ວຽງໄຊ ຢືນຢັນພົບ 2 ສົບຍັງບໍ່ແມ່ນຜູ້ສູນຫາຍ

 ການຄົ້ນຫາຜູ້ສູນຫາຍ 7 ຄົນ ຈາກດິນເຊາະເຈື່ອນທັບ 2 ຄອບຄົວທີ່ບ້ານຫີນດຳ ເມືອງວຽງໄຊ ແຂວງຫົວພັນ ຊຶ່ງເປັນເວລາ 7 ວັນແລ້ວແຕ່ຍັງບໍ່ມີຮ່ອງຮອຍພົບເຫັນສົບເທື່ອຊຶ່ງກ່ອນໜ້ານີ້ທາງອໍານາດການປົກຄອງເມືອງກອນເຊີນແຂວງແທງຮົວ ປະເທດຫວຽດນາມ ໄດ້ແຈ້ງມາຫາອຳນາດການປົກຄອງເມືອງວຽງໄຊ ວ່າເຂົາ ເຈົ້າໄດ້ພົບເຫັນສົບເດັກນ້ອຍ 2 ຄົນທີ່ໃກ້ກັບເຂດຊາຍແດນລາວ-ຫວຽດນາມແຕ່ທາງໜ່ວຍວິຊາການ ແລະ ຍາດຕິພີ່ນ້ອງຜູ້ສູນຫາຍໄດ້ສັນລະສູດຢືນຢັນແລ້ວວ່າບໍ່ແມ່ນຍາດຜູ້ກ່ຽວປະຈຸບັນໄດ້ເລັ່ງສືບຕໍ່ຄົ້ນຫາໂດຍມີພາກສ່ວນເມືອງ, ອ້າຍນ້ອງທະຫານ 215 ແລະສົມທັບກັບໜ່ວຍງານວິຊາການແຂວງຫົວພັນໄດ້ພາກັນຂຸດຄົ້ນໃຫ້ພົບເຫັນໂດຍໄວ.

  ທ່ານ ພອນສຸກ ອິນທະວົງ ເຈົ້າເມືອງວຽງໄຊ ໄດ້ລາຍງານຜ່ານໂທລະສັບໃຫ້ຮູ້ວ່າ: ໃນວັນທີ 7 ສິງຫາ ໄດ້ຮັບແຈ້ງຈາກອຳນາດການປົກຄອງເມືອງກອນເຊີນວ່າໄດ້ພົບເຫັນສົບເດັກນ້ອຍ 2 ຄົນທີ່ໃກ້ກັບເຂດຊາຍແດນລາວ-ຫວຽດນາມແຕ່ທາງໜ່ວຍວິຊາການ ແລະ ຍາດຕິພີ່ນ້ອງຜູ້ສູນຫາຍໄດ້ຢືນຢັນແລ້ວວ່າບໍ່ແມ່ນຍາດພີ່ນ້ອງຂອງຜູ້ກ່ຽວໂດຍສັນລະສູດຢືນຢັນແລ້ວວ່າເປັນຄົນຫວຽດນາມທີ່ຖືກນໍ້າໄຫຼພັດມາເພາະວ່າໃນຊ່ວງເກີດພາຍຸໃນເຂດເມືອງກອນເຊີນກໍ່ມີຜູ້ສູນຫາຍຈາກໄພນໍ້າຖ້ວມເຊັນດຽວກັນ.

ສຳລັບການຄົ້ນຫາຜູ້ສູນຫາຍໃນປະ ຈຸບັນມີກຳລັງພາກສ່ວນທ້ອງຖິ່ນເມືອງ, ອ້າຍນ້ອງທະຫານ 215 ແລະສົມທັບກັບໜ່ວຍງານວິຊາການທີ່ມາຈາກແຂວງຫົວພັນໄດ້ສືບຕໍ່ຄົ້ນຫາ ຊຶ່ງໄດ້ວ່າງແຜນ ສຳຫຼວດພື້ນທີ່ ແລະຂຸດຄົ້ນເລີ່ມຈາກຂອບ ເຂດບໍລິເວນເກີດເຫດໄປຫາເຂດຊາຍ ແດນທີ່ມີໄລຍະຫ່າງ 12 ກິໂລແມັດໂດຍໃຊ້ກົນຈັກປະເພດລົດແມັກໂຄ 2 ຄັນບວກກັບກຳລັງແຮງງານຄົນ.

  ທ່ານເຈົ້າເມືອງໃຫ້ຮູ້ຕື່ມອີກວ່າ: ການຄົ້ນຫາຄັ້ງນີ້ແມ່ນມີຄວາມຫຍຸ້ງຍາກຫຼາພາະວ່າເປັນເຂດທີ່ມີພູສູງ, ຫ້ວຍຮ່ອງ, ແມ່ນໍ້າ ແລະມີຂີ້ຕົມຫຼາຍຊຶ່ງບາງຈຸດລົດ ແມັກໂຄບໍ່ສາມາດເຂົ້າຫາຂຸດຄົ້ນໄດ້ຢ່າງໃດກໍ່ຕາມເມື່ອມີເຫດການດັ່ງກ່າວເກີດຂຶ້ນເມືອງວຽງໄຊຍັງໄດ້ມີແຜນຍົກຍ້າຍຄອບຄົບທີ່ຢູ່ໃກ້ກັບແມ່ນໍ້າ, ພູສູງ ແລະ ຫ້ວຍຮ່ອງອື່ນໆອອກຈາກເຂດທີ່ມີຄວາມສ່ຽງ.

---------------

ຂຽນໂດຍແພງຕາ  

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດສັງຄົມ