ລາວຮັບເຄື່ອງກັນໄຂ້ມາລາເລຍ ມູນຄ່າ 5,3 ແສນໂດລາ ຈາກອາເມລິກາ

   ສ. ອາເມລິກາ ສືບຕໍ່ໃຫ້ການຊ່ວຍ ເຫຼືອ ສປປ ລາວ ໃນຂະແໜງການສາທາລະນະສຸກໂດຍທ່ານ ໄມໂຄ ຣອນນິ້ງ ຜູ້ຕາງໜ້າອົງການ USAID ປະຈໍາລາວ ໄດ້ມອບມຸ້ງເຄືອບຢາຈຳນວນ 70 ພັນດາງ, ເຄື່ອງກວດເລືອດເພື່ອບົ່ງມະຕິໄຂ້ມາລາເລຍຢ່າງໄວຈຳນວນ 4,5 ແສນຊຸດ ແລະຢາຕ້ານມາລາເລຍ 2 ແສນຊຸດ ໃຫ້ແກ່ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກໂດຍມີພິທີມອບ-ຮັບ ໃນວັນທີ 10 ກັນຍາ ຜ່ານມາທີ່ນະຄອນຫຼວງວຽງຈັນ.
 ເຄື່ອງດັ່ງກ່າວແມ່ນໄດ້ມອບໃຫ້ໂດຍຜ່ານອົງການ USAID ຊຶ່ງຈະໄດ້ຖືກຈັດສົ່ງໄປບັນດາໂຮງໝໍ ແລະສຸກສາລາຕ່າງໆໃນຊຸມຊົນທີ່ຍັງມີການແຜ່ລະບາດຂອງພະຍາດມາລາເລຍ. ເຄື່ອງເຫຼົ່ານີ້ຈະຊ່ວຍໃຫ້ລັດຖະບານລາວມີອຸປະກອນພຽງພໍໃນການຮອງຮັບກັບການລະບາດຂອງມາເລເລຍໃນຊ່ວຍທີ່ມີການລະບາດຂອງພະຍາດໂຄວິດ.
   ທ່ານ ໄມໂຄ ຣອນນິ້ງ ກ່າວວ່າ: ການຊ່ວຍເຫຼືອທາງດ້ານສາທາລະນະສຸກແມ່ນໃຈກາງສໍາຄັນພາຍໃຕ້ການຮ່ວມມືແບບກວມລວມລາວອາເມລິກາຊຶ່ງປີນີ້ຄົບຮອບ 5 ປີ. ສ. ອາເມລິກາ ມີຄວາມພາກພູມໃຈທີ່ໄດ້ສືບຕໍ່ເຮັດວຽກຮ່ວມກັບ ສປປ ລາວ ແລະເຈົ້າໜ້າທີ່ສາທາລະນະສຸກຂອງພວກເຮົາໂດຍຜ່ານການປະກອຍສ່ວນອຸປະກອນຮັກສາຊີວິດເຫຼົ່ານີ້ເພື່ອປ້ອງກັນການແຜ່ລະບາດຂອງພະຍາດມາລາເລຍ ແລະສະໜັບສະໜູນ ສປປ ລາວ ໃນການລຶບລ້າງພະຍາດມາລາເລຍໃຫ້ໝົດໄປໃນ ສປປ ລາວ ພາຍໃນປີ 2030.
   ພິທີມອບ-ຮັບນີ້ແມ່ນຕົວຢ່າງການສະໜັບສະໜູນຄັ້ງຫຼ້າສຸດໃນການສະກັດກັ້ນ ແລະຄວບຄຸມພະຍາດລະບາດມາລາເລຍ. ມາຮອດປະຈຸບັນ, ອົງການ USAID ໄດ້ໃຫ້ການຊ່ວຍເຫຼືອທາງດ້ານວິຊາການ, ອຸປະກອນຫ້ອງທົດລອງ, ມອບມຸ້ງຫຼາຍກວ່າ 8 ແສນດາງ, ເຄື່ອງກວດເລືອດເພື່ອບົ່ງມະຕິໄຂ້ມາລາເລຍຢ່າງໄວຫຼາຍກວ່າ 1 ລ້ານຊຸດ ແລະໃຫ້ຢາປິ່ນປົວມາລາເລຍຊຶ່ງເປັນມູນຄ່າທັງໝົດຫຼາຍກວ່າ 4,73 ລ້ານໂດລາສະຫະລັດໃນໄລຍະ 10 ປີທີ່ ຜ່ານມາ.
   ນອກຈາກນີ້, ໃນການຮັບມືກັບພະຍາດໂຄວິດ-19, ສະຫະລັດອາເມລິກາໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າ 10 ລ້ານໂດລາສະຫະລັດ ນັບແຕ່ຕົ້ນປີ 2020 ເປັນຕົ້ນມາ. ເດືອນກໍລະກົດທີ່ຜ່ານ, ສ.ອາເມລິກາ ຍັງໄດ້ບໍລິຈາກວັກແຊງປ້ອງກັນໂຄວິດ ຈອນຊັນ ແລະຈອນຊັນ ຫຼາຍກວ່າ 1 ລ້ານໂດສ ໃຫ້ແກ່ ສປປ ລາວ ຊຶ່ງ ເປັນສ່ວນຫນຶ່ງຂອງເຈດຈຳນົງຂອງປະທານາທິບໍດີ ໂຈ ໄບເດີນ ເພື່ອລົບລ້າງພະຍາດໂຄວິດ-19 ໃນ ສປປ ລາວ.
   ສ.ອາເມລິກາ ຍັງໄດ້ໃຫ້ການຊ່ວຍເຫຼືອລ້າໃນໄລຍະ 10 ປີທີ່ຜ່ານມາໃນຫຼາຍຂົງເຂດ. ອົງການ USAID ໄດ້ສະໜັບສະໜູນ ສປປ ລາວ ໃນການສູ້ກັບພະຍາດລະ ບາດຕ່າງໆ, ປັບປຸງວຽກງານແມ່ ແລະເດັກ, ແລະຊ່ວຍເຫຼືອໃຫ້ຜູ້ທີ່ມີຄວາມພິການ.