ດ່ານສາກົນວັງເຕົ່າ ປ່ຽນຊື່ໜ່ວຍພັກ ແລະບົ່ງຕົວຮອງປະທານກວດກາ

ຂ່າວ: ໂພທິລາດ
    ເມື່ອທ້າຍອາທິດທີ່ຜ່ານມາດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ໄດ້ຈັດພິທີປະກາດປ່ຽນຊື່ໜ່ວຍພັກ ແລະບົ່ງຕົວແຕ່ງຕັ້ງຮອງເລຂາປະທານກວດກາໜ່ວຍພັກທ່າບົກວັງເຕົ່າຂຶ້ນໂດຍການເປັນປະທານຂອງທ່ານ ພັນເອກ ສຸກັນ ໄຕໄຊຍະວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນວັງເຕົ່າມີບັນດາຮອງຫົວໜ້າ ແລະ ບັນດາທ່ານແຂກຜູ້ໃຫຍ່ທີ່ກ່ຽວຂ້ອງເຂົ້າຮ່ວມ.
  ອໍານາດການປົກຄອງແຂວງຈໍາປາສັກໄດ້ຕົກລົງອະນຸມັດໃຫ້ປ່ຽນຊື່ໜ່ວຍພັກລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນເປັນໜ່ວຍພັກທ່າບົກວັງເຕົ່າຂຶ້ນກັບຄະນະ ພັກຮາກຖານຄະນະຄຸ້ມຄອງດ່ານສາກົນວັງເຕົ່າ, ອະນຸມັດບົ່ງຕົວແຕ່ງຕັ້ງຮອງເລຂາ ແລະປະທານກວດກາໜ່ວຍພັກ, ຊຶ່ງປະກອບດ້ວຍຄື: ທ່ານ ສົມພອນ ສີລິກຸນ ເປັນຮອງ ເລຂາໜ່ວຍພັກ, ທ່ານ ຫັດສະດີ ເປັນຄະນະໜ່ວຍພັກທັງເປັນປະທານກວດກາໜ່ວຍພັກ, ມອບໃຫ້ຄະນະຮາກຖານປະສານສົມທົບກັບໜ່ວຍພັກທີ່ກ່ຽວຂ້ອງຈັດຕັ້ງພິທີປະກາດຢ່າງເປັນທາງການ ແລະທັນຕາມກໍານົດເວລາ, ເພື່ອໃຫ້ບັນດາອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນທຸກຂັ້ນພ້ອມດ້ວຍບັນດາສະຫາຍທີ່ຖືກແຕ່ງຕັ້ງຈົ່ງຮັບຮູ້ ແລະພ້ອມກັນຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະເຂັ້ມງວດ.
  ທ່ານ ພັນເອກ ສຸກັນ ໄຕໄຊຍະວົງ ກ່າວວ່າ: ຈຸດປະສົງໃນການປ່ຽນຊື່ ແລະບົ່ງຕົວພະນັກງານຄັ້ງນີ້ກໍ່ແມ່ນເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໄປຕາມທິດທາງທີ່ຂ້າງເທິງວາງອອກ, ເຮັດໃຫ້ການຈັດຕັ້ງປະຕິບັດໜ້າວຽກມີຄວາມສະດວກສະບາຍ ແລະມີຄວາມຮັດກຸມຫຼາຍຂຶ້ນ ແລະເປັນການສືບຕໍ່ພາລະກິດທີ່ຍັງຄົງຄ້າງ ແລະ ພັດທະນາວຽກງານອື່ນໃຫ້ໄປໃນທິດທາງທີ່ຕັ້ງໜ້າ.