ແຫຼງທ່ອງທ່ຽວຕາດວັງຫຼວງ ພ້ອມເຕັມທີ່ຮອງຮັບແຂກມາທ່ຽວອອກພັນສາ

 ຂຶ້ນຊື່ວ່າແຫຼງທ່ອງທ່ຽວຕາດວັງຫຼວງຫຼາຍຄົນອາດຮູ້ຈັກກັນດີຊຶ່ງເປັນສະຖານທີ່ທຳມະຊາດທີ່ເຕັມໄປດ້ວຍບັນຍາກາດຊົດຊື່ນທີ່ມີຕົ້ນໄມ້ໃຫຍ່ປົກຫຸ້ມໃນແບບທຳມະຊາດລົງໂຕ, ທີ່ປະກອບມີນໍ້າໃສເຢັນຈາກທຳມະຊາດເໝາະແກ້ການໄປພັກຜ່ອນບໍ່ວ່າເປັນກຸ່ມຫຼືຄອບຄົວຊຶ່ງມື້ອອກພັນສາແຫຼງທ່ອງທ່ຽວເພິ່ນພ້ອມເຕັມທີຮອງຮັບແຂກສະ ຖານທີ່ຈອດລົດຫຼາກພັນ.

ເມື່ອບໍ່ດົນມານີ້ທ່ານນາງ ດາວັນ ແກ້ວເພຍຈັນ ອຳນວຍການແຫຼງທ່ອງທ່ຽວທຳມະຊາດຕາດວັງຫຼວງໃຫ້ສຳພາດວ່າ: ສະຖານທີ່ທ່ອງທ່ຽວຕາດວັງຫຼວງເປັນສະຖານທີ່ທຳມະຊາດອີກແຫ່ງຂອງນະຄອນຫຼວງວຽງຈັນເອີ້ນເລີຍວ່າມີຄວາມສວຍງາມໃນແບບທຳມະຊາດລົງໂຕ, ທີ່ປະກອບມີນໍ້າໃສເຢັນຈາກທຳມະຊາດນອກຈາກມີທຳມະຊາດສວຍງາມແລ້ວຍັງມີບໍລິການເປັນຕູບຮ້ານອາຫານໄວ້ຄອຍບໍລິການແຂກເຕັມທີ່.

  ຊຶ່ງມື້ອອກພັນສານີ້ສະຖານທີ່ທ່ອງທ່ຽວພ້ອມ ແລະເປັນສ່ວນໜຶ່ງພ້ອມເຕັມທີ່ໃຫ້ແຂກມາບໍລິການໂດຍສະເພາະປີນີ້ເປັນປີທ່ອງທ່ຽວລາວຢາກເຊີນຊວນຄົນລາວມາໃຊ້ບໍລິການທີ່ຄົນລາວສ້າງຂຶ້ນສາມາດມາທ່ຽວໂດຍສະຖານທີ່ຢູ່ບໍ່ໄກຈາກຕົວເມືອງຂີ່ລົດປະມານ 1 ຊົ່ວໂມງປາຍຂີ່ມາຕາມທາງເລກ 13 ໄຕ້ ກາຍຂົວປາກງື່ມມາປະມານ 2km ແລ້ວລ້ຽວຊ້າຍ (ມີປາຍບອກ) ຂີ່ໄປອີກປະມານ 5km ກໍ່ຈະຮອດທາງເຂົ້າຕາດຢູ່ຂວາມືເສັ້ນທາງແມ່ນສະດວກສະບາຍ,

-----------------