ອິກ 1 ຄົນ ລວມເປັນ 16 ຄົນຜູ້ຕິດເຊື້ອໂຄວິດ-19

 ວັນທີ 9 ເມສາ 2020 ທາງຄະນະຄະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະແກ້ໄຂພະຍາດອັດເສບປອດໄດ້ສືບຕໍ່ຖະແຫຼງຂ່າວຕໍ່ມ່ວນຊົນໂດຍ ທ່ານ ພູທອນ ເມືອງປາກ ຮອງລັັດຖະມົນຕີກະຊວງສາທາລະນະສຸກຜູ້ປະຈຳການຄະນະສະເພາະກິດໂດຍພົບຜູ້ຕິດເຊື້ອເພີ່ມອີກ 1 ຄົນ ເພດ ຍິງອາຍຸ 23 ປີ ບ້ານໜອງດ້ວງ ເມືອງສີ ໂຄດຕະບອງ ນະຄອນຫຼວງວຽງຈັນ.

  ການເຝົ້າລະວັງ ແລະວິເຄາະວັນທີ 8 ເມສາ ໄດ້ເກັບຕົວຢ່າງມາກວດ 122 ຄົນ ໃນນີ້ແມ່ນຜູ້ສຳພັດໃກ້ຊິດກັບຜູ້ຕິດເຊື້ອມີ 73 ຄົນ ຈາກບໍລິສັດພູເບັຍມາຍນິງ 42 ຄົນແຮງງານມາຈາກໄທ 2 ກໍລະນີສົງໄສ 5 ໃນພົບຜູ້ຕິດເຊື້ອ 1 ຄົນ ປະຈຸບັນຮັກສາໂຕຢູ່ໂຮງໝໍມິດຕະພາບຊຶ່ງປະຫວັດຜູ້ຕິດເຊື້ອໃໝ່ວັນທີ 26 ໄດ້ມີການຊຸມແຊວຜູ້ກໍລະນີທີ 10 ພະນັກງານ DHL ຈຶ່ງກັກບໍລິເວນໂຕເອງຈົນມາຮອດວັນທີ 6 ເມສາ ແລະຕົກມາວັນທີ 7 ເລີ່ມມີອາການເຈັບຫົວ, ຖືຄີງໄຂ, ລີ້ນຊາ, ດັ່ງບໍ່ໄດ້ກິນ, ມີຂີ້ກະເທີ ແລະຫາຍໃຈຝືດແຕ່ຍັງບໍໄດ້ໄປກວດມາວັນທີ 8 ເມສາ ຈຶ່ງໂທປຶກສາໝໍພົບວ່າຕິດເຊື້ອໂດຍຜູ້ກ່ຽວສຳພັດ 9 ຄົນ.

  ນັບແຕ່ເດືອນມັງກອນມາຮອດວັນທີ 8 ເມສາ 2020 ລວມມີ 903 ຄົນ, ຕິດ ເຊື້ອ 16 ຄົນ ເພີ່ມ1 ຊຶ່ງມີກຸ່ມການສຳພັດແລະຕິດເຊື້ອທັງໝົດ 16 ຄົນ ຫຼ້າສຸດເພດ ຍິງອາຍຸ 23 ປີ ນັກສຶກສາວິທະຍາໄລລັດຕະນະ ບ້ານໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

_____________

ຂຽນໂດຍ: ບຸກນິກ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ