ແຮງງານ 2 ພັນກວ່າຄົນ ທີ່ເຂົ້າກັກຕົວ 14 ວັນ ຈະໄດ້ເງິນຊ່ວຍເຫຼືອຈາກສະວິດ

  ສະພາກາແດງສະວິດຈະໃຫ້ເງິນຊ່ວຍເຫຼືອແຂວງຫຼວງພະບາງ 300 ລ້ານກີບ ເພື່ອຊ່ວຍເຫຼືອແຮງງານຢູ່ແຂວງຫຼວງພະບາງທີ່ອອກໄປຊອກຫາວຽກເຮັດງານທໍາຢູ່ທັງພາຍໃນ ແລະຕ່າງປະເທດໂດຍສະເພາະແມ່ນປະເທດເພື່ອບ້ານໄດ້ກັບຄືນມາຫຼວງພະບາງເມື່ອກິດຈະການຫຼາຍແຫ່ງປິດລົງຍ້ອນການລະບາດຂອງເຊື້ອພະຍາດໂຄວິດ- 19 ທາງຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະແກ້ໄຂການລະບາດໄຂ້ຫວັດສາຍພັນໃໝ່ COVID-19 ຂັ້ນແຂວງໄດ້ໃຫ້ເຂົ້າສູນກັກກັນ 14 ວັນ, ມີສູນຮອງຮັບທັງໝົດ 143 ຈຸດ, ໃນ 11 ເມືອງ 1 ນະຄອນ, ລວມທັງໝົດ 2.530 ຄົນ.

  ທ່ານ ດຣ ວິລະສັກ ບານຸວົງ ຫົວໜ້າຫ້ອງການຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະແກ້ໄຂການລະບາດໄຂ້ຫວັດສາຍພັນໃໝ່ COVID-19 ຂັ້ນແຂວງໄດ້ໃຫ້ສໍາພາດຕໍ່ທີມຂ່າວຂອງພວກເຮົາໃນວັນທີ 6 ເມສາ ຜ່ານມານີ້ວ່າ: ສໍາລັບແຮງງານທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານ ແລະຕ່າງແຂວງຢູ່ພາຍໃນໄດ້ກັບຄືນມາຫຼວງພະບາງທາງຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດໄຂ້ຫວັດສາຍພັນໃໝ່ COVID-19 ຂັ້ນແຂວງໄດ້ຈັດໃຫ້ໄປຢູ່ສູນກັກກັນພາຍໃນ14 ວັນ, ມີສູນຮອງຮັບທັງໝົດ 143 ຈຸດ ທົ່ວແຂວງີຈໍານວນທັງໝົດ 2.530 ຄົນ, ເຊິ່ງຈໍານວນແຮງງານດັ່ງກ່າວຈະໄດ້ຮັບເງິນຊ່ວຍເຫຼືອຈາກສະພາກາແດງສະວິດ ມູນຄ່າ 300 ລ້ານກີບ

ສະໜັບສະໜູນໂດຍ: HONDA

ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມມີສ່ວນຮ່ວມຢ່າງເປັນເຈົ້າການດ້ວຍຄວາມຮັບຜິດຊອບສູງໃນຊ່ວງກັກກັນ 14 ວັນນີ້ ຕ້ອງໄດ້ໃຊ້ຄວາມອົດທົນສູງເພື່ອສັງຄົມ, ເພື່ອຄອບຄົວກໍຄືເພື່ອປະເທດຊາດ ແລະ ທ່ານໄດ້ສະແດງຄວາມຂອບໃຈຮູ້ບຸນຄຸນຢ່າງສູງຕໍ່ປະເທດເພື່ອນມິດຕໍ່ອົງການຈັດຕັ້ງສາກົນໂດຍສະເພາະແມ່ນສະພາກາແດງສະວິດທີ່ໄດ້ໃຫ້ການສະໜັບສະໜູນທາງດ້ານງົບປະມານຄັ້ງນີ້ຮັບໃຊ້ແກ່ວຽກງານປ້ອງກັນຄວບຄຸມແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ຈະນຳໃຊ້ໃຫ້ຖືກຕາມວັດຖຸປະສົງ ແລະໃຫ້ມີປະສິດທິຜົນສູງ.

____________

 ຂຽນໂດຍ: ສີສຸວັນ

ພາບ ແລະຂ່າວຈາກ:  ໜັງສືພິມເສດຖະກິດ-ສັງຄົມ