ທະນາຄານໂລກ ຄາດຄະເນເສດຖະກິດລາວຈະກັບຄືນມາຟື້ນຕົວທີ່ລະດັບ 6,5% ໃນປີນີ້

  12 ສິງຫາ ທີ່ນະຄອນຫຼວງວຽງຈັນ ທະນາຄານໂລກປະຈຳລາວໄດ້ເຜີຍແຜ່ບົດລາຍງານສະພາບເສດຖະກິດ ສປປລາວ ຊຶ່ງຄາດວ່າຈະກັບມາຟື້ນຕົວຄືນຢູ່ລະດັບ 6,5% ໃນປີ 2019, ເພີ່ມຈາກ 6,3% ໃນປີ 2018 ໂດຍຂະແໜງກໍ່ສ້າງຈາກການລົງທຶນໃສ່ໂຄງການກໍ່ສ້າງໂຄງລ່າງຂະໜາດໃຫຍ່ ແລະ ຂະແໜງການບໍລິ ການທີ່ຍັງຈະສືບຕໍ່ຂະຫຍາຍຕົວເປັນຕົ້ນແມ່ນການຄ້າຂາຍຍົກ ແລະຂາຍຍ່ອຍຈະເປັນຕົວຂັບເຄື່ອນທີ່ສຳຄັນຂະນະທີ່ສະພາບການຫຍຸ້ງຍາກທັງພາຍໃນ ແລະຕ່າງປະ ເທດ, ລັດຖະບານຍັງຄົງສືບຕໍ່ດໍາເນີນນະໂຍບາຍຄຸມເຂັ້ມທາງດ້ານການເງິນງົບປະມານດ້ວຍການຮັດກຸມທາງດ້ານລາຍຈ່າຍ ແລະ ປັບປຸງທາງດ້ານການບໍລິຫານຈັດເກັບລາຍຮັບ.

  ທັງນີ້ທະນາຄານໂລກຄາດວ່າ: ນະໂຍບາຍຄຸມເຂັ້ມທາງດ້ານການເງິນຈະສົ່ງຜົນໃຫ້ການຂາດດຸນງົບປະມານຫຼຸດລົງຢູ່ໃນລະດັບ 4,3% ຂອງລວມຍອດຜະລິດຕະ ພັນ ຫຼື GDP ໃນປີ 2019 ຈາກ 4,4% ໃນປີ 2018 ເນື່ອງຈາກມີການຄວບຄຸມລາຍຈ່າຍທາງດ້ານເງິນເດືອນ ແລະ ລາຍຈ່າຍດ້ານການລົງທຶນຢ່າງຮັດກຸມຂຶ້ນກວ່າເກົ່າຊຶ່ງສິ່ງດັ່ງກ່າວຄາດວ່າຈະເຮັດໃຫ້ລາຍຈ່າຍພາກລັດຢູ່ໃນລະດັບຄົງທີ່ປະມານ 20% ຂອງ GDP ໃນປີ 2019 ແຕ່ລາຍຮັບຕໍ່ GDP ຄາດວ່າຈະດີຂຶ້ນກວ່າເກົ່າເລັກນ້ອຍເນື່ອງຈາກຜົນຂອງຄວາມພະຍາຍາມໃນການຍົກລະດັບການບໍລິຫານດ້ານການຈັດເກັບລາຍຮັບ ແລະຂອບນິຕິກໍາທີ່ເຂັ້ມແຂງກວ່າເກົ່າ.

  ຂະນະທີ່ໃນຕໍ່ໜ້າທະນາຄານໂລກເຫັນວ່າ: ໜີ້ສິນສາທາລະນະຄາດວ່າຈະຫຼຸດລົງຈາກ 57,2% ຂອງ GDP ໃນປີ 2018 ມາເປັນ 55,5% ຂອງ GDP ໃນປີ 2021 ແຕ່ການຄາດຄະເນຮອດປີ 2021 ກໍ່ອາດຕ້ອງໄດ້ຮັບຜົນກະທົບຈາກຄວາມສ່ຽງທີ່ເພີ່ມຂຶ້ນໃນອະນາຄົດໄດ້ເຊັ່ນດຽວກັນ.

ທ່ານ ນິໂຄລາ ພອນທາຣາ, ຫົວໜ້າຫ້ອງການທະນາຄານໂລກປະຈໍາ ສປປ ລາວ ກ່າວວ່າ: “ການເພີ່ມຄວາມເຂັ້ມແຂງໃນວຽກງານຈັດເກັບລາຍຮັບເປັນສິ່ງທີ່ຈໍາເປັນເພື່ອສ້າງຄວາມຄ່ອງຕົວດ້ານນະໂຍບາຍການເງິນງົບປະມານ ແລະ ຫຼຸດຜ່ອນບັນຫາທາງດ້ານໜີ້ສິນສາທາລະນະ.“ໃນຕໍ່ໜ້າ, ສິ່ງສໍາຄັນແມ່ນການປັບປຸງສະພາບແວດລ້ອມດ້ານການດຳເນີນທຸລະກິດເພື່ອສົ່ງເສີມການພັດທະນາຂອງພາກເອກະຊົນລວມທັງການຂະຫຍາຍຕົວຂອງວິສາຫະກິດຂະໜາດນ້ອຍ ແລະກາງ. ມາດຕະການເຫຼົ່ານີ້ສາມາດປະກອບສ່ວນເຂົ້າໃນການຮັກສາສະພາບເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ, ສົ່ງເສີ່ມການສ້າງວຽກເຮັດງານທໍາ ແລະຫຼຸດຜ່ອນຄວາມທຸກຍາກ ແລະ ຄວາມບໍ່ສະເໝີພາບລົງໄດ້.”

 ແນວໃດກໍດີບົດລາຍງານນີ້ຍັງປະກອບມີພາກທີສອງທີ່ໄດ້ສະຫຼຸບຄວາມຄິດເຫັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງກ່ຽວກັບສະພາບແວດລ້ອມທາງດ້ານທຸລະ ກິດທີ່ອີງຕາມຂໍ້ມູນຈາກການສໍາຫຼວດວິສາຫະກິດຂອງທະນາຄານໂລກຂໍ້ຫຍຸ້ງຍາກຕົ້້ນຕໍທີ່ທາງວິສາຫະກິດຂະໜາດນ້ອຍ ແລະ ກາງໄດ້ລາຍງານໃຫ້ຮູ້ລວມມີການເຂົ້າເຖິງແຫຼ່ງທຶນ, ການແຂ່ງຂັນກັບທຸລະກິດທີ່ບໍ່ເປັນທາງການ-ເຊັ່ນບັນດາບໍລິສັດທີ່ບໍ່ໄດ້ຈົດທະບຽນ ແລະບໍ່ສອດຄ່ອງກັບລະບຽບກາ ລະໄຟຟ້າທີ່ບໍ່ມາປົກກະຕິ.

 ພ້ອມນັ້ນ, ບົດລາຍງານນີ້ຍັງໄດ້ເນັ້ນໜັກອີກວ່າການສ້າງຄວາມເຂັ້ມແຂງໃຫ້ແກ່ການດໍາເນີນທຸລະກິດຂອງວິສາຫະກິດຂະໜາດນ້ອຍ ແລະ ກາງສາມາດປັບປຸງຄຸນ ນະພາບຂອງວຽກ, ສ້າງລາຍຮັບ ແລະປະກອບສ່ວນເຂົ້າໃນການເຮັດໃຫ້ປະຊາຊົນລາວຢູ່ດີກິນດີຂຶ້ນ.

-----------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ