ແກ້ວໂອໂຕ ນຳສະເໜີລົດໃໝ່ 2 ລຸ້ນ

 ເມື່ອວັນທີ 29 ພະຈິກຜ່ານມາ ບໍລິສັດ ແກ້ວໂອໂຕ ກຣຸບ ຈໍາກັດ ໄດ້ນໍາສະເໜີລົດໃໝ່ 2 ລຸ້ນຄື: All-New MAZDA CX-30 ແລະ New MAZDA2 ຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ເພື່ອເພີ່ມທາງເລືອກໃຫ້ແກ່ລູກຄ້າ.

  ທ່ານ ອູ່ເງີນ ແສງເພັດ ຜູ້ຈັດການຝ່າຍການຕະຫຼາດຂອງບໍລິສັດໃຫ້ຮູ້ວ່າ: All-New MAZDA CX-30 Sport SUV Primium ເປັນລຸ້ນທີ 2 ຂອງຜະ ລິດຕະພັນຍຸກທີ7, ຊຶ່ງເປົ້າໝາຍສ້າງຂຶ້ນໃຫ້ໄດ້ຄຸນນະພາບສູງສຸດທຸກອົງປະກອບຕອບໂຈດຕໍ່ຜູ້ຊົມໃຊ້ທີ່ມັກຄວາມເປັນ Premium, ເປັນເອກະລັກ ແລະມີສະໄຕເປັນຂອງໂຕເອງ, ເປັນລົດທີ່ມີຂະໜາດ ເໝາະສົມໃນການໃຊ້ຊີວິດໂຕຈິງປະຈໍາ ວັນ, ໂດຍນໍາເອົາແນວຄິດ ‘Less is more’ ຄື ການລົບ ຫຼື ນໍາອົງປະກອບຊິ້ນສ່ວນທີ່ບໍ່ຈໍາເປັນອອກເພື່ອຈະສ້າງຄວາມສົມບູນໃນເນື້ອທີ່ໆວ່າງ, ສ່ວນດ້ານການອອກແບບພາຍນອກຫຼູຫຼາ, ດ້ານຫຼັງກົມກືນເຂົ້າກັບໄຟທ້າຍ ແລະ ມີມິຕິສະທ້ອນໃຫ້ເຫັນເຖິງ

ພະລັງເໝືອນດັ່ງລົດສະປອດ,ດ້ານໜ້າລຽບຫຼູປະສົມປະສານກັບໄຟຕາໜ້າ,ພາຍໃນໃຫ້ທັດສະນະວິໄສທີ່ດີຈັດວາງອຸປະກອນຕ່າງໆໃຫ້ຢູ່ໃນຕໍາແໜ່ງທີ່ໃຊ້ສະບາຍ, ຫ້ອ ງໂດຍສານໃຊ້ລະບົບກໍາຈັດສຽງລົບກວນຈາກພາຍນອກ, ມີເຄື່ອງສຽງ ແລະລໍາໂພງ BOSE 12 ໜ່ວຍ ທີ່ທຸ້ມຊັດເຈນ ແລະດີສຸດທີ່ເຄີຍມີມາ. MAZDA CX-30 ເປັນລົດທີ່ສາມາດໄປໄດ້ທຸກທີ່ລຸຍໄດ້ທຸກບ່ອນ,ເຄື່ອງຈັກ 2.0L ໃຫ້ພະລັງແຮງບິດສູງໃນຮອບເຄື່ອງຈັກຕໍ່າປະຢັດນໍ້າມັນສູງສຸດຈາກ SkyactivTechnology ໜຶ່ງດຽວຂອງ MAZDA, ຊຶ່ງບໍ່ດົນຜ່ານມານີ້ລົດດັ່ງກ່າວຄວ້າລາງວັນເດັ່ນໆລະດັບໂລກຄື: ລາງວັນພວງມະໄລຄໍາຈາກປະເທດເຢຍລະມັນປະຈໍາປີ 2019 ແລະ ລາງວັນລົດທີ່ມີຄວາມປອດໄພສູງສຸດຂອງ Euro NCAP.

ສະໜັບສະໜຸນໂດຍ: HONDA

 ລະບົບຄວາມປອດໄພ i-Activsense ເດັ່ນໆຂອງ MAZDA CX-30 ປະກອບມີ: ມີຖຸງລົມ 7 ໜ່ວຍ, ລະບົບ G-Vectoring Control ຄວບຄຸມແຮງບິດຂະນະເຂົ້າໂຄ້ງ ແລະ G-Vectoring Control Plus ຄວບຄຸມທ້າຍລົດບໍ່ໃຫ້ແກວ່ງຂະນະເຂົ້າໂຄ້ງ, ເຄື່ອງຫຼິ້ນ DVD ພ້ອມຈໍ MZD ຂະໜາດ 8 ນິ້ວ ແລະກ້ອງ 360 ອົງສາ ເປັນລະບົບ Degital ອ້ອມຄັນແບບ HD ໃຫ້ເຫັນມູມກວ້າງ ແລະແຈ້ງຊັດເຈນຂຶ້ນພ້ອມເຊັນເຊີໜ້າ-ຫຼັງ ເຮັດໃຫ້ຜູ້ຂັບຂີ່ບໍ່ຈໍາເປັນຕ້ອງງວກເບິ່ງຂ້າງຊ້າຍ-ຂວາລະບົບລ໋ອກຄວາມໄວປັບໄລຍະຫ່າງອັດຕະໂນມັດ, ລະບົບຄວບຄຸມໄຟຕາສູງເປີດ-ປິດໂອໂຕ ແລະຍັງມີລະບົບຄວາມປອດໄພ ແລະອ໋ອບຊັ່ນອື່ນໆເພີ່ມເຂົ້າຢ່າງຫຼວງຫຼາຍ.  

  ສ່ວນລົດ New Mazda 2, ທ່ານ ວິລັດເທບ ແກ້ວມະນີວົງ ຮອງຫົວໜ້າຝ່າຍຂາຍ ໃຫ້ຮູ້ວ່າ: New Mazda 2 ລຸ້ນປີ 2020 “ນໍາໜ້າເລື່ອງເຕັກໂນໂລຊີກວ່າລົດຂະໜາດດຽວກັນປັບປຸງທຸກອົງປະກອບຂອງລົດໃຫ້ມີຄຸນນະພາບສູງຂັບຂີ່ງຽບ-ນີ້ມແລະຫຼູຫຼາພ້ອມໃຫ້ສະມັດທະພາບການຂັບຂີ່ດີເລີດເຄື່ອງຈັກ Upgrade ໃຫ້ແຮງບິດສູງໃນຮອບເຄື່ອງຈັກຕໍ່າຜົນໄດ້ຄືປະຫຍັດນໍ້າມັນ, ເຄື່ອງຈັກງຽບລົງໃຫ້ຄວາມຮູ້ສຶກເໝືອນຂັບລົດ premium, ໄຟຕາໜ້າອອກແບບໃໝ່ ແລະ ໃຫ້ຄວາມຫຼູ ຫຼາລໍ້ແມັກ; ສ່ວນລະບົບຄວາມປອດໄພເດັ່ນໆຂອງ MAZDA2 ລວມມີລະບົບ G-Vectoring Control ຄວບຄຸມແຮງບິດຂະນະເຂົ້າໂຄ້ງແລະG-Vectoring Control Plus ຄວບຄຸມທ້າຍລົດບໍ່ໃຫ້ແກວ່ງຂະນະເຂົ້າໂຄ້ງ, BSM ລະບົບເຕືອນມຸມບັງສາຍຕາດ້ານຂ້າງ-ຫຼັງເວລາ ປ່ຽນເລນ ແລະ ຍັງມີລະບົບຄວາມປອດໄພ ແລະອອບຊັ່ນອື່ນໆອີກ.  

  ແນວໃດກໍດີຖ້າທ່ານໃດສົນໃຈສາມາດສອບຖາມລາຍລະອຽດ ຫຼືເຂົ້າໄປເບິ່ງລົດຕົວຈິງໄດ້ທີ່ບໍລິສັດ ແກ້ວໂອໂຕ ກຣຸບ ຈໍາກັດ ຊຶ່ງຕັ້ງຢູ່ບ້ານໂພສີ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

__________

ຂຽນໂດຍແປ    
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511