ກະຊວງສາທາມອບເຄື່ອງນໍ້າຖ້ວມເມືອງນານ

ວັນທີ 9 ສິງຫາຜ່ານມາທີ່ເມືອງນານ ແຂວງຫຼວງພະບາງ ກະຊວງສາທາລະນະສຸ ດ້ນໍາເອົາວັດຖຸປັດໄຈ ແລະເງິນສົດຈຳນວນໜຶ່ງຊ່ວຍເຫຼືອປະຊາຊົນເມືອງນານທີ່ຖືກກະທົບຈາກນໍ້າຖ້ວມໃນວັນທີ 30 ກໍລະກົດຜ່ານມາມອບຂອງທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ຮັບໂດຍ ທ່ານ ບຸນທີ ມະນີວົງ ຮອງເຈົ້າເມືອງໆນານພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສໍາລັບເຄື່ອງຂອງທີ່ນຳມາມອບໃນຄັ້ງນີ້: ປະກອບມີເງິນສົດ 10,3 ລ້ານກີບ ແລະມີເຄື່ອງນຸ່ງຮົ່ມ,ເຄື່ອງນອນເດັກ,ອຸປະກອນການຮຽນຈຳນວນໜຶ່ງມູນຄ່າ 10,09 ລ້ານກີບ ລວມມູນຄ່າທັງໝົດ 20,3 ລ້ານກີບ, ເຄື່ອງທີ່ນໍາມາມອບແມ່ນເພື່ອນຳໄປແກ້ໄຂບັນເທົາທຸກໃນເບື້ອງຕົ້ນ ແລະ ແຈກຢາຍໃຫ້ແກ່ພໍ່, ແມ່ປະຊາຊົນຜູ້ທີ່ຖືກເຄາະຮ້າຍຈາກອຸທົກກະໄພໃນຄັ້ງນີ້ພາຍຫຼັງທີ່ໄດ້ມີການມອບຮັບແລ້ວທ່ານຮອງລັດຖະມົນຕີ,ກະຊວງສາທາລະນະສຸກຍັງໄດ້ພົບປະ,ໂອ້ລົມກັບພະນັກງານຂອງຫ້ອງ ການສາທາລະນະສຸກ ເມືອງທີ່ກຳລັງປະຕິບັດໜ້າທີ່ຢູ່ໂຮງໝໍຊຸມຊົນ ແລະສຸກສາລາຂອງເມືອງນານ.

  ທ່ານ ພູທອນ ເມືອງປາກ ໄດ້ກ່າວເນັ້ນໃຫ້ໜັກໃຫ້ທຸກພາກສ່ວນເອົາໃຈໃສ່, ຕອບໂຕ້ພະຍາດລະບາດທີ່ອາດຈະເກີດຂຶ້ນພາຍຫຼັງນໍ້າໄຫຼຊຸໃນຄັ້ງນີ້ຂໍໃຫ້ເອົາໃຈໃສ່ໃນການປັບປຸງວຽກງານສຸຂາອະນາໄມເປັນຕົ້ນ: ນໍ້າລີນ, ນໍ້າສ້າງ, ນໍ້າບາດານ ແລະວິດຖ່າຍທີ່ຖືກຜົນກະທົບໃນຄັ້ງນີ້ເພື່ອຟື້ນຟູກັບເຂົ້າສູ່ສະພາບປົກກະຕິໂດຍໄວ.

----------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ