ລັດເປີດໂອກາດໃຫ້ພາກທຸລະກິດມີສ່ວນຮ່ວມພັດທະນາເມືອງສັງທອງ

  ໃນກອງປະຊຸມຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະພັດທະນາຂອງນັກທຸລະກິດເຂົ້າສູ່ເມືອງສັງທອງແມ່ນເປັນການສົ່ງເສີມນັກທຸລະກິດເຂົ້າມາມີສ່ວນຮ່ວມໃນການພັດທະນາຕົວເມືອງໂດຍປະຕິບັດຕາມ 3 ທ່າແຮງຫຼັກທີ່ໄດ້ກໍານົດໄວ້ໃນກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະພັກມືອງສັງທອງ, ຊຶ່ງກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 8 ສິງຫາ 2019 ີ່ຫ້ອງການປົກຄອງເມືອງສັງທອງ ນະຄອນຫຼວງວຽງຈັນໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະ ຄອນຫຼວງວຽງຈັນ, ມີທ່ານ ບຸນໜາ ຜາທຸມມະວົງ ຫົວໜ້າພະແນກພາຍໃນນະຄອນຫຼວງວຽງຈັນ, ທ່ານ ດາວ ເພັດອາລຸນ ເຈົ້າເມືອງສັງທອງ, ມີບັນດາພາກທຸລະກິດ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 ທ່ານ ດາວ ເພັດອາລຸນ ລາຍງານຕໍ່ກອງປະຊຸມດັ່ງກ່າວວ່າ: ເພື່ອເປັນການກະຕຸ້ນທ່າແຮງໃຫ້ກັບເມືອງໂດຍສອດຄ່ອງກັບມະຕິຂອງກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກເມືອງທີ່ກຳນົດໄວ້ຢ່າງຈະແຈ້ງວ່າການພັດທະນາເມືອງຕ້ອງໄດ້ສຸມໃສ່ 3 ເຂດໃຫຍ່ເປັນຫຼັກຕົ້ນຕໍແມ່ນເຂດພັດທະນາທີ 1: ເຂດນໍ້າຕອນລຽບພູພະນັງກຳນົດເປັນເຂດກະສິກຳຕິດພັນກັບການທ່ອງທ່ຽວທາງປະຫວັດສາດຊຶ່ງເຂດດັ່ງກ່າວໄດ້ຊຸກຍູ້ສົ່ງເສີມປະຊາຊົນຈັດຕັ້ງເປັນກຸ່ມຜະລິດເຂົ້າອີນຊີ, ພືດຜັກປອດສານພິດແລະຫັດຖະກຳຈຳນວນໜຶ່ງ; ເຂດພັດທະນາທີ່ 2: ເຂດທາງເລກທີ 11 ລຽບຕາມແມ່ນໍ້າຂອງກຳນົດເປັນເຂດຜະລິດກະສິກຳ, ອຸດສາຫະກຳ ແລະ ການ ບໍລິການ ເປັນຕົ້ນການຄ້າ-ຂາຍ, ການບໍລິການຕ່າງໆຕິດພັນກັບການສົ່ງເສີມການປູກເຂົ້າ, ປູກພືດລົ້ມລຸກ ແລະ ຍັງກຳນົດເປັນເຂດການຂຸດຄົ້ນແຮ່ທາດໂຮງຈັກໂຮງງານຕ່າງໆ; ເຂດພັດທະນາທີ່ 3 ເຂດລຽບຕາມສາຍນໍ້າສັງກຳນົດເປັນເຂດກະສິກຳ ແລະການທ່ອງທ່ຽວດ້ານທຳມະຊາດ, ໃນນີ້ເຂດດັ່ງກ່າວຍັງໄດ້ສົ່ງເສີມການປູກເຂົ້າ, ພືດຜັກ, ໄມ້ໃຫ້ໝາກ, ພືດອຸດສາຫະກຳ, ໄມ້ອຸດສາຫະກຳ, ການລ້ຽງສັດເປັນຟາມ ແລະຍັງໄດ້ຊຸກຍູ້ສົ່ງເສີມການສ້າງຕັ້ງກຸມຜະລິດຫັດຖະກຳໄມ້ປ່ອງນຳອີກ.

  ພ້ອມດຽວກັນນີ້, ໃນມະຕິກອງປະຊຸມໃຫຍ່ຄັ້ງທີ່ IV ກໍໄດ້ກຳນົດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ໄວ້ໃນ 4 ຂົງເຂດວຽກງານ, 112 ໂຄງການ, ໃນນັ້ນຂົງເຂດເສດຖະກິດ 53 ໂຄງການ, ຂົງເຂດວັດທະນະທຳ-ສັງຄົມ 27 ໂຄງການ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 12 ໂຄງການ ແລະຂົງເຂດບໍລິ ຫານລັດ 21 ໂຄງການ, ຊຶ່ງປະຈຸບັນມາຮອດທ້າຍສະໄໝຂອງກອງປະຊຸມ,ເນື່ອງໃນໂອກາດເປີດຂະບວນການຮັກຊາດ ແລະພັດທະນາຕິດພັນກັບຮັກນະຄອນຫຼວງວຽງຈັນຂອງພາກທຸລະກິດຢູ່ເມືອງສັງທອງ ແລະເພື່ອເປັນການດຶງດູດການລົງທຶນມາສູ່ເມືອງສັງທອງແມ່ນຕ້ອງສຸມໃສ່ຂົງເສດຖະກິດແລະຂົງເຂດວັດທະນະທຳ-ສັງ ຄົມທີ່ນອນໃນ 3 ເຂດພັດທະນາຫຼັກທີ່ກ່າວມາເບື້ອງຕົ້ນ.

  ເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານ ສິນລະວົງ ຄຸດໄພທູນ ກໍໄດ້ໃຫ້ທິດໂອ້ລົມເປັນຕົ້ນແມ່ນໃຫ້ເມືອງສືບຕໍ່ສົ່ງເສີມທຸກການລົງທຶນຂອງພາກເອກະຊົນທີ່ເຫັນວ່າຈະຊ່ວຍໃຫ້ເມືອງມີການພັດທະນາໂດຍສະເພາະສ້າງເມືອງສັງທອງ ໃຫ້ເປັນເມືອງໜ້າຢູ່,ສ້າງເມືອງໃຫ້ກາຍເປັນເມືອງຊີວະພາບ ແລະເອົາການບໍລິການຕິດພັນກັບວຽກທ່ອງທ່ຽວ, ພ້ອມທັງຮັບປະກັນໃຫ້ຊົນນະບົດ ແລະຕົວເມືອງມີຈັງຫວະການພັດທະນາທີ່ຍັບມໍ່ເຂົ້າໃກ້ກັນ,ສົ່ງເສີມການຜະລິດກະສິກຳເປັນສິນຄ້າໃຫ້ຫຼາຍຂຶ້ນ ແລະຖື ເອົາກະສິກຳສະອາດເປັນທ່າແຮງໂດຍນຳໃຊ້ເຕັກນິກວິທະຍາສາດວິທະຍາການເຂົ້າໃນການຜະລິດ ແລະຊ່ວຍເຫຼືອພ້ອມກັນນັ້ນກໍຕ້ອງໄດ້ສ້າງພະນັກງານນັກພັດທະ ນາທ້ອງຖິ່ນກັນທີ່ ແລະ ເປັນຕົວແບບຂອງການພັດທະນາໃຫ້ເປັນຮູບປະທຳຫຼາຍຂຶ້ນ, ຄຽງຄູ່ກັບອົງການຈັດຕັ້ງເບື້ອງລັດພາກທຸລະກິດແມ່ນເປັນກຳລັງແຮງທີ່ສຸດ.

  ສະນັ້ນຈຶ່ງຮຽກຮ້ອງພາກທຸລະກິດເຂົ້າມາມີສ່ວນຮ່ວມໃນການແຂ່ງຂັນຮັກຊາດ ແລະພັດທະນາຕິດພັນກັບການຮັກນະຄອນຫຼວງວຽງຈັນຊຸກຍູ້ວຽກງານ 3 ສ້າງ 3 ຫຼຸດ 3 ເພີ່ມ 3 ຂະບວນການ ແລະ 3 ເພື່ອໃຫ້ເປັນຂະບວນການຟົດຟືນໃຫ້ຫຼາຍຂຶ້ນປຸກລະດົມໃຫ້ທຸກພາກສ່ວນມີສ່ວນຮ່ວມເປັນເຈົ້າການດຶງດູດການລົງທຶນ, ຊອກຕະຫຼາດແລະຊຸກຍູ້ໃຫເບັນດາຫົວໜ່ວຍທຸລະກິດປະກອບສ່ວນເຂົ້າໃນວຽກງານແຂ່ງຂັນພັດທະນາຊົນນະບົດເພື່ອສ້າງໃຫ້ນະຄອນຫຼວງວຽງຈັນ ມີໃບໜ້າໃໝ່ ໃຫ້ມີການປ່ຽນແປງ ແລະ ພັດທະນາເປັນກ້າວໆ.

----------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ