ຮອງນາຍົກຢ້ຽມຢາມ ແລະມອບເງິນ 100 ລ້ານກີບ ຊ່ວຍເຫຼືອນໍ້າຖ້ວມ ເມືອງວຽງໄຊ

  ໃນວັນທີ 11 ສິງຫາ 2019 ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງພ້ອມຄະນະຢ້ຽມຢາມ ແລະເຮັດວຽກຢູ່ເມືອງວຽງໄຊ, ແຂວງຫົວພັນໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນມີຄະນະນຳຂອງເມືອງ, ບັນດາຫ້ອງການອ້ອມຂ້າງແຂວງ, ພະນັກງານ, ທະຫານ, ຕໍາຫຼວດພ້ອມດ້ວຍປະຊາຊົນໃຫ້ການຕ້ອນຮັບຢ່າງສົມກຽດ.

 ໂອກາດການລົງຢ້ຽມຢາມ ແລະເຮັດວຽກໃນຄັ້ງນີ້ທ່ານຮອງນາຍົກລັດຖະມົນຕີໄດ້ຮັບຟັງການລາຍງານການກະກຽມກອງປະຊຸມໃຫຍ່ III ຂັ້ນໂດຍສັງເຂບຈາກທ່ານ ພອນສຸກ ອິນທະວົງ ເຈົ້າເມືອງວຽງໄຊ ຈາກນັ້ນ,ກໍໄດ້ຮັບຟັງການລາຍງານສະພາບຜົນກະທົບຈາກພາຍຸໝູນວິພາທີ່ເກີດຂຶ້ນຢູ່ເມືອງວຽງໄຊ ໃນລະຫວ່າງວັນທີ 2-5 ສິງຫາ 2019 ເຊິ່ງມີ 29 ບ້ານ ໄດ້ຮັບຜົນກະທົບຈາກພະຍຸດັ່ງກ່າວໄດ້ສ້າງຜົນເສຍຫາຍອັນໜັກໜ່ວງຕໍ່ປະຊາຊົນຊາວເມືອງວຽງໄຊ ໂດຍສະເພາະບັນດາບ້ານທີ່ຢູ່ຂອບເຂດຊາຍແດນ ເມືອງກວັນເຊີນ, ແຂວງແທັງຮວ່າ, ສສ ຫວຽດນາມ ຢູ່ຕາມລ້ອງນໍ້າງາ, ນໍ້າພູນ, ນໍ້າສິມ ແລະ ນໍ້າໂສຍ.

  ສໍາລັບບ້ານທີ່ໄດ້ຮັບຜົນກະທົບຮ້າຍແຮງກວ່າໝູ່ແມ່ນບ້ານຫີນດໍາ, ບ້ານນາຮາມ, ບ້ານຄໍານາງຊຶ່ງມີດິນເຈື່ອນໄຫຼລົງມາທັບເຮືອນປະຊາຊົນຢູ່ບ້ານຫີນດໍາ  2 ຫຼັງ, ບ້ານຄໍານາງ 2 ຫຼັງ ແລະບ້ານນາຮາມ 1 ຫຼັງເຮັດໃຫ້ມີຜູ້ສູນຫາຍຈຳນວນ7 ຄົນ, ບາດເຈັບ 5 ຄົນ ແລະ ເສຍຊີວິດ 1 ຄົນ; ເສັ້ນທາງເປເພ 4 ເສັ້ນຄື: ເສັ້ນທາງພູນໃໝ່-ຄໍານາງ, ເສັ້ນທາງກ້າງໂຄ້ງ-ບ້ານບໍ, ເສັ້ນທາງກອງ 11-ຫ້ວຍຕຸງ ແລະ ເສັ້ນທາງດ່ານສາກົນນໍ້າໂສຍ-ບ້ານໂສຍ; ຄອງເໝືອງເປເພ່ 33 ເສັ້ນ;  ຝາຍເປເພ 12 ແຫ່ງ; ເນື້ອທີ່ນາຖືກນໍ້າຖ້ວມ, ນໍ້າເຊາະເຈື່ອນເສຍຫາຍປະມານ 98 ເຮັກຕາ; ເນື້ອທີ່ໄຮ່ເຂົ້າເສຍຫາຍ 2 ເຮັກຕາ, ສັດໃຫຍ່ງົວ-ຄວາຍ 18 ໂຕ, ຫົວປັນໄຟນໍ້າຢອດ ເສຍຫາຍ 80 ເຄື່ອງນອກນີ້ກໍຍັງມີປະເພດສັດລ້ຽງຂອງປະຊາຊົນເສຍໃຫ້ຈໍານວນຫຼວງຫຼາຍຄາດຄະເນຄວາມເສຍຫາຍໃນເບື້ອງຕົ້ນຈາກໄພພິບັດໃນຄັ້ງນີ້ທົ່ວເມືອງວຽງໄຊທັງໝົດປະມານ 13 ຕື້ກວ່າກີບ.

 ຕໍ່ກັບສະພາບການດັ່ງກ່າວພາຍຫຼັງທີ່ໄດ້ຮັບແຈ້ງຂ່າວຈາກກອງຮ້ອຍທະຫານຊາຍແດນ 215 ວ່າເກີດມີພາຍຸຂັ້ນຮ້າຍແຮງຢູ່ເຂດນໍ້າງາ ແລະມີດິນເຈື່ອນທັບຄົນທາງຄະນະປະຈໍາພັກເມືອງກໍ່ໄດ້ຮີບຮ້ອນຈັດກໍາລັງເຂົ້າຊ່ວຍເຫຼືອທັນທີໂດຍການສົບທົບກັບກອງທະຫານ ແລະ ປະຊາຊົນຊອກຄົ້ນຜູ້ສູນຫາຍແຕ່ກໍ່ບໍ່ທັນພົບຮ່ອງຮອຍຂອງຜູ້ສູນຫາຍຈຶ່ງໄດ້ເຮັດໜັງສືສະເໜີຫາການນໍາເມືອງກວັນເຊິນ ສສ ຫວຽດນາມ ໃຫ້ຊ່ວຍຄົ້ນຫາຜູ້ສູນຫາຍທີ່ອາດຖືກກະແສນໍ້າພັດໄຫຼລົງໄປຮອດເຂດເມືອງກວັນເຊິນ ສສ ຫວຽດນາມ.

  ໂອກາດດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີກໍໄດ້ຮັບຟັງການລາຍງານສະພາບການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຈາກທ່ານເຈົ້າເມືອງວຽງໄຊ ແລະວິທີ ການແກ້ໄຂຜົນກະທົບຈາກໄພພິບັດນໍ້າຖ້ວມພ້ອມທັງໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ອໍານາດການປົກຄອງເມືອງວຽງໄຊ ກໍ່ຄືແຂວງຫົວພັນໃຫ້ເອົາໃຈໃສ່ສືບຕໍ່ຄົ້ນ ຫາຜູ້ສູນຫາຍຈາກໄພພິບັດທາງທໍາມະຊາດທີ່ຍັງບໍ່ທັນພົບຮ່ອງຮອຍໂດຍການສົມທົບກັບກໍາລັງຫວຽດນາມຊອກຄົ້ນຫາທີ່ຄາດຄະເນວ່າອາດຖືກກະແສນໍ້າພັດໄຫຼລົງໄປຮອດເຂດເມືອງກວັນເຊິນ ສສ ຫວຽດນາມ; ເອົາໃຈໃສ່ກວດກາຄືນໃນຄວາມເສຍຫາຍຂອງແຕ່ລະຄອບຄົວທີ່ໄດ້ຮັບຜົນກະທົບ ແລະສີ່ງຂອງສາທາລະນະເປັນຕົ້ນ: ໂຮງຮຽນ, ສຸກສາລາ, ຫ້ອງການຕ່າງໆລວມທັງພື້ນຖານໂຄງລາງໃຫ້ຄິດໄລມູນຄ່າຄວາມເສຍຫາຍຢ່າງລະອຽດ.

  ໃນການຟື້ນຟູບ້ານເຮືອນແມ່ນໃຫ້ພາກັນຄົ້ນຄວ້າຢ່າງລະອຽດວ່າຄວນໄປໃນທິດທາງໃດເພື່ອຫາທາງແກ້ໄຂຊ່ວຍປະຊາຊົນພ້ອມທັງໃຫ້ການຊ່ວຍເຫຼືອທາງດ້ານແຮງ ງານ, ວັດຖຸປັດໄຈ, ເຄື່ອງອຸປະໂພກ-ບໍລິໂພກ, ແຫຼ່ງທໍາການຜະລິດກະສິກໍາ-ປູກຝັງລ້ຽງສັດຂອງປະຊາຊົ ລະເອົາໃຈໃສ່ເປັນພິເສດໃນການຟື້ນສະພາບຈິດໃຈຂອງພໍ່ແມ່ປະຊາຊົນ; ຮີບຮ້ອນປັງປຸງໂຮງຮຽນໃຫ້ນັກຮຽນກ່ອນທີ່ຈະເປີດເທີມຮຽນ, ສ້າງສຸກສາລາ, ສ້ອມແປງເສັ້ນທາງ ແລະ ທີ່ພັກອາໄສຂອງພໍ່ແມ່ປະຊາຊົນໂດຍເລີ່ມ ຈາກສິ່ງທີ່ມີຄວາມຈໍາ.

  ດ້ານສຸຂະພາບຂອງພໍ່ແມ່ປະຊາຊົນຕ້ອງໄດ້ຮັບການເບິ່ງແຍງເປັນພິເສດເພາະອາດຕິດພະຍາດທີ່ມານຳນໍ້າຖ້ວມ ແລະເພື່ອເປັນການບັນເທົາທຸກແກ່ຜູ້ປະສົບໄພທ່ານຮອງນາຍົກລັດຖະມົນຕີກໍ່ໄດ້ມອບເງິນສົດຈໍານວນ 100 ລ້ານກີບ ພ້ອມດ້ວຍເຄື່ອງອຸປະໂພກ-ບໍລິໂພກມູນຄ່າ 20 ລ້ານກີບ ໃຫ້ແກ່ອໍານາດການປົກຄອງເມືອງວຽງໄຊ ເພື່ອນໍາໄປມອບຕໍ່ໃຫ້ກັບພໍ່ແມ່ປະຊາຊົນຕື່ມອີກ.

ໂອກາດດັ່ງກ່າວ, ທ່ານຮອງນາຍຍົກລັດຖະມົນຕີພ້ອມດ້ວຍຄະນະໄດ້ລົງພົບປະຢ້ຽມຢາມພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ແລະລົງກວດກາເບິ່ງຄວາມເສຍຫາຍໃນເບື້ອງຕົ້ນຕື່ມອີກ.

----------------

ຂຽນໂດຍມີນາ ດວງພະຈັນ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ