ຮອງນາຍົກ ຢ້ຽມຢາມແຂວງຊຽງຂວາງພ້ອມຕິດຕາມຜົນເສຍຫາຍຈາກນໍ້າຖ້ວມ

 ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງພ້ອມດ້ວຍຄະນະໄດ້ຢ້ຽມຢາມ ແລະຊີ້ນຳວຽກງານຢູ່ແຂວງຊຽງຂວາ້ອມລົງມອບເຄື່ອງຊ່ວຍເຫຼືອປະຊາຊົນ ແລະຕິດຕາມຄວາມເສຍຫາຍຂອງເຂື່ອນໄຟຟ້ານໍ້າງື່ມແກ້ງຫຼວງທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.

ການລົງຢ້ຽມຢາມດັ່ງກ່າວມີຂຶ້ນໃນລະຫ່ວາງວັນທີ 12-13 ສິງຫາ 2019  ຶ່ງກ່ອນອື່ນທ່ານຮອງນາຍົກໄດ້ຮັບຟັງການລາຍງານຈາກ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆ ຊຽງຂວາງ ເຖິງການຊີ້ນຳ-ນຳພາການພັດທະນາເສດຖະກິດ-ສັງຄົມໄລຍະຜ່ານມາ ແລະແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າເປັນຕົ້ນແມ່ນການກະກຽມປະກາດທົ່ງໄຫຫີນເປັນມໍລະດົກໂລກ, ກະກຽມຈັດງານມະຫາກຳກີລາແຫ່ງຊາດຄັ້ງທີ 11, ການກະກຽມ ແລະດຳເນີນກອງປະຊຸມໃຫຍ່ຂັ້ນທ້ອງຖິ່ນ.

 ໂອກາດນີ້ທ່ານຮອງນາຍົກລັດຖະມົນຕີກໍ່ໄດ້ໂອ້ລົມພ້ອມຊີ້ນຳບາງວຽກງານທັງນີ້ໄດ້ເນັ້ນໃຫ້ແຂວງຈົ່ງເອົາໃຈໃສ່ປະຕິບັດຕາມທິດຊີ້ນຳຂອງສູນກາງເຮັດວຽກງານການເມືອງຢູ່ບັນດາໜ່ວຍພັກເພື່ອປັບປຸງປົວແປງ,ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ແໜ້ນໜາ,ສືບຕໍ່ຫັນລົງກໍ່ສ້າງຮາກຖານກຳແໜ້ນພື້ນຖານ ພ້ອມສຶກສາອົບຮົມປະຊາຊົນ, ແກ້ບັນຫາຢາເສບຕິດເປັນຂະບວນການຕ້ອນຮັບກອງປະຊຸມໃຫຍ່ແຕ່ລະຂັ້ນ, ເອົາໃຈໃສ່ວຽກງານຂົງເຂດຊາຍແດນຕ້ານສະກັດກັ້ນການລັກລອບຄ້າຂາຍເຖື່ອນລັກລອບຕັດໄມ້, ປັບປຸງກຳລັງຂອງແຂວງ, ເມືອງ ແລະຮາກຖານບ້ານໃຫ້ເຂັ້ມແຂງ, ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປີ

2019 ສູ້ຊົນປະຕິບັດບັນດາຄາດໝາຍທີ່ວາງອອກເອົາໃຈໃສ່ປູກພືດລະດູຝົນຕິດພັນກັບການຜະລິດເປັນສິນຄ້າເຝົ້າລະວັງການລະບາດພະຍາດທັງຄົນສັດ  ແລະ ພືດ, ກວດກາແກ້ໄຂຜົນກະທົບຈາກໄພພິບັດ, ສືບຕໍ່ແກ້ໄຂ, ເຂັ້ມງວດບັນຫາເລື່ອງໄມ້, ປະຕິບັດວິໄນຕໍ່ພະນັກງານ-ລັດຖະກອນຕ້ອງແຍກຜູ້ພົວພັນແລະຜູ້ກະທຳຜິດຕ້ອງກວດກາໃຫ້ລົງເລິກ, ເນັ້ນຄຸນນະພາບຂອງການສຶກສາ, ຄຸ້ມຄອງແຮງງານ ແລະພັດທະນາສີມືແຮງງານ, ກະກຽມປະກາດໄຫຫີນເປັນມໍລະດົກໂລກ ແລະ ງານມະຫາກຳກີລາແຫ່ງຊາດຄັ້ງທີ 11, ກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກໂດຍເນັ້ນວຽກງານດ້ານເນື້ອໃນ, ບົດລາຍງານການເມືອງ, ແຜນ ພັດທະນາເສດຖະກິດ-ສັງຄົມ, ບົດສຳຫຼວດການນຳພາຂອງຄະນະພັກ, ດ້ານຂະບວນການກວດກາຄືນບັນດາຄາດໝາຍຂອງກອງປະຊຸມອັນໃດຍັງບໍ່ສຳເລັດໃຫ້ສູ້ຊົນເປັນຂະບວນການໃຫ້ສຳເລັດ, ດ້ານບຸກຄະລາກອນຄັດເລືອກເອົາຜູ້ແທນສົມບູນສຳຮອງເຂົ້າຮ່ວມກອງປະຊຸມ, ຄັດເລືອກເປົ້າໝາຍສະໝັກເປັນຄະນະພັກ ແລະ ການຄັດເລືອກແຂກເຊີນ.

  ຈາກນັ້ນທ່ານຮອງນາຍົກຍັງໄດ້ມອບເຄື່ອງນຸ່ງຫົ່ມ,ເຄື່ອງອຸປະໂພກ,ບໍລິໂພກເຄື່ອງໃຊ້ຄົວເຮືອນມູນຄ່າ 220 ລ້ານກີບແລະເງິນສົດ 100 ລ້ານກີບ ລວມທັງໝົດ ເປັນ 320 ລ້ານກີບ ເພື່ອຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ.

ນອກຈາກນີ້ທ່ານຍັງໄດ້ໄປກວດກາເບິ່ງຜົນເສຍຫາຍຂອງປະຊາຊົນ ແລະຜົນເສຍຫາຍເຂື່ອນໄຟຟ້ານໍ້າງື່ມແກ້ງຄວນ (ເຂື່ອນດິນ) ຢູ່ກຸ່ມລາດບວກເມືອງແປກ ແຂວງຊຽງຂວາງທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມຕື່ມອີກ.

---------------

ຂຽນໂດຍບຸນມີ ແສງທຸມມີ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ