວງການຈັດຊື້ຕ້ອງຮັບປະກັນຄວາມໂປ່ງໃສ, ບໍ່ໃຫ້ມີການສວຍ    ໂອກາດ.

  6. ໃຫ້ນະຄອນຫຼວງວຽງຈັນ ແລະບັນດາແຂວງໃນທົ່ວປະເທດເປັນເຈົ້າການເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າໃຫ້ດີພ້ອມທັງໃຫ້ມີການຈັດຫາເກັບສິນຄ້າໄວ້ເພື່ອຮັບປະ ກັນບໍ່ໃຫ້ຂາດແຄນ (ແຕ່ບໍ່ແມ່ນການກັກຕຸນ) ພ້ອມກັນນີ້, ກໍ່ໃຫ້ສົມທົບກັບກະຊວງກ່ຽວຂ້ອງຈັດຕັ້ງການຜະລິດ, ປູກຝັງກຸ້ມຕົນເອງເພື່ອບໍ່ໃຫ້ມີສະພາບຂາດແຄນສະບຽງອາຫານ ແລະ ໃຫ້ກະກຽມໄວ້ພາຍຫຼັງທີ່ຜ່ານພົ້ນວິກິດພະຍາດໂຄວິດ-19 ແລ້ວໃຫ້ສາມາດຜະລິດຢ່າງເປັນຂະບວນເພື່ອຮັບປະກັນການສະໜອງສະບຽງອາ ຫານໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມມອບໃຫ້ແຂວງ, ເມືອງເປັນຜູ້ຕັດສິນ ແລະຄຸ້ມຄອງປະຊາຊົນໃນການອອກຈາກເຮືອນເພື່ອໄປເຮັດການປູກຝັງ, ຜະລິດສິນຄ້າລວມທັງການອອກໄປວຽກງານຈຳເປັນອື່ນໆຕາມທີ່ໄດ້ອະນຸຍາດໃນຄຳສັ່ງ 06/ນຍ.

 7. ສຳລັບການຈໍລະຈອນຂົນສົ່ງສິນຄ້າພາຍໃນປະເທດບໍ່ໄດ້ຫ້າມແຕ່ໃຫ້ມີມາດຕະການຄຸ້ມຄອງທີ່ຮັດກຸມສຳລັບແຂວງໃດທີ່ມີການຜະລິດ, ມີສິນຄ້າເຫຼືອກໍຂໍໃຫ້ນຳໄປຊ່ວຍແຂວງອື່ນທີ່ມີບໍ່ພຽງພໍນອກນັ້ນສະເໜີໃຫ້ທະຫານໄປຊ່ວຍຕຳຫຼວດ.

  8. ສືບຕໍ່ເອົາໃຈໃສ່ຮ່ວມມືກັບສາກົນ ແລະປະເທດເພື່ອນມິດເພື່ອຂໍການຊ່ວຍເຫຼືອ ແລະແລກປ່ຽນບົດຮຽນໂດຍສະເພາະເພື່ອຊ່ວຍເຫຼືອ ແລະແນະນຳໃຫ້ຄວາມຮູ້ແກ່ທີມແພດລາວໃຫ້ສືບຕໍ່ຄົ້ນຄວ້າສ້າງໂຄງການເພື່ອຮັບເອົາການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ (ທີ່ ໄດ້ມີການປະກາດໃຫ້ການຊ່ວຍເຫຼືອບັນດາປະເທດທີ່ໄດ້ຮັບຜົນກະທົບ) ເພື່ອນຳມາຈັດຕັ້ງປະຕິບັດບັນດານະໂຍບາຍຂອງລັດຖະບານທີ່ໄດ້ປະກາດໄປ. ພ້ອມດຽວກັນນັ້ນ, ກໍ່ໃຫ້ໂຄສະນາເຜີຍແຜ່ຜູ້ປະກອບການຕ່າງໆ ທີ່ໄດ້ຜະກອບສ່ວນການຊ່ວຍເຫຼືອລັດຖະບານໃນການຮັບມືກັບການລະບາດຂອງພະຍາດໂຄວິດ ແລະບັນດາຜູ້ ປະກອບການທີ່ໃຫ້ນະໂຍບາຍ ແລະຊ່ວຍ ເຫຼືອຕໍ່ຜູ້ທີ່ໄດ້ຮັບຜົນກະທົບດ້ວຍຮູບການຕ່າງໆເຊັ່ນການຍົກເວັ້ນ ຫຼືການຫຼຸດຄ່າເຊົ່າຫ້ອງແຖວ, ການປະກອບສ່ວນດ້ານຕ່າງໆໃຫ້ເຈົ້າໜ້າທີ່ທີ່ປະຕິບັດວຽກງານ...

 9. ໃຫ້ບັນດາຂະແໜງການ ແລະທ້ອງຖິ່ນປັບປຸງບັນດາຈຸດອ່ອນຂໍ້ຄົງຄ້າການຈັດຕັ້ງປະຕິບັດຄຳສັ່ງ 06/ນຍ ເພື່ອຮັບປະກັນໃຫ້ແກ່ວຽກງານສະກັດກັ້ນ,ກັນການລະບາດ, ຄວບຄຸມ ແລະກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19.

 10. ໃຫ້ຄະນະສະເພາະກິດໃຫ້ຄວາມຮູ້ກ່ຽວກັບການຈັດລະດັບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ຕາມຫຼັກການຂອງອົງການອະນາໄມໂລກພ້ອມທັງປະ ເມີນ ແລະຈັດລະດັບສະພາບການແຜ່ລະບາດຢູ່ ສປປ ລາວ ແລ້ວປະກາດໃຫ້ສັງຄົມຮັບຮູ້ ແລະເຂົ້າໃຈ.

  ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ທຸກຂະແໜງການ, ທ້ອງຖິ່ນ, ທຸກພາກສ່ວນໃນສັງຄົມ ແລະປະຊາຊົນຮ່ວມແຮງຮ່ວມໃຈກັນເຂັ້ມງວດຈັດຕັ້ງປະຕິບັດຄຳສັ່ງ 06/ນຍ,ມາດຕະການຕ່າງໆທີ່ລັດຖະບານ ແລະຄະນະສະເພາະກິດວາງອອກ,ຕ້ອງເດັດຂາດບໍ່ໃຫ້ການລະບາດຢູ່ປະເທດເຮົາເພີ່ມຂຶ້ນໄປອີກລະດັບໜຶ່ງ.

-----------------

ໜັງສືພິມເສດຖະກິດ-ສັງຄົມ