ສະມຄົມນັກທຸລະກິດໜຸ່ມ ແຂວງບໍ່ແກ້ວ ຈະເອົາໃຈໃສ່ 5 ວຽກຈຸດສຸມ

ປີ 2022 ຜ່ານມາ ສະມຄົມນັກທຸລະກິດໜຸ່ມ (ສທໜ) ແຂວງບໍ່ແກ້ວ ໄດ້ເຄື່ອນໄຫວວຽກງານ ແລະ ມີຜົນງານພົ້ນເດັ່ນຫຼາຍດ້ານ, ແຕ່ຄຽງຄູ່ກັບຜົນສຳເລັດດັ່ງກ່າວຍັງມີບາງຂໍ້ຄົງຄ້າງທີ່ ສທໜ ແຂວງ ຕ້ອງເອົາໃຈໃສ່ຕື່ມ ແລະ ເພື່ອເຮັດໃຫ້ ສທໜ ແຂວງບໍ່ແກ້ວ ນັບມື້ມີການເຕີບໂຕ ໃນປີ 2023 ນີ້ ສທໜ ແຂວງ ໄດ້ວາງ 5 ວຽກຈຸດສຸມທີ່ຕ້ອງສຸມໃສ່ປະຕິບັດ.

ທ່ານນາງ ນົງລັກ ວິໄລສັກ ປະທານສະມຄົມນັກທຸລະກິດໜຸ່ມ (ສທໜ) ແຂວງບໍ່ແກ້ວ ໄດ້ລາຍງານ ຕໍ່ກອງປະຊຸມຄົບຄະນະບໍລິຫານງານ ສທໜຊ ທົ່ວປະເທດ ສະຫຼຸບວຽກງານການເຄື່ອນໄຫວ ປະຈຳປີ 2022 ແລະ ທິດທາງ 2023 ວ່າ: ສະພາບລວມການເຄື່ອນໄຫວວຽກງານຂອງ ສທໜ ແຂວງບໍ່ແກ້ວ ເຊິ່ງມີຄະນະບໍລິຫານງານທັງໝົດ 10 ສະຫາຍ ຍິງ 4 ສະຫາຍ ມີສະມາຊິກທັງໝົດ 31 ບໍລິສັດ, ທີ່ມາຈາກຂົງເຂດ ການຄ້າ,ການກໍ່ສ້າງ,ກະສິກໍາ,ອຸດສາຫະກໍາ,ໂຮງແຮມ,ຮ້ານອາຫານຂົນສົ່ງ,ບໍ່ແຮ່ ແລະ ອືນໆ.

ຜົນງານການເຄື່ອນໄຫວຢ່າງຮອບດ້ານ ປະຈໍາປີ 2022 ສທໜ ແຂວງບໍ່ແກ້ວ ໄດ້ເຂົ້າຮ່ວມກອງປະຊຸມ ກັບ ບັນດາພະແນກການ-ອົງການ ອ້ອມຂ້າງແຂວງ ຈານວນ 11 ຄັ້ງ, ເຂົ້າຮ່ວມງານ ພົບປະ ແລກປ່ຽນບົດຮຽນ ກັບ ອົງການ ຈັດຕັ້ງ ຕ່າງໆ ທັງພາຍໃນ ແຂວງ,ຕ່າງແຂວງ ແລະ ຕ່າງປະເທດ ຈຳນວນ 12 ຄັ້ງ, ປະຊຸມຄົບຄະນະບໍລິຫານງານ ແບບ Online ແລະ Offline ເພື່ອປຶກສາຫາລື ແລະ ວາງແຜນ ການດຳເນີນງານ ໂຄງການຕ່າງໆ ຂອງ ສທໜ ຈຳນວນ 18 ຄັ້ງ ແລະ ຮັບແຂກການນຳສູນກາງຊາວໜຸ່ມ 1 ຄັ້ງ.

+ ວຽກງານພົວພັນ ພາຍໃນ ແລະ ການຕ່າງປະເທດ: ພາຍໃນປີ 2022 ສທໜ ແຂວງບໍ່ແກ້ວ ໄດ້ເຊັນ MOU ທັງໝົດ 2 ຄັ້ງ ຄື: ໃນວັນທີ 18 ມີນາ 2022 ໄດ້ເຊັນ MOU ຮ່ວມທຶນ ສ້າງຕັ້ງ ບໍລິສັດຮ່ວມພັດທະນາການລົງທຶນລາວເຊິ່ງເປັນການຮ່ວມທຶນກັນ ລະຫວ່າງ ນັກທຸລະກິດໜຸ່ມ ແຂວງບໍ່ແກ້ວ ກັບ ນັກທຸລະກິດໜຸ່ມແຫ່ງຊາດ ແລະ ໄດ້ເຊັນ MOU ຄັ້ງທີ2 ກັບ ອົງການປົກຄອງແຂວງ ເພື່ອສຶກສາຄວາມເປັນໄປໄດ້ໃນການລົງທຶນ ກ່ຽວກັບໂຄງການພັດທະນາ ເນື້ອທີ່ດິນເຂດແຄມແມ່ນໍ້າຂອງ ບ້ານຂອນແກ້ວ ແລະ ໂຄງການຂຸດຄົ້ນແກ້ວແບບຫັດຖະກຳ ຕິດພັນກັບການທ່ອງທ່ຽວ ເຂດບ້ານຫ້ວຍສາລາໃນວັນທີ 13 ພຶດສະພາ 2022.

ພ້ອມນີ້, ສທໜ ແຂວງບໍ່ແກ້ວ ໄດ້ສົ່ງຕົວແທນເພື່ອເຂົ້າຮ່ວມງານວາງສະແດງ ແລະ ຂາຍສິນຄ້າຢູ່ຕ່າງປະເທດຈຳນວນ 2 ຄັ້ງ ຄື: ວັນທີ 24 ທັນວາ 2022 ຫາ ວັນທີ 08 ມັງກອນ2023 ສທໜ ແຂວງບໍ່ແກ້ວ ຮ່ວມກັບ ອບຈ ຈັງຫວັດຊຽງຣາຍ ປະເທດໄທ ສົ່ງຜູ້ປະກອບການລາວ ໄປຮ່ວມງານວາງສະແດງ ທີງານມະຫະກໍາດອກໄມ້ງາມ ອາຊຽນ ປະຈຳປີ 2022, ໃນວັນທີ 16-18 ທັນວາ ສທໜ ແຂວງບໍ່ແກ້ວ ຮ່ວມມືກັບ ອຳເພີຊຽງຂອງ ສົ່ງຜູ້ປະການລາວ ໄປຮ່ວມງານຕະຫລາດນັດຂອງກິນລໍາຂອງດີເມືອງຊຽງຂອງ ແລະ ໃນວັນທີ 27-29 ທັນວາ 2022 ສທໜ ແຂວງບໍ່ແກ້ວ ໄດ້ເດີນທາງເພື່ອໄປຮ່ວມ ກອງປະຊຸມ ພົບປະແລກປ່ຽນ ລະຫວ່າງ ຊາວໜຸ່ມ ແຂວງເຊີນລາ ສສ ຫວຽດນາມ ກັບຄະນະຜູ້ແທນຊາວໜຸ່ມ 9 ແຂວງຂອງ ສປປ ລາວ.

 

+ ວຽກງານປະກອບສ່ວນຊ່ວຍເຫຼືອສັງຄົມ: ໃນວັນທີ 11 ກັນຍາ 2022 ສທໜ ແຂວງບໍ່ແກ້ວ ໄດ້ເຄື່ອນໄຫວ ປຸກລະດົມ ຂົນຂວາຍເຄື່ອງອຸປະໂພກ - ບໍລິໂພກ ເພື່ອໄປມອບໃຫ້ ອົງການປົກຄອງແຂວງ ແຂວງອຸດົມໄຊ ເພື່ອສົ່ງຕໍ່ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນໍ້າປ່າໄຫຼຊຸມູນຄ່າ 200.000.000 ກີບ.

 

ທ່ານກ່າວຕື່ມວ່າ: ສຳລັບຂໍ້ຫຍຸ້ງຍາກໃນການເຄື່ອນໄຫວວຽກງານໃນ 2022 ຜ່ານມາມີຄື: 1) ສະມາຄົມນັກທຸລະກິດໜຸ່ມ ແຂວງບໍ່ແກ້ວ ແມ່ນຫາກໍ່ຖືກສ້າງຕັ້ງ ຂຶ້ນມາໃໝ່ ເຮັດໃຫ້ບາງ ອົງການຈັດຕັ້ງລັດ ແລະ ສັງຄົມ ຍັງບໍ່ເຂົ້າໃຈ ຈຸດທີ່ຕັ້ງ ແລະ ພາລະບົດບາດ ຂອງ ສະມາຄົມໜຸ່ມ ຢ່າງເລິກເຊິ່ງເທົ່າທີຄວນ ເຮັດໃຫ້ການພົວພັນ,ການຮ່ວມມື ຍັງມີຄວາມສັບສົນ; 2)ການລະດົມສະມາຊິກ ຍັງພົບຄວາມຫຍຸ້ງຢາກ ຍ້ອນຜູ້ປະກອບການ ຢູ່ທ່ອງຖິ່ນ ມີຈຳນວນໜ່ອຍ ການເຄື່ອນໄຫວທຸລະກິດ ຍັງເຮັດແບບຄອບຄົວ ພ້ອມນີ້ ຍັງມີແນວຄວາມຄິດເປັນຄູ່ແຂ່ງ.

 

ສ່ວນຂໍສະເໜີ: 1. ສະເໜີຫາ ສທໜ ແຫ່ງຊາດ ສູ້ຊົນຊອກຫາ ແຫຼ່ງທຶນດອກເບ້ຍຕໍ່າຈາກລັດຖະບານ ຫຼື ທະນາຄານທີເປັນຄູ່ຮ່ວມຍຸດທະສາດ ເພື່ອມາປະກອບສ່ວນ ສ້າງຕັ້ງກອງທຶນຂອງ ສທໜ ໃຫ້ເຂັ້ມແຂງ; 2. ສະເໜີຫາ ສທໜ ແຫ່ງຊາດ ແລະ ສູນກາງ ຊາວໜຸ່ມ ຊ່ວຍເປັນຂົວຕໍ່ປະສານງານ ຂໍສະຖານທີ່ ຢູ່ສະຖານີລົດໄຟ ລາວ-ຈີນ ເຊິ່ງຂໍເສຍຄ່າເຊົ່າໃນລາຄາ ນະໂຍບາຍ ເພື່ອນຳສິນຄ້າທ່າແຮງ ແລະ ສິນຄ້າໂອດ໋ອບ ຂອງແຕ່ລະແຂວງທົ່ວປະເທດໄປວາງຈຳໜ່າຍ; 3.ສະເໜີ ອົງການມະຫາພາກ ທີ່ກ່ຽວຂ້ອງ ຂໍໃຫ້ສືບຕໍ່ ກະຕຸກຊຸກຍູ້ ສະມາຄົມ ໃຫ້ເຂັ້ມແຂງໂດຍສະເພາະແມ່ນ ບູລິມະສິດພິເສດ ໃນການປະຕິບັດໂຄງການຕ່າງໆ ຂອງລັດຖະບານ.

 

ສ່ວນແຜນຕໍ່ໜ້າຂອງ ສທໜ ແຂວງບໍ່ແກ້ວ ມີດັ່ງນີ້: 1. ສືບຕໍ່ສູ້ຊົນ ຂຽນໂຄງການຕ່າງໆ ແຜນພັດທະນາບຸກຄະລາກອນ,ແຜນພັດທະນາຝີມືແຮງງານເພື່ອນໍາ ສະເໜີກັບ ອົງການຈັດຕັ້ງ ພາຍໃນ ແລະ ອົງການ ຈັດຕັ້ງສາກົນ (NGO) ເພື່ອຂໍງົບປະມານ ມາສ້າງຄວາມເຂັ້ມແຂງ ໃຫ້ຜູ້ປະກອບການ, ສະມາຊິກ ແລະ ຄະນະບໍລິຫານງານຂອງສະມາຄົມ; 2. ສືບຕໍ່ ຂະຫຍາຍສະມາຊິກ ພ້ອມທັງຄັດເລືອກ ແລະ ສຶກສາອົບຮົບ ສ້າງສະມາຊິກ ໃຫ້ກາຍເປັນມະຫາຊົນຜູ້ກ້າວໜ້າ ເພື່ອກ້າວເຂົ້າໄປເປັນ ສະມາຊິກພັກ ປະຊາຊົນ ປະຕິວັດລາວ; 3. ສືບຕໍ່ ສັນຫາແຫຼ່ງທຶນດອກເບ້ຍຕໍ່າ ຂອງລັດຖະບານ ຫຼື ອົງການການເງິນສາກົນ, ເພື່ອເຮັດໃຫ້ການຈັດຕັ້ງສະມາຄົມ ແລະ ສະມາຊິກ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ; 4.ຈົດທະບຽນ ສ້າງຕັ້ງບໍລິສັດ ຫຸ້ນສ່ວນ ຂອງ ສທໜ ແຂວງບໍ່ແກ້ວເພື່ອເປັນເຄື່ອງມື ອໍານວຍຄວາມສະດວກໃຫ້ໂຄງການຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງສະມາຄົມໃຫ້ມີຄວາມເຂັ້ມແຂງແລະ ຢືນຢັ້ງ; 5. ສ້າງຕັ້ງກອງທຶນຂອງ ສທໜ ເພືອເປັນແຫລ່ງທຶນ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນໃນສະມາຄົມ.

 

ໂອກາດນີ້ ຂໍເຊີນຊວນບັນດາທ່ານໄປລົງທຶນຢູ່ ແຂວງບໍ່ແກ້ວ ເນື່ອງຈາກແຂວງບໍ່ແກ້ວ ມີຈຸດທີ່ຕັ້ງທີ່ໂດດເດັ່ນ ເຊິ່ງມີຊາຍແດນ ຕິດຈອດກັນ ກັບ 3 ປະເທດ ຄື: ລາວ-ໄທ-ມຽນມາ, ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍັງມີການລົງທຶນຂະໜາດໃຫຍ່ຂອງນັກທຸລະກິດຈີນ(ເຂດເສດຖະກິດພິເສດສາມຫລ່ຽມຄຳ),ມີສະນາມບິນສາກົນເຊິ່ງກຽມພ້ອມຈະເປີດໃຫ້ບໍລິການຢ່າງເປັນທາງການມໍ່ໆນີ້, ມີແຜນການກໍ່ສ້າງທາງດ່ວນ ຫ້ວຍຊາຍ-ຫຼວງນໍ້າທາ ເຊິ່ງເປັນເສັ້ນທາງ ເຊື່ອມໂຍງ ຈາກປະເທດໄທ ຜ່ານປະເທດລາວ ເຂົ້າສູ່ ສປ ຈີນ ທີ່ກໍາລັງເລີ່ມລົງມືກໍ່ສ້າງ ແລະ ທີ່ສຳຄັນລັດຖະບານໄທ ໄດ້ມີໂຄງການ ສ້າງທາງລົດໄຟ ເດັນໄຊ-ຊຽງຂອງ,ໂດຍລວມແລ້ວ ຄາດຄະເນ ໃນ 5 ປີ ຂ້າງໜ້າ ການພັດທະນາດ້ານເສດຖະກິດ-ສັງຄົມ,ດ້ານໂລຈິກຕິກ ແມ່ນຈະມີການຈະເລີນເຕີບໂຕແບບກ້າວກະໂດດ.ດັ່ງນັ້ນ, ສະມາຄົມນັກທຸລະກິດໜຸ່ມແຂວງບໍ່ແກ້ວ ພ້ອມແລ້ວທີ່ຈະຮ່ວມມືໃນທຸກດ້ານ ຂອງທຸລະກິດເພື່ອພ້ອມກັນພັດທະນາເສດຖະກິດ ຂອງແຂວງ ກໍ່ຄືຂອງປະເທດໃຫ້ມີການ ຈະເລີນກ້າວໜ້າໄປ