ລັດກູ້ສຸກເສີນ 18 ລ້ານໂດລາ ຕອບໂຕ້ໂຄວິດ-19

 ເພື່ອກຽມຄວາມພ້ອມຮັບມືກັບເຫດສຸກເສີນ ແລະຄວບຄຸມການຕິດເຊື້ອ, ການກວດຫາກໍລະນີຕິດເຊື້ອ, ການຄົ້ນຫາຜູ້ທີ່ໄດ້ໃກ້ຊິດກັບຜູ້ຕິດເຊື້ອ, ການຄຸ້ມຄອງກໍລະນີຜູ້ຕິດເຊື້ອ COVID-19 ທະນາຄານໂລກໄດ້ອະນຸມັດເງິນກູ້ຈຳນວນ 18 ລ້ານໂດລາສະຫະລັດ ໃຫ້ແກ່ລາວເພື່ອເປັນການຊ່ວຍຍົກລະດັບຄວາມອາດສາມາດໃນການເຝົ້າລະວັງ ແລະທັກສະການປິ່ນປົວຂອງທີມແພດໝໍຂອງລາວນຳອີກດ້ວຍ.

  ພິທີເຊັນສັນຍາດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 7 ເມສາ 2020 ທີ່ກະຊວງການເງິນ, ໂດຍຕາງໜ້າລັດຖະບານລາວຂອງທ່ານບຸນໂຈມ ອຸບົນ ປະເສີດ ຮອງລັດຖະມົນຕີກະຊວງການເງິນກັບ ທ່ານ ນິໂກລາ ພອນທາຣາ ຫົວໜ້າຫ້ອງການທະນາຄານໂລກປະຈຳລາວ ໂດຍມີຜູ້ຕາງໜ້າຂະແໜງການ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ປະຈຸບັນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ສົ່ງຜົນກະທົບດ້ານເສດຖະກິດ-ສັງຄົມຂອງ 200 ກວ່າປະເທດ. ໃນນັ້ນ, ລາວເປັນປະເທດໜຶ່ງທີ່ຮັບຜົນກະທົບ, ຊຶ່ງນັບແຕ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລັດຖະບານໄດ້ມີວິທີການແກ້ໄຂຢ່າງມີປະສິດທິພາບເພື່ອຄວບຄຸມ ແລະສະກັດກັ້ນເພື່ອຕ້ານການ ແຜ່ລະບາດຂອງພະຍາດ,ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ,ຕໍ່ສະພາບການດັ່ງກ່າວການຮ່ວມແຮງຮ່ວມໃຈຂອງທຸກພາກສ່ວນເປັນສິ່ງທີ່ສໍາຄັນໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ແລະທະນາຄານໂລກອະນຸມັດເງິນກູ້ສຸກເສີນຄັ້ງນີ້, ເພື່ອຊ່ວຍໃນການກຽມຄວາມພ້ອມຂອງບັນດາກິດຈະກໍາຕ່າງໆໃນການຮັບມືກັບເຫດສຸກເສີນກໍ່ຄືການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ, ການກວດຫາກໍລະນີຕິດເຊື້ອ ແລະ ການຄົ້ນຫາຜູ້ທີ່ໄດ້ໃກ້ຊິດກັບຜູ້ຕິດເຊື້ອ, ການຄຸ້ມຄອງກໍລະນີຜູ້ຕິດເຊື້ອ ແລະ ການສື່ສານ, ພ້ອມທັງໃຫ້ຄວາມຮູ້ກ່ຽວກັບການລະບາດຂອງພະຍາດດັ່ງກ່າວ ແລະ ຍັງຈະຊ່ວຍຍົກລະດັບຄວາມອາດສາມາດໃນການເຝົ້າລະວັງ ແລະ ທັກສະການປິ່ນປົວຂອງທີມແພດໝໍຂອງ ສປປ ລາວ ທັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ແລະເສີມສ້າງຄວາມອາດສາມາດໃນການຕອບໂຕ້ນຳອີກ.