ຊຳຊຸງ ນຳສະເໜີໂທລະສັບໃໝ່

  ເມື່ອວັນທີ 9 ສິງຫາ 2019 ທີ່ນະຄອນຫຼວງວຽງຈັນ, ບໍລິສັດ ລາວຊໍາຊຸງ ອີເລັກໂທນິກ ໄດ້ນໍາສະເໜີໂທລະສັບມືຖືລຸ້ນໃໝ່ເປັນຊໍາຊຸງກາແລັກຊີໂນ້ດ 10 ແລະ ໂນ້ດ 10+ (Galaxy Note10 ແລະ Note10+) ໂດຍມີທ່ານ ນາງ ອໍລະວັນ ຕັ້ງກະມົນສະຖານະພອນ ຫົວໜ້າພະແນກມືຖື ບໍລິສັດ ລາວຊໍາຊຸງ ອີເລັກໂທນິກ, ມີຜູ້ປະກອບການ ຮ້ານຂາຍໂທລະສັບຊໍາຊຸງ, ສື່ມວນຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຫົວໜ້າພະແນກມືຖື ບໍລິສັດ ລາວຊໍາຊຸງ ອີເລັກໂທນິກ ​ກ່າ​ວ່າ: Samsung Galaxy Note10 ແລະ Note10+ ຖືເປັນນະວັດຕະກໍາລຸ້ນໃໝ່ຫຼ້າສຸດ ທີ່ມາພ້ອມຄວາມລໍ້າ ແລະ ການພັດທະນາຂອງເທັກໂນໂລຢີໃນທຸກໆດ້ານ ​ໂດຍ​ທັນ​ສອງ​ມີ​ຈຸດ​ພິ​ເສດ​ຄື​ກັນ ​ແລະ ​ແຕກ​ກັນ​​ເລັກ​ນ້ອຍ. ສໍາລັບ​ຈຸດ​ທີ່​ຄື​ກັນ ​ແມ່ນ​ມີ​ກ້ອງ​ໜ້າ 10 MP (F 2,2), ກ້ອງຫຼັງ 16 MP (F 2,2), ຄວາມ​ປອດ​ໄພ ປົດ​ລັອກສະ​ແກນ​ລາຍ​ນີ້ວມື​ໃບ​ໜ້າ ​ແລະ ລະຫັດ, ປາກກາ S Pen Remote Air Action, ການ​ປ້ອງ​ກັນ​ນໍ້າ ​ແລະ ຝຸ່ນ IP68 (ເລິ​ກ 1,5 ​ແມັດ ດົນ​ເຖິງ 30 ນາທີ).

  ສ່ວນ​ຈຸດ​ທີ່​ແຕກ​ຕ່າງ Samsung Galaxy Note10+ ມີໜ້າຈໍສະ​ແດງ​ຜົນຂະໜາດ 6,8 WQHD+ Dynamic AMOLED, ຄວາມ​ຈໍາ ຫຼື RAM 12 GB, ​ແບັດ​ເຕີ​ລີ 4.300 Mah ​ແລະ ມີ 3 ສີ​ຄື: ສີດໍາ (Aura Black), ສິີຂາວ (Aura White) ​ແລະ Aura glow. ສໍາລັບ Sam sung Galaxy Note 10 ມີໜ້າຈໍ ສະ​ແດງ​ຜົນຂະໜາດ 6,3 FHD+Dynamic AMOLED, ຄວາມຈໍາ ຫຼື RAM 8 GB, ແບັດ​ເຕີ​ລີ 3.500 Mah  ​ແລະ ມີ​ພຽງ 1 ສີ Aura glow ​ເທົ່າ​ນັ້ນ. ດ້ານ​ລາຄາ Galaxy Note10+ ​ແມ່ນ 9.790,000 ກີບ, Galaxy Note10 8.490,000 ກີບ, ​ໂດຍ​ເປີດໃຫ້ຈອງ ນັບຕັ້ງແຕ່ວັນທີ 8 ສິງຫາ ເຖິງ 21 ສິງຫາ 2019 ມາພ້ອມໂປຣໂມຊັນເຊັ່ນ: ສັ່ງຈອງ Galaxy Note10+ ຈະໄດ້ຮັບເຄື່ອງອັບເກຣດຈາກຄວາມຈຳ 256GB ເປັນເຄື່ອງ 512GB ໄປເລີຍ (ຈາກປົກກະຕິ 512 GB ລາຄາ 10.590,000 ກີບ); ສັ່ງຈອງ Galaxy Note10 ຈະໄດ້ຮັບ Galaxy Buds ລວມມູນຄ່າ 1.125,000 ກີບ “ຟຣີ” ທັນທີ ສາມາດສັ່ງຈອງໄດ້ແລ້ວທີ່ຕົວແທນຈຳໜ່າຍທີ່ມີປ້າຍ Samsung, ສໍາລັບໂປຣໂມຊັນຈະມີສະເພາະຮ້ານທີ່ຮ່ວມລາຍການເທົ່ານັ້ນ.

 ​ຖ້າຫາກບັນດາທ່ານ ສົນໃຈ ສາມາດສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ Call Center 021 417333, SamsungMobileLaos # GalaxyNote10Laos.

-----------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ