ລັດຖະມົນຕີກະຊວງການຕ່າງປະເທດຮ່ວມກອງປະຊຸມທາງໄກສະພາປະສານງານອາຊຽນ

  ໃນວັນທີ 9 ເມສາ 2020 ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມທາງໄກສະພາປະສານງານອາຊຽນຄັ້ງທີ 25 (25thMeeting of the ASEAN Coordinating Council (ACC) ພາຍ ໃຕ້ການເປັນປະທານຂອງຫວຽດນາມໃນຖານະປະທານໝູນວຽນອາຊຽນປີ 2020 ໂດຍມີການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາ ທິການໃຫຍ່ອາຊຽນ.

  ກອງປະຊຸມໄດ້ຮັບຊາບ ແລະຕີລາຄາສູງຕໍ່ຄວາມພະຍາຍາມຂອງແຕ່ລະປະເທດສະມາຊິກອາຊຽນກໍຄືອາຊຽນໂດຍລວມໃນການປ້ອງກັນ, ຄວບຄຸມ ແລະ ຮັບມືກັບພະ ຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼືໂຄວິດ-19, ຊຶ່ງສະແດງອອກໃນຜົນສຳເລັດຂອງກອງປະຊຸມສະໄໝພິເສດສະພາປະສານງານອາຊຽນກ່ຽວກັບພະຍາດໂຄວິດ-19 ດັ່ງກ່າວທີ່ຈັດຂຶ້ນໃນເດືອນກຸມພາຜ່ານມາ ຢູ່ ສປ ລາວ ກໍຄືກອງປະຊຸມທາງໄກ ໜ່ວຍງານວິຊາການຂອງສະພາປະສານງານອາຊຽນວ່າດ້ວຍການຊ່ວຍ ເຫຼືອສຸກເສີນດ້ານສາທາລະນະສຸກຄັ້ງທຳອິດໃນທ້າຍເດືອນມີນາລວມທັງບັນດາກອງປະຊຸມທາງໄກຂອງຂະແໜງການກ່ຽວຂ້ອງທັງລະດັບລັດຖະມົນຕີ ແລະລະດັບວິຊາ ການອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນຄວາມພະຍາຍາມລວມຂອງອາຊຽນໃນການຮັບມືກັບພະຍາດດັ່ງກ່າວ.

ພ້ອມນີ້, ກອງປະຊຸມຍັງໄດ້ຮັບຊາບການລາຍງານສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຕ່ລະປະເທດສະມາຊິກອາຊຽນລວມທັງຢູ່ ສປປ ລາວ ເຮົາ ແລະໄດ້ປຶກສາຫາລື, ແລກປ່ຽນບົດຮຽນ ແລະປະສົບການຮ່ວມກັນໃນການສະກັດກັ້ນ, ຄວບຄຸມ ແລະຈໍາກັດການແຜ່ລະບາດຂອງພະຍາດໂຄວິດ-19, ພິເສດໄດ້ເປັນເອກະ ພາບກັນສືບຕໍ່ເສີມຂະຫຍາຍການຮ່ວມມືພາຍໃນອາຊຽນ, ອາຊຽນກັບຄູ່ເຈລະຈາ ແລະຄູ່ຮ່ວມມືລວມທັງກັບອົງການຈັດຕັ້ງສາກົນໂດຍສະເພາະອົງການອະນາໄມໂລກໂດຍຜ່ານບັນດາກົນໄກຮ່ວມມືອາຊຽນທີ່ມີຢູ່, ນອກນັ້ນກໍຢືນຢັນສືບຕໍ່ຮັດແໜ້ນການຮ່ວມມືເພື່ອຮັບປະກັນສະຖຽນລະພາບທາງດ້ານເສດຖະກິດຂອງພາກພື້ນໂດຍສະ ເພາະໃຫ້ສາມາດຮັກສາໄດ້ການສະໜອງແບບຕ່ອງໂສ້ດ້ານການຄົມມະນາຄົມຂົນສົ່ງ, ການບໍລິການແລະການສະໜອງສິນຄ້າອຸປະໂພກ-ບໍລິໂພກ, ຢາປົວພະຍາດ ແລະອຸປະກອນການແພດທີ່ຈໍາເປັນ.

                                                                ສະໜັບສະໜູນໂດຍ: HONDA

 ໃນກອງປະຊຸມຄັ້ງນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ, ກໍໄດ້ປະກອບຄຳຄິດຄຳເຫັນ ແລະແລກປ່ຽນບົດຮຽນທີ່ດີຕໍ່ຄວາມພະຍາຍາມຂອງ ສປປ ລາວ ໃນການປ້ອງກັນ, ຄວບຄຸມ ແລະຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19:1), ໄດ້ແຕ່ງຕັ້ງຄະນະສະເພາະກິດລະດັບຊາດ, ກະຊວງ,ແຂວງ ແລະເມືອງເພື່ອຕິດຕາມ ແລະສະກັດກັ້ນທ່າອ່ຽງການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງໃກ້ຊິດ ແລະທັນການ; 2). ດໍາເນີນມາດຕະການປິດປະເທດ” (lockdown) ໄລຍະແຕ່ວັນ ທີ 1-19 ເມສາ 2020, ຊຶ່ງລວມມີການປິດດ່ານທ້ອງຖິ່ນ, ດ່ານປະເພນີ ແລະດ່ານສາກົນ, ໃຫ້ປະຊາຊົນຢູ່ເຮືອນ, ໃຫ້ພະນັກງານເຮັດວຽກຢູ່ເຮືອນ, ຢຸດຕິການຊຸມນຸມຕ່າງໆຫຼາຍກວ່າ 10 ຄົນ, ປິດໂຮງຮຽນ ແລະສະຖາບັນການສຶກສາ, ປິດຮ້ານຄ້າໃຫຍ່ແລະສະຖານທີ່ ບັນເທິງ ແລະກີລາຕ່າງໆ, ເອົາໃຈໃສ່ໂຄສະນາເຜີຍແຜ່ຂໍ້ມູນໃຫ້ທົ່ວສັງຄົມເຂົ້າໃຈກ່ຽວກັບໄພອັນຕະລາຍ ແລະຄວາມສ່ຽງໃນການຕິດເຊື້ອພະຍາດ ແລະວິທີປ້ອງກັນຕົນເອງ ແລະມີການໃຫ້ສໍາພາດຂ່າວກ່ຽວກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທຸກມື້; 3), ຕໍ່ມາດຕະການປິ່ນປົວກໍລະນີຕິດເຊື້ອພະຍາດ, ລັດຖະບານໄດ້ກໍານົດໂຮງໝໍ ແລະສໍາຮອງຕຽງສໍາລັບປິ່ນປົວລວມທັງຝຶກ ອົບຮົມແພດໝໍ ແລະ ກະກຽມຄວາມພ້ອມດ້ານວັດຖຸອຸປະກອນການແພດ ແລະ ຢາປົວພະຍາດ; 4), ລັດຖະບານໄດ້ມີມາດຕະການຮອງຮັບຜົນກະທົບທາງດ້ານເສດ ຖະກິດກໍຄືຊີວິດການເປັນຢູ່ຂອງປະຊາຊົນທ່າມກາງການລະບາດຂອງພະຍາດໂຄວິດ-19; ແລະ 5), ໄດ້ເນັ້ນເຖິງຄວາມສຳຄັນໃນການສືບຕໍ່ແລກປ່ຽນບົດຮຽນ ແລະປະສົບການທີ່ດີຮ່ວມກັນລວມທັງສະໜອງຂໍ້ມູນຂ່າວສານທີ່ຖືກຕ້ອງແລະຊັດເຈນ, ຫຼີກລ່ຽງການອອກຂ່າວປອມຫຼືທີ່ບໍ່ມີມູນຄວາມຈິງ, ຊຶ່ງຈະເຮັດໃຫ້ປະຊາຊົນແຕກຕື່ນ ແລະຂາດຄວາມເຊື່ອໝັ້ນ.

  ພ້ອມກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລືເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດສະໄໝພິເສດຂອງຜູ້ນໍາອາຊຽນ ແລະກອງປະຊຸມສຸດຍອດສະໄໝພິເສດຜູ້ນໍາອາຊຽນບວກສາມກ່ຽວກັບພະຍາດໂຄວິດ-19, ຊຶ່ງຈະຈັດຂຶ້ນໃນມໍ່ໆນີ້.

________

ໂດຍໜັງສືພິມເສດຖະກິດ-ສັງຄົມ