ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເຂົ້າຮ່ວມບັນດາກິດຈະກຳໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງອາຊຽນ-ສ.ເກົາ​ຫລີ, ທີ່ປູ​ຊານ, ສ.ເກົາ​ຫລີ

  ໃນວັນທີ 24 ພະ​ຈິກ 2019, ທີ່ ​ປູ​ຊານ, ​ສ. ເກົາ​ຫລີ, ໃນໂອກາດເຂົ້າຮ່ວມກອງ​ປະຊຸມ​ສຸດ​ຍອດ​ອາຊຽນ-ສ.ເກົາ​ຫລີ ເພື່ອ​ສະ​ເຫຼີມ​ສະ​ເຫຼີມ​ສາຍ​ພົວ​ພັນອາ​ຊຽນ-ສ.ເກົາ​ຫລີ ຄົບ​ຮອບ 30 ປີ, ພະນະທ່ານ ທອງລຸນ ສີສຸລິດ,ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມດ້ວຍຄະ​ນະ ໄດ້​ເຂົ້າ​ຮ່ວມ​ພິ​ທີວາງ​ສີ​ລາ​ລືກໂຄງການ​ເມືອງ​ອັດ​ສະ​ລິ​ຍະປູ​ຊານຊຶ່ງເປັນໜຶ່ງໃນໂຄງການທົດລອງລະດັບຊາດຕົວເມືອງອັດສະລິຍະຂອງ ສ. ເກົາຫລີ ແນ່ໃສ່ສ້າງຕົວເມືອງທັນສະໄໝ ແລະ ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ. ເຂົ້າຮ່ວມພິທີວາງສີລາລືກຄັ້ງນີ້ຍັງມີປະທານາທິບໍດີ ສ. ເກົາຫລີ ແລະນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ແລະໄທ.

 ໃນຕອນເຊົ້າຂອງວັນ​ທີ 25 ພະ​ຈິກ 2019, ພະນະທ່ານ ທອງ​ລຸນ ສີ​ສຸ​ລິດ, ນາ​ຍົກ​ລັດ​ຖະ​ມົນ​ຕີ, ​ໄດ້​ນຳ​ພາ​ຄະ​ນະ​ຜູ້ແທນລາວເຂົ້າ​ຮ່ວມ​ພິ​ທີ​ເປີດກອງ​ປະ​ຊຸມ​ສຸດຍອດ​ຜູ້​ບໍ​ລິ​ຫານ​ພາກ​ທຸ​ລະ​ກິດ ອາ​ຊຽນ-ສ.ເກົາ​ຫລີ ພາຍໃຕ້ຫົວຂໍ້ “ການຮ່ວມມື ແລະໜ້າວຽກໃນການບັນລຸຄວາມສົມບູນພູນສຸກຮ່ວມກັນ” ຊຶ່ງໃນກອງປະຊຸມນີ້,ບັນດານັກທຸລະກິດຂອງອາຊຽນ-ສ.ເກົາຫລີ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນແນ່ໃສ່ຜັນຂະຫຍາຍສັນຍາເຂດການຄ້າເສລີ ອາຊຽນ-ສ.ເກົາຫລີ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີການຄ້າ,ການລົງທຶນ ແລະທ່ອງທ່ຽວອາຊຽນ-ສ. ເກົາຫລີ ໃຫ້ນັບມື້ນັບເພີ່ມຂຶ້ນໃນທ່າມກາງທີ່ສະພາບເສດຖະກິດໂລກຖົດຖອຍອັນເນື່ອງມາຈາກລັດທິປົກປ້ອງພາຍໃນ ແລະສົງຄາມການຄ້າໃນປະຈຸບັນ.ຫຼັງຈາກນັ້ນ,ພະນະທ່ານນາຍົກລັດ​ຖະ​ມົນ​ຕີ ທອງ​ລຸນ ສີ​ສຸ​ລິດ ໄດ້ສືບຕໍ່ເຂົ້າຮ່ວມກອງ​ປະ​ຊຸ​ມ​ສຸດຍອ​ດ​ນະ​ວັດ​ຕະ​ກຳ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ ອາ​ຊຽນ-ສ.ເກົາ​ຫລີ ທີ່ແນໃສ່ປຶກສາຫາລືກ່ຽວກັບການສ້າງຄວາມສົມບູນພູນສຸກຮ່ວມກັນໃນຂະແໜງວັດທະນະທໍາ-ສັງຄົມ ລະຫວ່າງອາຊຽນ, ສ. ເກົາຫລີ ເປັນຕົ້ນ: ຂະແໜງສິລະປະ, ບັນເທິງ, ຮູບເງົາ ແລະ ອື່ນໆ.

-------------

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444
  •