ສະຫຼອງວັນສື່ມວນຊົນແຫ່ງຊາດ ແລະການພິມຈຳໜ່າຍຄົບຮອບ 69 ປີ

 ວັນທີ 13 ສິງຫາຜ່ານມາທີ່ຫໍວັດທະນາທຳແຫ່ງຊາດໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສື່ມ່ວນຊົນແຫ່ງຊາດ ແລະການພີມຈຳໜ່າຍຄົບຮອບ 69 ປີ (13 ສິງຫາ 1950-13 ສິງຫາ 2019) ພ້ອມສະຫຼຸບຜົນງານການເຄື່ອນໄຫວປີຜ່ານມາແລະແຜນການປີຕໍ່ໜ້າໂດຍເປັນກຽດເຂົ້າຮ່ວມທ່ານ ບໍ່ແສງຄຳ ວົງດາລາ ລັດ ຖະມົນຕີກະຊວງຖະແຫຼງຂ່າວວັດຖະນາທຳ ແລະ ທ່ອງທ່ຽວ (ຖວທ), ພ້ອມນີ້ກໍມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າກົມກອງຕະຫຼອດຮອດພະນັກງານອ້ອມຂ້າງກະຊວງເຂົ້າຮ່ວມ.

  ໂອກາດດັ່ງກ່າວ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງ ຖວທ ໄດ້ລາຍງານຕໍ່ພິທີວ່າ: ຕະຫຼອດໄລຍະ 69 ປີຜ່ານມາພັກ ແລະ ລັດຖະບານ ຍາມໃດກໍຖືວຽກງານການໂຄສະນາອົມຮົມຂົນຂວາຍປະຊາຊົນເປັນກົກໃນນັ້ນລວມມີວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍລວມໄດ້ປະກອບສ່ວນຢ່າງຕັ້ງໜ້າໃນພາລະກິດປົກປັກຮັກສາ ແລະພັດທະນາປະເທດຊາດໄດ້ດີຕະຫຼອດມາເຖິງສະພາບການຂອງໂລກ ແລະ ພາກພື້ນມີຄວາມສັບສົນຍາກທີ່ຈະຄາດຄະເນໄດ້ສະພາບພາຍ ໃນປະເທດຍັງປະເຊີນກັບຄວາມຫຍຸ້ງຍາກແຕ່ສື່ມວນຊົນລາວກໍຍັງສືບຕໍ່ເປັນອາວຸດອັນແຫຼມຄົມຂອງພັກຢູ່ພາຍໃຕ້ການຄຸ້ມຄອງຂອງລັດມີສະຕິລະວັງຕົວສູງບໍ່ຫວ່ັນໄຫວຄອນແຄນຕໍ່ສະພາບການທີ່ຍຸ້ງຍາກ ແລະ ການທົດສອບນາໆປະການມີຄວາມເດັດດ່ຽວໜຽວແໜ້ນໃນທຸກກໍລະນີປະກອບສ່ວນຢ່າງຕັ້ງໜ້າໃນການເຜີຍແຜ່ແນວທາງນະໂຍບາຍຕ່າງໆຂອງພັກແລະລັດເຊີດຊູຈິດໃຈຊາດ ແລະຄວາມສາມັກຄີປອງດອງປຸກລະດົມນໍ້າໃຈຮັກຊາດ ແລະຕ້ານປະກົດການຫຍໍ້ທໍ້ຕ່າງໆ.

  ສຳລັບປີ 2018-2019 ວຽກງານຖະແຫຼງຂ່າວໄດ້ຮັບການປັບປຸງ, ຂະຫຍາຍຕົວດ້ານປະລິມານ ແລະຄຸນນະພາບສາມາດຕອບສະໜອງຂໍ້ມູນຂ່າວສານໃຫ້ແກ່ສັງຄົມວ່ອງໄວ ແລະກວ້າງຂວາງເປັນເຄື່ອງມືອັນແຫຼມຄົມເປັນກະບອກສຽງຂອງພັກ-ລັດໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ລະບຽບກົດໝາຍສາມາດສ່ອງແສງທຸກການເຄື່ອນໄຫວວຽກງານຂອງສັງຄົມທັອົາໃຈໃສ່ຄຸ້ມຄອງພັດທະນາບຸກຄະລາກອນ, ຮ່ວມມືສາກົນ ແລະສ້າງລາຍຮັບດ້ານວິຊາການ.

 ປະຈຸບັນສື່ໜັງສືພີມທັງໝົດ 33 ສະບັບ, ມີໂທລະພາບທັງໝົດ 46 ແຫ່ງສູນກາງ 6 ສະຖານີ, ທ້ອງຖີ່ນມີ 26 ສະຖານີ,ສະຖານີເຄື່ອຂ່າຍມີ 11 ສະຖານີ ແລະ ສະຖານີຕ່າງປະເທດ 3 ສະຖານີວິທະຍຸກະຈາຍສຽງທັງໝົດ76 ສະຖານີຢູ່ສູນກາງມີ 3 ສະຖານີ ແລະທ້ອງຖິ່ນ 73 ແລະຊຸມຊົນ 8 ສະຖານນີ ແລະໂຮງພິມທັງ ໝົດ 84 ແຫ່ງ, ສຳນັກພີມມີ 17 ແຫ່ງ, ລັດ1 ແຫ່ງ.

  ສຳລັບທິດທາງແຜນການຕໍ່ໜ້າວຽກງານໂຄສະນາ ແລະສື່ສິ່ງພິມແມ່ນຈະສືບຕໍ່ສຸມໃຊ້ເຄື່ອນໄຫວຂອງສື່ມ່ວນຊົນຮັບໃຊ້ວຽກງານຕ່າງໆສຳຄັນຂອງຊາດເນັ້ນໃຫ້ຖືກ ຕ້ອງຕາມນະໂຍບາຍພັກ-ລັ  ລະການພົວພັນຮ່ວມມືແລກປ່ຽນກັບຕ່າງປະເທດເພື່ອໃຫ້ບົດບາດຂອງສື່ມວນຊົນລາວທຽບເທົ່າສາກົນ.

-----------

ຂຽນໂດຍບຸນນິກ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ