ພີ-ວັນ ແລະທາດຫຼວງພາຊ່າ ຮ່ວມມືຈັດກິດຈະກຳ

  ສູນຄວາມງາມພີ-ວັນຄອສເມຕິກ ຮ່ວມກັບສູນການຄ້າທາດຫຼວງພາຊ່າໄດ້ຈັດກິດຈະກຳ Kpop Fan Party ເພື່ອລວບລວມເອົາບັນດາທີ່ນິຍົມເຄປ໋ອບ Kpop ມາສ້າງໂອກາດໃຫ້ກັບນ້ອງໆມີເວທີສະແດງອອກດ້ານຄວາມສາມາດໂດຍສະເພາະແມ່ນການສະແດງ,ການເຕັ້ນ ແລະການຮ້ອງເພງຂອງບັນດາສິລະປິນຊື່ດັງຈາກປະ ເທດເກົາຫຼີ.

  ງານດັ່ງກ່າວໄດ້ຈັດຂຶ້ນວັນທີ 11 ສິງຫາ ທີ່ສູນການຄ້າທາດຫຼວງພາຊ່າ ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານເປີດງານໂດຍ ທ່ານ ສົມບັດ ສິຣິພອນ ວິທະ ຍາ ຜູ້ບໍລິຫານສູນການຄ້າທາດຫຼວງພາຊ່າ, ທ່ານ ນາງ ສິນປະເສີດ ຈຸນລະມະນີ ຜູ້ບໍລິຫານສູນຄວາມງາມພີ-ວັນຄອສເມຕິກ, ທ່ານ ສຸລິຍະ ຕານຸວັນ ຫຼື ຕ້ອມ ວົງແມັຊ ພ້ອມບັນດາແຂກຖືກເຊີນ ແລະຜູ້ສະໜັບສະໜູນເຂົ້າຮ່ວມ.

  ດັ່ງທີ່ຮູ້ແລ້ວວ່າສູນຄວາມງາມພີ-ວັນຄອສເມຕິກ ຊຶ່ງເປັນສູນບໍລິການຮັກສາຜິວພັນ, ປ່ຽນແປງໃບໜ້າ, ສັດສ່ວນຮູບຮ່າງກາຍອື່ນໆມີຄົບວົງຈອນດ້ວຍນະວັດຕະກຳການແພດເຕັກໂນໂລຊີທີ່ທັນສະໄໝ ແລະ ຈຳໜ່າຍຄີມເຄື່ອງສຳອາງນຳເຂົ້າຈາກປະເທດເກົາຫຼີທີ່ໄດ້ມາສ້າງຄວາມປະທັບໃຈໃຫ້ກຸ່ມໄວໜຸ່ມສະນັ້ນຈຶ່ງໄດ້ຮ່ວມກັບສູນການຄ້າທາດຫຼວງພາຊ່າຈັດກິດຈະກຳ Kpop Fan Party ນີ້ຂຶ້ນມາເພື່ອໃຫ້ບັນດານ້ອງໄວໜຸ່ມທີ່ນິຍົມເຄປ໋ອບສ້າງໂອກາດໃຫ້ມີເວທີສະແດງອອກດ້ານຄວາມສາ ມາດໂດຍສະເພາະແມ່ນການສະແດງ, ການເຕັ້ນ, ຮ້ອງເພງ ແລະການໂຄເວີເພງຂອງບັນດາສິລະປິນຊື່ດັງຈາກປະເທດເກົາຫຼີພ້ອມນີ້ກໍໄດ້ເຊີນເອົາກຸ່ມນັກໂຄເວີຊື່ດັງທັງພາຍໃນ ແລະຈາກປະເທດມາຮ່ວມສ້າງສີສັນຢ່າງມ່ວນຊື່ນ.

-----------

ຂຽນໂດຍແພງຕາ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ